16 ຄົນເສຍຊີວິດ ຍ້ອນການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຢູ່ປາກິສຖານ

ແຜນທີ່ເຂດ Waziristan ເໜືອ

ເຈົ້າໜ້າທີ່ຮັກສາຄວາມສະຫງົບໃນປາກິສຖານ ກ່າວວ່າ ການ
ໂຈມຕີຂອງເຮືອບິນບໍ່ມີຄົນຂັບລຳນຶ່ງ ໄດ້ສັງຫານຢ່າງນ້ອຍ 16
ຄົນ ໃນເຂດຊົນເຜົ່າ ທີ່ວຸ້ນວາຍທາງພາກຕາເວັນຕົກສຽງເໜືອ
ຂອງປະເທດໃກ້ໆຊາຍແດນອັຟການິສຖານ.

ເຈົ້າໜ້າທີ່ກ່າວວ່າ ໃນວັນສຸກມື້ນີ້ ເຮືອບິນບໍ່ມີຄົນຂັບໄດ້ຍິງລູກ
ສອນໄຟໃສ່ເຮືອນ 3 ຫຼັງ ໃນເຂດ Waziristan ເໜືອ ຊຶ່ງຮູ້ກັນ
ດີວ່າ ເປັນສູນກາງຂອງພວກຫົວຮຸນແຮງຕາລີບານທີ່ເປັນເຄືອ
ຂ່າຍຂອງກຸ່ມກໍ່ການຮ້າຍຂ້າມຊາດອາລກາອີດານັ້ນ.

ການໂຈມຕີທີ່ວ່ານີ້ ໄດ້ມີຂຶ້ນນຶ່ງມື້ ຫຼັງຈາກປາກິສຖານຮຽກ
ໂຕນັກການທູດສະຫະລັດຄົນນຶ່ງເຂົ້າພົບ ເພື່ອທຳການປະ
ທ້ວງກ່ຽວກັບການໂຈມຕີຂອງເຮືອບິນບໍ່ມີຄົນຂັບ ໂດຍເອີ້ນ
ການໂຈມຕີເຫຼົ່ານີ້ວ່າ ບໍ່ຖືກຕ້ອງຕາມກົດໝາຍ.

ປາກິສຖານໄດ້ຕຳໜິຕິຕຽນຊໍ້າແລ້ວຊໍ້າອີກຕໍ່ການໂຈມຕີຂອງເຮືອບິນບໍ່ມີຄົນຂັບໂດຍ ເວົ້າວ່າລະເມີດຕໍ່ອະທິປະໄຕຂອງປະເທດແຕ່ເຈົ້າໜ້າທີ່ສະຫະລັດກ່າວວ່າການໂຈມ
ຕີແມ່ນເຄື່ອງມືທີ່ສຳຄັນ ເພື່ອເອົາຊະນະພວກກະບົດຈຸດັ່ງກ່າວ.