ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຂອງປາກິສຖານ ປະເຊີນກັບຂໍ້ຫາກໍ່ການຮ້າຍໃໝ່

ບັນດາຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີຂອງປາກິສຖານ ທ່ານອິມຣານ ຄານ ພາກັນຍົກປ້າຍທີ່ມີຮູບຂອງ ທ່ານຄານ ຂຶ້ນ ໃນລະຫວ່າງການປະທ້ວງຢູ່ເມືອງຄາຣາຈີ, ວັນທີ 19 ມີນາ 2023, ໂດຍຮຽກຮ້ອງໃຫ້ປ່ອຍພະນັກງານຂອງພັກທີ່ຖືກຈັບ ເນື່ອງຈາກການປະທະກັບເຈົ້າໜ້າທີ່ຕໍາຫຼວດ ເມື່ອໄວໆມານີ້.

ເຈົ້າໜ້າທີ່ຕໍາຫຼວດຂອງປາກິສຖານ, ໃນວັນອາທິດວານນີ້ ໄດ້ຍື່ນຟ້ອງ​ໃນຂໍ້ຫາ ກໍ່ການຮ້າຍໃໝ່ ຕໍ່ອະດີດນາຍົກລັດຖະມົນຕີປະ​ຊາ​ນິ​ຍົມຂອງປະເທດ ທ່ານອິມ- ຣານ ຄານ, ພຽງນຶ່ງມື້ລຸນຫຼັງທີ່ຜູ້ສະໜັບສະໜຸນຂອງທ່ານຫຼາຍພັນຄົນ ພາກັນ ປະທະກັບເຈົ້າໜ້າ​ທີ່ຮັກ​ສາ​ຄວາມ​ປອດ​ໄພ ໃນນະຄອນຫຼວງອິສລາມາບັດ.

ບັນດາຜູ້ນໍາຂັ້ນສູງ ແລະພະນັກງານຫຼາຍສິບຄົນຂອງພັກຝ່າຍຄ້ານ ເຕເຣັກ-ອີ-ອິນຊາຟ ຫຼື PTI ຂອງທ່ານຄານ ກໍໄດ້ຖືກຂໍ້ຫາກໍ່ການຮ້າຍ ແລະມີຄວາມຜິດທີ່ເຮັດໃຫ້ເຈົ້າໜ້າທີ່ຫຼາຍຄົນໄດ້ຮັບບາດເຈັບ ພ້ອມທັງເປັນໄພຂົ່ມຂູ່ຕໍ່ຊີວິດຂອງພວກເຂົາ.

ເຈົ້າໜ້າທີ່ຕໍາຫຼວດຍິງແກສນໍ້າຕາໃສ່ບັນດາຜູ້ສະໜັບສະໜຸນ ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ທີ່ປະທະກັບບັນດາເຈົ້າໜ້າທີ່ ຢູ່ດ້ານນອກຂອງສານລັດຖະບານກາງ ກ່ຽວກັບການສືບສວນທີ່ຊັບຊ້ອນ ໃນນະຄອນຫຼວງອິສລາມາບັດ, ວັນທີ 18 ມີນາ 2023.

ເຈົ້າໜ້າທີ່ຕໍາຫຼວດ ໄດ້ທຳການຈັບໂຕພະນັກງານຂອງພັກ PTI ຈໍານວນ 61 ຄົນ ທີ່ພົວພັນກັບເຫດການປະທະກັນ ໂດຍກ່າວວ່າ ກໍາລັງຢູ່ພາຍໃຕ້ການດໍາເນີນການຈັບໂຕ.

ຂໍ້ກ່າວຫາດັ່ງກ່າວນັ້ນ ມີຂຶ້ນເນື່ອງຈາກການປະທະກັນທີ່ສັບສົນວຸ້ນວາຍຢູ່ດ້ານນອກຂອງສານ ໃນນະຄອນຫຼວງອິສລາມາບັດ ບ່ອນທີ່ທ່ານຄານ ມີກໍານົດໃຫ້ ໄປປາກົດໂຕ ເພື່ອປະເຊີນກັບຂໍ້ຫາ ກ່ຽວກັບການ​ຂາຍຂອງຂວັນທີ່ຜິດກົດໝາຍຂອງປະເທດ ທີ່ທ່ານໄດ້ຮັບໃນຂະນະທີ່ທ່ານດໍາລົງຕໍາແໜ່ງນາຍົກລັດຖະມົນຕີຢູ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