ນາຍົກຈີນ ຢ້ຽມຢາມ ປາກິສຖານ (ສະໄລດ໌/ວີດິໂອ)

ທະຫານຄົນນຶ່ງຍ່າງຢູ່ໃກ້ລົດເມ ໃນຂະນະທີ່ຊ່ວຍ ປ້ອງກັນຄວາມສະຫງົບຢູ່ໃນຂົງເຂດ ແລະເຮັດໃຫ້ຄົນຫລີກທາງ ກ່ອນຂະບວນລົດ ແຫ່ທ່ານ Li Keqiang ນາຍົກລັດຖະມົນຕີຈີນ ຜ່ານໄປ ຢູ່ທີ່ນະຄອນ Islamabad ຂອງປາກິສຖານ ໃນວັນທີ 22 ພຶດສະພາ 2013

ນາຍົກລັດຖະມົນຕີຈີນໄດ້ໄປເຖິງປາກິສຖານ ບ່ອນທີ່ທ່ານ
ພວມ​ຊອກ​ຫາ​ຊ່ອງທາງທີ່ຈະ​ເສີມ​ຂະຫຍາຍສາຍສໍາພັນທີ່ມີ
ການຮ່ວມມືກັນ ລະຫວ່າງສອງປະເທດ.

ທ່ານ Li Keqiang ນາຍົກລັດຖະມົນຕີຈີນ ​ເດີນທາງໄປເຖິງ
ນະຄອນ Islamabad ໃນວັນພຸດມື້ນີ້ ຊຶ່ງທ່ານຈະໄດ້ພົບກັບ
ທ່ານ Nawaz Sharif ນາຍົກລັດຖະມົນຕີ ທີ່ຫາກໍ່​ໄດ້​ຮັບ
ເລືອກໃໝ່ຂອງປາກິສຖານແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆອີກ.

ການຄ້າລະຫວ່າງຈີນ ລະປາກິສຖານ ມີມູນຄ່າເຖິງ 12 ພັນລ້ານ
ໂດລາໃນປີກາຍນີ້ ແລະທັງສອງຝ່າຍ ຢາກຈະເພີ້ມມູນຄ່າຂອງ
ການຄ້າ ຂຶ້ນເປັນ 15 ພັນລ້ານໂດລາ ໃນ​ໄລຍະສອງສາມປີຂ້າງໜ້ານີ້.

ພາບ ນາຍົກຈີນ ຢ້ຽມຢາມ ປາກິສຖານ



ໃນເດືອນກຸມພາຜ່ານມາ ຈີນໄດ້​ເຂົ້າຄວບຄຸມທ່າເຮືອ Gwadar ຂອງປາກິສຖານຊຶ່ງອາດ ເຮັດໃຫ້ຈີນ ສາມາດມີຖານທັບເຮືອ​ໄດ້ໃນເຂດທະເລອາຣັບ ແລະເສີມຂະຫຍາຍຄວາມສາ ມາດໃນການ​ໃຫ້​ຄວາມຄຸ້ມ​ຄອງ ຕໍ່​ເສັ້ນທາງ​ຂົນ​ສົ່ງພະລັງງານ ແລະ​ເສັ້ນທາງເດີນ​ເຮື​ອ​ໃນ ທະເລຂອງຕົນ.

ທ່ານ Li ໄປເຖິງປາກິສຖານລຸນຫລັງທີ່ໄດ້ໄປຢ້ຽມຢາມອິນ​ເດຍ ຊຶ່ງ​ເປັນຄູ່ປໍລະປັກທີ່ສໍາ ຄັນຂອງປາກິສຖານ ບ່ອນທີ່ທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເປີດຕະຫລາດສິນຄ້າພາຍ ໃນທີ່ກວ້າງໃຫຍ່ຂອງຈີນ ໃຫ້ກວ້າງຂວາງອອກໄປຕື່ມອີກ ແລະຈະເຮັດໃຫ້ການຄ້າ ກັບ ອິນ​ເດຍ ຊຶ່ງ​ເປັນປະເທດຍັກໃຫຍ່ໃນເຂດເອເຊຍໃຕ້ ມີ​ຄວາມ​ກໍ້າ​ເກິ່ງ​ສົມ​ດູນ.

ຫລັງຈາກຢ້ຽມຢາມປາກິສຖານແລ້ວ ທ່ານ Li ຈະເດີນທາງໄປຍັງ Switzerland ແລະ
ເຢຍຣະມັນເພື່ອດໍາເນີນຄວາມພະຍາຍາມ ​ເພື່ອ​ຢາກ​ແຈ້ງ​ໃຫ້​ປະ​ເທດ​ທັງ​ສອງ​ຊາບວ່າ
ຈີນຢາກໃຫ້ມີການພົວພັນທີ່ເປີດກວ້າງຫລາຍ​ຂຶ້ນ ແລະການເຮັດແນວນັ້ນ ບໍ່ຄວນຖື
ວ່າ ເປັນໄພຂົ່ມຂູ່ແຕ່ຢ່າງໃດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ນາຍົກລັດຖະມົນຕີຈີນ ຢ້ຽມຢາມ ປາກິສຖານ