ຄວາມສໍາພັນ ສະຫະລັດ-ປາກິສຖານ ຕົກຕໍ່າລົງຢູ່ຈຸດຕໍ່າສຸດ (ເບິ່ງວີດີໂອ)

  • ດາຣາ ບັກຄໍາ
    ທອງປານ ເທບວົງສາ

ຄວາມສໍາພັນ ສະຫະລັດ-ປາກິສຖານ ຕົກຕໍ່າລົງຢູ່ຈຸດຕໍ່າສຸດ (ເບິ່ງວີດີໂອ)

ປັດຈຸບັນ​ນີ້ ຄວາມ​ສໍາພັນ​ລະຫວ່າງ​ສະຫະລັດແລະ​ປາ​ກິສຖານ ​ໄດ້​ຕົກຕໍ່າ​ລົງ​ມາ​ຢູ່​ຈຸດ​ຕໍ່​າສຸດ​ໃນ​ຮອບ​ຫລາຍ​ສິບ​ປີ ​ແລະ​ເພື່ອ​ຊົດ​ເຊີຍ​ການ​​ແຕກ​ແຍກ​ກັບ​ສະຫະລັດນັ້ນ ​ປາ​ກິສຖານ​​ໄດ້​ເນັ້ນ​ຍໍ້າ​ຄືນ​ໃໝ່​​ໃສ່​ການ​ຍື່ນ​ມື​​ໄປຫາຈີນແລະ​ອີິຣ່ານ ​ໃນ​ຖານະເປັນ​ພາຄີ​ໃໝ່ແທນ​ສະຫະລັດ. ​ແຕ່ຜູ້​ສື່​ຂ່າວ​ວີ​ໂອ​ເອ William Ide ລາຍ​ງານ​​ວ່າ ພວກ​ນັກວິ​ເຄາະ​ທັງຫລາຍ​ຍັງ​ສົງ​ໃສ​ຢູ່​ວ່າ​ ​ປະ​ເທດ​ທັງ​ສອງ ກໍ​ຄື​ຈີນ ​ແລະ​ອິຣ່ານນັ້ນ ຈະ​ສາມາດ​ຫລີ້ນບົດບາດ​ໄດ້ຫລາຍ​ສໍ່າ​ໃດ​ ໃນປາ​ກິ​ສຖານ​ນັ້ນ. ດາຣາມີ​ລາຍ​ລະອຽດ ມາສະ​ເໜີທ່ານ​.

ເບິ່ງວີດີໂອລາຍງານພາສາອັງກິດ:

ຟັງລາຍງານພາສາລາວ:

ການບຸກເຂົ້າໂຈມ​ຕີ​ຂອງໜ່ວຍ​ກ້າຕາຍຂອງ​ສະຫະລັດ ທີ່ຢູ່​ໃນ​ປາ​ກີ​ສຖານເມື່ອ​ຕົ້ນ​ປີ​ນີ້
ທີ່​ໄດ້​ສັງຫານນາຍ ​ໂອຊາ​ມາ ບິນ ລາ​ເດັນ ນັ້ນ ​ແມ່ນ​ເປັນໄຊຊະນະອັນ​ຍິ່ງໃຫຍ່​ໃນສົງ
ຄາມ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ​ຂອງ​ສ ຫະລັດ ​ແຕ່​ມັນ​ກັບໄດ້ເຮັດ​ໃຫ້​ຄວາມ​ສໍາພັນຂອງ
ສະຫະລັດ​ກັບ​ປາ​ກີ​ສຖານຖອຍຫລັງ​ລົງ

ຄວາມ​ສໍາພັນ​ຍິ່ງ​ຊຸດ​ໂຊມ​ລົ​ງ​ໄປ​ອີກ​ເມື່ອ​ເດືອນ​ຜ່ານ​ມາ ​ເວລາພົນ​ເຮື​ອ​ເອກ Mike
Mullen ທີ່​ກໍາລັງ​ຈະ​ພົ້ນ​ຈາກ​ຕໍາແໜ່​ງນາຍ​ທະຫານ​ສູງ​ສຸດ​ຂອງສະຫະລັດ​ໃນ​ເວລາ​ນັ້ນ
ໄດ້​ກ່າວ​ຫາ​ພະ​ແນ​ກສືບ​ລັບ​ຂອງປາ​ກີ​ສຖານ​ວ່າ ມີ​ສ່ວນ​ພົວພັນ​ກັບ​ພວກກໍ່​ການກະບົດ
ອີສລາມ ຢູ່​ໃນ​ອັຟກາ​ນີສຖານ.

