ປາ​ກິ​ສຖານຈັດ ​ການສວນສະໜາມ ສະຫລອງ ວັນສາທາລະນະ​ລັດ ​ເປັນຄັ້ງທຳອິດ ໃນ 7 ປີ

ປະທານາທິບໍດີ ປາກິສຖານ ທ່ານ Mamnoon Hussain ທຳການກວດແຖວ ກອງທະຫານ ໃນລະຫວ່າງ ພິທີເດີນສວນສະໜາມ ສະຫລອງ ວັນສາທາລະນະລັດ ປາກິສຖານ ຢູ່ທີ່ນະຄອນຫລວງ Islamabad, ວັນທີ 23 ມີນາ 2015.

ປາ​ກິ​ສຖານ ​ໄດ້​ຈັດ​ ການ​ເດີນ​ສວນສະໜາມ ສະຫລອງ
ວັນສາທາລະນະ​ລັດ ​ເປັນຄັ້ງທຳ​ອິດ ​ໃນ​ວັນ​ຈັນ​ມື້​ນີ້ ຫຼັງຈາກ
ທີ່​ມີຊ່ອງ​ຫວ່າງເປັນ​ເວລາ 7 ປີ ​ເພື່ອ​ເນັ້ນເຖິງ​ ຄວາມ​ໝັ້ນຄົງ
​ທີ່​ໄດ້​ປັບປຸງ​ໃຫ້​ດີ​ຂຶ້ນ ​ໃນ​ທົ່ວ​ປະ​ເທດ ລຸນຫຼັງການດຳ​ເນີນງານ
​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ທີ່​ນຳ​ໂດຍ​ທະຫານ ​ເມື່ອບໍ່​ນານ​ມາ​ນີ້.​

ມີ​ການ​ຮັກສາຄວາມ​ປອດ​ໄພ​ພາຍ​ໃນ ນະຄອນຫລວງ
Islamabad ຢ່າງ​ເຄັ່ງ​ຄັດ​ທີ່​ສຸດ ​ໂດຍ​ສະ​ເພາະຢູ່​ອ້ອມບໍລິ​ເວນ
​ທີ່​ມີການຈັດ​ພິທີ​ ບ່ອນ​ທີ່ມີ​ການສະ​ແດງ ​ຄວາມ​ຊ່ຽວຊານ​ດ້ານ
​ການບິນ ​ໂດຍ​ຝຸງເຮືອ​ບິນລົບ ​ແລະ ​ເຮ​ລິ​ຄອບ​ເຕີ ທີ່​ບິນຜ່ານ
ຢູ່​ເໜືອນະຄອນຫລວງ​ອັນ​ສວຍ​ງາມ ​ດ້ວຍການ​ເອ້ຍ້ອງ​ຕ່າງໆ​ນັ້ນ.

​ໃນ​ບັນດາອາວຸດ​ຍຸດ​ໂທ​ປະກອນ ​ແລະ ​ອຸປະກອນ​ອື່ນໆຂອງ​ທະຫານທີ່​ນຳ​ມາ​ສວນສະໜາມ​ນັ້ນ ປາກິ​ສຖານ​ ຍັງ​ໄດ້​ນຳສະ​ແດງ​ ​ເປັນຄັ້ງທຳ​ອິດ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຫຼື drone ຕິດ​ອາວຸດ ທີ່ຜະລິດຂຶ້ນ​ຢູ່ພາຍ​ໃນ​ປະ​ເທດອີກ​ດ້ວຍ.

ພາບ ການສະຫລອງ ວັນສາທາລະນະລັດ ປາກິສຖານ

ສະຫະລັດ ​ໄດ້​ນຳໃຊ້ໂດຣນ ໃນ​ການໂຈມ​ຕີ​ທາງ​ອາກາດ ຕໍ່ພວກປະຕິບັດ​ການ ທີ່​ເປັນ
​ເຄືອຂ່າຍ al-Qaida ທີ່​ຫລົບ​ລີ້​ຢູ່​ ​ບໍລິ​ເວນຕ່າງໆໃນ​ເຂດ​ຊົນ​ເຜົ່າ ​ໃກ້​ກັບ​ຊາຍ​ແດນ​ຕິດ​
ກັບອັຟກາ​ນິສຖານ. ການ​ໂຈມ​ຕີ​ທາງ​ອາກາດຫຼາຍໆ​ບັ້ນຂອງ​ສະຫະລັດແຕ່​ຝ່າຍ​ດຽວ ​
ໄດ້​ເປັນ​ແຫ​ລ່ງຂອງ​ຄວາມ​ເຄັ່ງ​ຕຶງ​ໃນ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ເນື່ອງ​ຈາກ
ປາ​ກິ​ສຖານ ​ບໍ່​ເຫັນ​ດີ​ນຳ​ການ​ໃຊ້​ໂດຣນ​ທຳ​ການໂຈມ​ຕີຂອງ​ສະຫະລັດ ​ໂດຍ​ກ່າວ​ວ່າ
ມັນ​ເປັນ​ການລະ​ເມີດ​ອະທິປະ​ໄຕ​ຂອງ​ຕົນ.

ການ​ເພີ້​ມທະວີ​ການປະຕິບັດ​ການຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ ​ຂອງ​ກອງທັບປາ​ກິ​ສຖານ
​ແລະ ການ​ຕອບ​ໂຕ້ໂຈມ​ຕີຄືນ​ຢ່າງ​ຮ້າຍ​ແຮງ ​ໂດຍ​ພວກ​ທາ​ລີ​ບານ ​ໃນປາ​ກິ​ສຖານ ຊຶ່ງ​
ເປັນ​ກຸ່ມພັນທະ​ມິດ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຕ່າງໆ ​ໄດ້​ເພີ້​ມທະວີ​ຂຶ້ນ​ເລື້ອຍໆນັ້ນ ​ໄດ້​ເຮັດ​
ໃຫ້​ບັນດາ​ເຈົ້າໜ້າ​ທີ່ ບໍ່​ສາມາດ​ຈັດ​ພິທີ​ເດີນ​ສວນສະໜາມ​ໄດ້​ ນັບ​ຕັ້ງ​ແຕ່ປີ 2008 ເປັນຕົ້ນມາ.