ນໍ້າຖ້ວມຢູ່ປາກິສຖານ

  • ໄພສານ ວໍຣະຈັກ

ເຈົ້າໜ້າທີ່ປາກິສຖານ ຮຽກຮ້ອງໃຫ້ປະຊາຊົນ 400,000 ຄົນ ພາກັນຍົກຍ້າຍ ອອກໄປຈາກ 3 ຫົວເມືອງທີ່ພວມ ຖືກຄຸກຄາມໂດຍໄພນໍ້າຖ້ວມຄັ້ງໃໝ່.

ເຈົ້າໜ້າທີ່ໄດ້ອອກຄຳເຕືອນ ໃນວັນພະຫັດມື້ນີ້ ຫຼັງຈາກ ແມ່ນໍ້າ Indus ຫຼືແມ່ນໍ້າສິນທຸ ໄດ້ລົ້ນຝັ່ງຂຶ້ນຖ້ວມ ທີ່ ແຂວງ Sind ໃນພາກໃຕ້ປາກິສຖານ.

ເຈົ້າໜ້າທີ່ເວົ້າວ່າ ປະຊາຊົນທີ່ເມືອງ Sujawal ເມືອງ Mir Pur Batoro ແລະເມືອງ Daro ກໍາລັງຕົກຢູ່ໃນຄວາມ ສ່ຽງ.

ໄພນໍ້າຖ້ວມ ທີ່ໄດ້ເລີ້ມມາ ເກືອບນຶ່ງເດືອນແລ້ວນັ້ນ ເຮັດໃຫ້ມີ ຜູ້ເສຍຊີວິດ​ໄປແລ້ວ ປະມານ 1,600 ຄົນ ແລະອີກຫຼາຍລ້ານຄົນ ຖືກຍົກຍ້າຍ.

ອົງການສະຫະປະຊາຊາດ ກ່າວວ່າ ມີ 800,000 ຄົນ ຍັງຖືກຕັດຂາດ ຈາກ​ເຂດ​ອື່ນໆ ຍ້ອນນໍ້າຖ້ວມ ແລະສາມາດ ໄດ້ຮັບການຊ່ອຍເຫຼືອ ຈາກທາງອາກາດທໍ່ນັ້ນ.

ເຈົ້າໜ້າທີ່ປາກິສຖານ ໄດ້ດຳເນີນງານ ເພື່ອເສີມຄູກັ້ນນໍ້າ ແລະຍົກຍ້າຍປະຊາຊົນ ຫຼາຍ ສິບພັນຄົນ ອອກຈາກເຂດ ພາກໃຕ້ຂອງປະເທດ ທີ່ຕົກຢູ່ໃນຄວາມສ່ຽງ ຈະຖືກນໍ້າຖ້ວມ ຕື່ມ ໃນສັບປະດານີ້.

ຂະນະດຽວກັນ ນາຍພົນຄົນນຶ່ງ ຂອງສະຫະລັດ ກ່າວວ່າ ທ່ານມີຄວາມເຊື່ອໝັ້ນວ່າ ກອງທັບປາກິສຖານ ຍັງຈະສືບຕໍ່ທຳການສູ້ລົບກັບພວກກະບົດ ເຖິງແມ່ນ ໄດ້ມີການ ທຸ້ມເທຊັບພະຍາກອນທີ່ສຳຄັນ ເພື່ອຮັບມືກັບໄພທຳມະຊາດ ໃນຄັ້ງນີ້ກໍຕາມ.