ພົນເຮືອເອກ Michael Mullen ຫົວໜ້າເສນາ ທິການຮ່ວມຄົນກ່ອນ ຂອງກອງທັບສະຫະລັດ ໃຫ້ການຕໍ່ສະພາສູງ ກ່ຽວກັບການພັວພັນຂອງ ປາກິສຖານ ກັບກຸ່ມ Haqqani, ວັນທີ 22 ກັນຍາ 2011.

ແລະ​ມາ​ບັດ​ນີ້ ປາ​ກີສຖານ​ກໍ​
ກໍາລັງ​ສະ​ແຫວ​ງຫາທາງ​ເສີມ​
ຂະຫຍາ​ຍການ​ຄ້າ​ ​ແລະ​ຄວາມ
ສໍາພັນ​ດ້ານ​ຄວາມ​ໝັ້ນຄົງ​ກັບ
ອີຣ່ານແລະ​ຈີນ ຊຶ່ງ​ກໍ່​ໃຫ້​ເກີດ
ມີຄໍາ​ຖາມຂຶ້ນ​ມາກ່ຽວ​ກັບ
ອະນາຄົດຂອງຄວາມ​ສໍາພັນ
ລະຫວ່າງ​ສະຫະລັດແລະປາ
ກີ​ສຖານນັ້ນ

ທ່ານ Alex Vatanka ປະ​ຈໍາ​
ສະຖາ​ບັນ​ຕາ​ເວັນ​ອອກ​ກາງ​
ໃນ​ວໍ​ຊິງ​ຕັນ ກ່າວ​ວ່າ

“ເວລາ​ນີ້ ​ແມ່ນ​ມີ​ຫລາຍ​ສິ່ງ​
ຫລາຍ​ຢ່າງ​ທີ່​ກໍາລັງ​ກ້າວ
ໜ້າ​ໄປ ​ຍ້ອນຄວາມ​ສໍາພັນ​
ທີ່​ຕົກ​ຕໍ່າ​ລົງ​ລະຫວ່າງປາ​ກີ​ສ
ຖານ​ແລະ​ສະຫະລັດ ທີ່​ເປັນ
ຜົນ​ສືບເນຶ່ອງມາ​ຈາກ​ການ​
ບຸກ​ເຂົ້າ​ໄປສັງຫານ​ນາຍ​ບິນ
ລາ​ເດັນ ​ແລະ​ດ້ວຍ​ເຫດ​ໃດ​ຜູ້ກ່ຽວ​ຈຶ່ງ​ຢູ່​ໃນ​ປາກີ​ສຖານ ​ແລະ​ທາງ​ການ​ປາ​ກິ​ສຖານ ບໍ່ກວດ​ເຫັນ.”

ປາ​ກີ​ສຖານ​ແລະ​ອິຣ່ານ ຕ້ອງການ​ຈະ​ຍົກ​ລະດັບ​ການ​ຄ້າຂຶ້ນ​ເປັນ 10 ພັນລ້ານ​ຕໍ່​ປີ ​ແຕ່​
ເພື່ອທີ່​ຈະ​ເຮັດ​ເຊ່ນ​ນັ້ນ​ໄດ້ ປາ​ກີ​ສຖານ​ຈະ​ຕ້ອງໄດ້ປັບປຸງຖະໜົນ​ຫົນທາງ ທາງ​ລົດ​ໄຟ
ແລະ​ການ​ເຊື່ອມ​ໂຍງ​ທາງ​ອາກາດ​ໃຫ້​ດີ​ຂຶ້ນ ເສ​ຍກ່ອນ. ທ່ານ Alex Vatanka ​ເວົ້າ​ວ່າ:

