ນາຍົກລັດຖະມົນຕີ ປາກິສຖານ ປົດລັດຖະບານ ແຂວງ Baluchistan (ສະໄລດ໌)

ຊາວ Shiite ມຸສລິມ ເຕົ້າໂຮມກັນ ປະທ້ວງ ຕ້ານການວາງລະເບີດ ສອງຄັ້ງ ໃນວັນພະຫັດແລ້ວນີ້ ທີ່ເມືອງ Quetta

ນາຍົກລັດຖະມົນ​ຕີ ປາ​ກິ​ສຖານ ​ໄດ້​ປົດ​ລັດຖະບານ ຂອງ​ແຂວງ
Baluchistan ທາງພາກ​ຕາ​ເວັນ​ຕົກ​ສຽງໃຕ້ຂອງ​ປະ​ເທດ ​ໃນ​
ຕອນ​ເຊົ້າ​ ວັນ​ຈັນມື້​ນີ້ ຫລັງ​ຈາກ​ໄດ້​ພົບ​ປະກັນ​ກັບ ພວກ​ປ​ະທ້ວງ
ຊາວ Shi’ite ທີ່​ຮຽກຮ້ອງເອົາ​ການ​ປ້ອງ​ກັນ ລຸນ​ຫລັງ​ມີ​ການ​ໂຈມ
​ຕີ ທີ່​ສັງຫານ​ສະມາ​ຊິກຄອບຄົວ​ຂອງພວກ​ເຂົາ​ເຈົ້າ ເກືອບ 100
ຄົນ ອາທິດແລ້ວນີ້.

​ໃນ​ການຖະ​ແຫລ​ງຜ່ານທາງ​ໂທລະພາບ ຈາກ​ເມືອງ​ຫລວງ
Quetta ຂອງ​ແຂວງ ນາຍົກລັດຖະມົນຕີ Raja Pervez
Ashraf ​ໄດ້​ສະ​ແດງ​ ຄວາມ​ເສົ້າ​ສະ​ລົດ​ໃຈຢ່າງ​ເລິກ​ເຊິ່ງກ່ຽວ
​ກັບ​ຂອງ​ການ​ສັງຫານດັ່ງກ່າວ ​ແລະ​ເວົ້າ​ວ່າ ທ່ານ​ຈະສັບຊ້ອນ​
ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ທີ່​ປະຊາ​ຄົມກຸ່ມ​ນ້ອຍ Shi’ite
Hazara ກ່າວ​ຫາ​ວ່າ ຈໍານວນ​ນຶ່ງ ​ໄດ້​ຍຸຍົງ​ໃຫ້​ມີ​ການ​ກໍ່ຄວາມຮຸນ​ແຮງຕໍ່​ເຂົາເຈົ້ານັ້ນ.

ທ່ານ Ashraf ກ່າວ​ຕໍ່​ປະ​ເທດ​ວ່າ ທ່ານ​ໄດ້ມອບ​ໝາຍ​ອໍານາດຕໍາຫລວດ ​ໃຫ້​ແກ່ໜ່ວຍ
ກໍາລັງ​ພິ​ເສດ​ເຄິ່ງທະຫານໃນ​ເຂດ​ນັ້ນ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ​ເຂົາ​ເຈົ້າ​ຈະ​ເລີ້ມປະຕິ
ບັດ​ງານ ຕ້ານ​ກຸ່ມຈັດ​ຕັ້ງ​ຂອງ​ພວກ​ຫົວ​ຕໍ່ສູ້​ທີ່​ຜິດ​ກົດໝາຍ ທີ່ຢູ່​ເບື້ອງ​ຫລັງ​ການ​ໂຈມ​ຕີ​ຊາວ Shi’ite ນັ້ນ.

​ໃນ​ໄລຍະ​ສາມ​ວັນ​ທີ່​ຜ່ານ​ມາ ຊາວ Shi’ite ຫລາຍ​ພັນ​ຄົນໄດ້ພາກັນ ຕັນຖະໜົນ​ໃຫຍ່​ໃນ​ເມືອງ Quetta ດ້ວຍ​ຫີບ​ສົບ​ຫລາຍ​ສິບ​ຫີບ ຊຶ່ງ​ເປັນ​ຊາກ​ສົບ​ຂອງ​ຍາດ​ຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ ທີ່​ຖືກ​ສັງຫານໃນ​ການ​ວາງ​ລະເບີດ​ສອງ​ຄັ້ງໃສ່ຮ້ານຫລີ້ນ billiard ​ແຫ່ງ​ນຶ່ງ ​ໃນ​ວັນ​ພະຫັດ ອາທິດ​ແລ້ວ​ນີ້. ການປະຕິ​ເສດ​ບໍ່​ຍອມນໍາ​ເອົາ​ສົບຄົນ​ຕາຍໄປ​ຝັງ​ແມ່ນ​ເປັນ​ການ​ປະ​ທ້ວງ​ທີ່​ຮ້າຍ​ແຮງ​ທີ່​ສຸດ ​ໃນ​ສັງຄົມຊາວ​ມຸສລິ​ມ ຊຶ່ງຕາມ​ປົກກະຕິ​ແລ້ວ ສົບ​ຄົນ​ຕາຍຕ້ອງ​ນໍາ​ເອົາໄປ​ຝັງ ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ເສຍ​ຊີວິດ.

ທ່ານ Ashraf ​ໄດ້​ພົບ​ປະໃນ​ຕອນ​ແລງ ວັນ​ອາທິດ ກັບຄອບ​ຄົບ​ຂອງ​ຊາວ Shi’ite ທີ່​ຢືນ​ເຝົ້າ​ຫີບ​ສົບພີ່ນ້ອງ​ຂອງ​ເຂົາ​ເຈົ້າ.

ຫລັງຈາກ​ຄໍາ​ປະກາດ​ໜ້ອຍ​ນຶ່ງ ພວກ​ປະ​ທ້ວງ​ໄດ້​ພາກັນຍົກ​ເລີກ​ການ​ປະ​ທ້ວງ ​ແລະຕົກ
ລົງນໍາ​ເອົາ​ສົບຜູ້​ເຄາະ​ຮ້າຍ​ໄປ​ຝັງ. ການ​ໂຈມ​ຕີ ທີ່​ ກຸ່ມ​ກໍ່​ການ​ຮ້າຍ Sunni Lashkar-e
-Jhangvi ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ນັ້ນ ໄດ້​ສັງຫານ ຢ່າງໜ້ອຍ 92 ຄົນ. ກຸ່ມ​ດັ່ງກ່າວ​ເປັນ​ພັນ​ທະ​ມິດ​ກັບກຸ່ມ al-Qaida ​ແລະ ທາ​ລິ​ບານ ​ໃນປາ​ກິ​ສຖານ.

ປະມວນພາບຫານປະທ້ວງຂອງຊາວ Shi’ite:

ພວກປະທ້ວງ ໄປໂຮມຊຸມນຸມ ຢູ່ກຸງ Islamabad