“ມັນ​ເປັນ​ທີ່ໜ້າ​ສົນ​ໃຈ​ຫລາຍ​ແທ້​ໆ ທີ່​ຈະ​ໄດ້​ເຫັນ​ປະ​ເທດ​ນຶ່ງ​ທີ່​ມີ​ປະຊາກອນ​
ປະມານ 170 ລ້ານ​ຄົນ​ ໃນ​ປາ​ກີ​ສຖານ ​ແລະ​ປະ​ເທດ​ທີ່​ມີ​ປະຊາກອນ 75 ລ້ານ​
ຄົນ​ ຄື​ອິຣ່ານນັ້ນ ມີບໍລິ​ມາດການ​ຄ້າກັນ ຮອດປະມານນຶ່ງ​ພັນ​ລ້າ​ນ​ໂດ​ລາ​ຕໍ່​ປີ.
ນັ້ນ​ຍັງ​ຕໍ່າ​ກວ່າ​ມູນ​ຄ່າການ​ຄ້າ​ທີ່​ອີ​ຣ່ານມີ​ກັບອັຟກາ​ນີສຖານ ຊຶ່ງ​ເປັນ​ປະ​ເທດ​
ທີ່​ນ້ອຍ​ກວ່າ​ປາ​ກີ​ສຖານ​ຫລາຍນັ້ນ.”

ເວລາ​ນີ້​ ປາ​ກີ​ສຖານ​ແມ່ນ​ຕ້ອງການ​ພະລັງງານ​ຫລາຍ​ທີ່​ສຸດ. ໄຟຟ້າ​ຢູ່​ໃນປາ​ກີ​ສຖານ​ແມ່ນ
ມອດ​ຢູ່​ເລື້ອຍ​ໆ ​ຊຶ່ງ​ເປັນ​ຄວາມ​ເປັນ​ຫ່ວງ​ຢູ່​ຕະຫລອດ​ເວລາ. ​ໃນ​ກອງ​ປະຊຸມ​ຫລາຍໆ​ບັ້ນ
ເມື່ອ​ໝໍ່ໆ​ມາ​ນີ້ ພວກ​ເຈົ້າໜ້າ​ທີ່​ອິຣ່ານແລະ​ປາ​ກີ​ສຖານ ​ເຫັນ​ພ້ອມ​ກັນ​ທີ່​ຈະ​ເລັ່ງລັດ​ການກໍ່
ສ້າງ​ທໍ່​ສົ່ງ​ແກ​ສທໍາ​ມະ​ຊາດ​ໃຫ້​ສໍາ​ເລັດ​ໄວໆ ​ເຖິງ​ແມ່ນມີ​ການ​ຄັດຄ້ານຈາກ​ສະຫະລັດ​ກໍ​ຕາມ.

ແຕ່​ໂຄງການ​ນີ້​ກໍ​ຍັງ​ປະ​ເຊີນ​ກັບບັນຫາທ້າ​ທາຍ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ປອດ​ໄພ​ຫລາຍ​ຢ່າງ​ຢູ່.

“ບັນຫາ​ໃຫຍ່​ປະການນຶ່ງ ​ໃນ​ຈໍານວນ​ຫລາຍໆ​ບັນຫາ​ ສໍາລັບ​ທໍ່​ສົ່ງ​ແກສດັ່ງກ່າວ
ຈາກອິຣ່ານມາ​ຍັງ​ປາ​ກີ​ສຖານ ກໍຄື​ມັນ​ຈະ​ຕ້ອງແລ່ນຜ່ານ​ຫລາຍໆ​ເຂດທີ່​ບໍ່​ໝັ້ນຄົງ​
ທີ່ສຸດ​ຂອງ​ປະ​ເທດ​ທັງ​ສອງ.”

ພຽງເດືອນ​ຜ່ານ​ມາ​ນີ້ເອງ ການ​ໂຈມ​ຕີ​ບັ້ນ​ນຶ່ງໃນ Baluchistan ​ໄດ້ສັງຫານພວກ​ສະແຫວ​ງ
ບຸນ​ຊາວ​ມຸສລິ​ມນິກາຍ Shi’ite ​20 ກ່ວາຄົນທີ່ ພວມເດີນທາງ​ໄປ​ສະແຫວງບຸນທີ່ອິຣ່ານນັ້ນ.

ທ່ານ Meng Jianzhu ລັດຖະມົນ​ຕີ​ຄວາມ​ປອດ​ໄພ​ ຂອງສາທາລະນະ​ຊົນ​ຈີນ ຈັບມືກັບທ່ານ Yusuf Raza Gilani ນາຍົກລັດຖະມົນຕີປາກິສຖານ ຢູ່ນະຄອນຫລວງອິສລາມາບັດ, ວັນທີ 27 ກັນຍາ.

ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​
ພາບ​ໃນ​ປາ​ກີ​ສຖານ​ນັ້ນ ​ກໍ​ເຮັດ​
ໃຫ້ຈີນມີ​ຄວາມເປັນ​ຫ່ວງ​ຄື​ກັນ. ​
ໃນ​ທ້າຍ​ເດືອນແລ້ວ​ນີ້ ທ່ານ
Meng Jianzhu ລັດຖະມົນ
ຕີ​ຄວາມ​ປອດ​ໄພ​ຂອງສາທາ
ລະນະ​ຊົນ​ຈີນ ​ໄດ້​ເດີນທາງ
ໄປ​ຍັງນະຄອນຫລວງອິສ
ລາມາບັດ ​ເພື່ອ​ປຶກສາ​ຫາລື
ຄວາມ​ເປັນຫ່ວງ​ຕ່າງໆ​ຂອງ​
ຈີນ ກ່ຽວ​ກັບ​ພວກ​ຫົວ​ຮຸນ​
ແຮງອິສລາມ ​ທີ່ໃຊ້​ປາ​ກິ​ສ
ຖານ​ເປັນ​ຖານປະຕິບັດ​ງານ ​
ເພື່ອເຂົ້າ​ໄປທໍາ​ການ​ໂຈມຕີ
ຢູ່​ໃນ​ປະ​ເທດ​ຈີນນັ້ນ.

ທ່ານ Jonathan Pollack
ປະ​ຈໍາ​ສະ​ຖາ​ບັນ Brookings ​
ໃນ​ວໍ​ຊິງ​ຕັນ ກ່າວ​ວ່າ

“ມີ​ຮ່ອງຮອຍ​ຫລາຍ​ຢ່າງ​ຂອງ​ຄວາມ​ກະວົນກະວາຍໃຈ ທີ່​ເພີ່ມ​ຂຶ້ນ​ໃນ​ບາງ​ວົງ​
ການຂອງຈີນຢູ່​ ໃນ​ປັດຈຸບັນ​ນີ້ ​ກ່ຽວ​ກັບ​ປາ​ກີ​ສຖານ ກໍ​ຄື​ສະຖຽນ​ລະ​ພາບ ​ໃນ​
ປາ​ກິ​ສຖານ ຕະຫລອດ​ທັງ​ລະດັບ​ທີ່​ຄະນະນໍາ​ພາ​ສາມາດ​ຄວບ​ຄຸມ​ສະຖານະ​
ການຕ່າງ​ໆ​ທັງ​ໝົດ​ນັ້ນ​ໄດ້ຢ່າງ​ມີ​ປະສິດທິພາບ​ຫລາຍ​ປານ​ໃດ ຊຶ່ງ​ບາງ​ສະຖານ​
ນະການ​ກໍເປັນຄວາມເສຍຫາຍຂອງຈີນ ຫລາຍກວ່າ.”

ທ່ານ​ນາງ ລີ​ຊ່າ ​ເຄີ​ຕີສ ປະ​ຈໍາມູນ​ນິທິ Heritage Foundation ກ່າວ​ວ່າຄວາມ​ເປັນ​ຫ່ວງ
ຂອງ​ຈີນ​ກ່ຽວ​ກັບ​ສະຖຽນ​ລະ​ພາບ​ຂອງ​ປາ​ກີ​ສຖານ​ນັ້ນ ​ແມ່ນ​ຄ້າຍໆ​ກັນ​ຫລາຍ​ ກັບ​ຂອງ
ສະຫະລັດ.

ທ່ານ​ນາງ ລີ​ຊ່າ ​ເຄີ​ຕີສ ​ເວົ້າ​ວ່າ: “ຂ້າພະ​ເຈົ້າຄິດ​ວ່າ ພວກ​ເຂົາ​ເຈົ້າກໍາລັງ​ພະຍາ
ຍາມ​ຊັກ​ຊວນ​ໃຫ້​ປະຊາຊົນ ຢູ່ພາຍ​ໃນ​ປະ​ເທດເຊື່ອ​ໝັ້ນວ່າ ພວກ​ເຂົາ​ເຈົ້າຍັງ​
ໄດ້​ຮັບ​ການສະໜັບສະ ໜຸນ​ຢູ່ ​ແລະ ວ່າ​ຈີນ​ນັ້ນ​ສໍາຄັນ​ຫລາຍ​ກວ່າສະຫະລັດ
ແຕ່​ປາ​ກີ​ສຖານ​ເອງ​ກໍ​ຮູ້​ຢູ່​ແກ່​ໃຈວ່າ​ ຈີນ​ຈະ​ບໍ່​ປະກັນ​ປາ​ກີ​ສຖານ​ອອກ​ໄດ້ ຖ້າ
ຫາກມີ​ການ​ຜັກ​ດັນກັນ​ຂຶ້ນ​ມາ​ແທ້ໆ​ແລ້ວ.”

ການ​ຄ້າ​ຂອງ​ຈີນ​ກັບ​ອິນ​ເດຍ ກໍ​ເປັນ​ສິ່ງ​ນຶ່ງ​ທີ່ຊີ້​ບອກ​ໃຫ້ຮູ້​ວ່າ ຄວາມ​ສໍາພັນ​ດ້ານເສດຖະ
ກິດ​ລະຫວ່າງ​ປາ​ກີ​ສຖານ ​ແລະ​ຈີນ​ນັ້ນ ຈະ​ໄປ​ໄດ້ໄກ​ສໍ່າ​ໃດ. ທ່ານ Jonathan Pollack
ເວົ້າ​ວ່າ:

“ບໍ່​ວ່າຈະ​ມີການ​ຊິງ​ດີ​ຊິງ​ເດັ່ນແລະເປັນປໍລະປັກກັນ​ຢ່າງ​ໃດກໍ​ຕາມ ລະຫວ່າງ​
ຈີນກັບ​ອິນ​ເດຍນັ້ນ ​ແຕ່​ໃນປັດຈຸບັນນີ້ ຈີນກໍາລັງທໍາການການຄ້າ ກັບອິນເດຍ
ຫລາຍກວ່າ ກັບປາກີສຖານ ເຖິງ 10 ເທົ່າ​ໂຕ.”

ຢ່າງ​ໃດ​ກໍ​ຕາມ ພວກນັກວິເຄາະກ່າວວ່າ ແຕ່ກໍປາກົດວ່າຍັງບໍ່ມີຮ່ອງຮອຍໃດໆວ່າ ຈີນ
ຈະປະຖິ້ມປາກີສຖານ. ສິ່ງທີ່ພວກເຂົາເຈົ້າຄາດວ່າຈະໄດ້ເຫັນນັ້ນ ກໍຄືການຊັ່ງຊາຕີລາຄາ​
ເບິ່ງຕື່ມ​ອີກ ໂອກາດ​ແລະຄວາມສ່ຽງຕ່າງໆ ທີ່ປາກິສຖານມີສະໜອງໃຫ້ນັ້ນ.