ນາຍົກຈີນ ເຫວິນ ເຈຍບາວ ສິ້ນສຸດການຢ້ຽມຢາມ ປາກີສຖານ

  • ທອງປານ ເທບວົງສາ

ນາຍົກລັດຖະມົນຕີຈີນ ເຫວີນ ເຈຍບາວ ຖະແຫລງຕໍ່ກອງປະຊຸມຮ່ວມ ຂອງສະພາແຫ່ງຊາດປາກີສຖານ, ວັນອາທິດ ທີ 19 ທັນວາ 2010.

ນາຍົກລັດຖະມົນຕີຈີນ ທ່ານເຫວິນ ເຈຍບາວ ສິ້ນສຸດການ
ຢ້ຽມຢາມປາກີສຖານ ເປັນເວລາສາມວັນຂອງທ່ານ ໃນວັນ ອາທິດມື້ນີ້.

ກ່ອນ​ອອກ​ຈາກ​ປາ​ກິ​ສຖານ ທ່ານເຫວິນ ໄດ້ຖະແຫລງຕໍ່
ກອງປະຊຸມຮ່ວມຂອງສະພາ​ແຫ່ງ​ຊາດ​ປາ​ກິ​ສຖານ​ວ່າ ທ່າ
ທີຂອງຈີນ​ແມ່ນໜັກ​ແໜ້ນ ແລະແຈ້ງຂາວ ​ໃນ​ເລື້ອງທີ່ວ່າ
ຈີນ​ເຕັມໃຈທີ່ຈະປະຕິບັດງານກັບປາກີສຖານ ແລະປະຊາ
ຄົມນາໆຊາດ ເພື່ອດໍາ​ເນີນຄວາມພະຍາຍາມແບບບໍ່ລົດລະ ເພື່ອຕໍ່ສູ້​ກັບການກໍ່ການຮ້າຍນັ້ນ

ນາຍົກລັດຖະມົນຕີຈີນກ່າວວ່າ ອາການແລະຮາກ​ເຫງົ້າຕ່າງໆ
ຂອງຂະບວນການກໍ່ການຮ້າຍນັ້ນ ແມ່ນຕ້ອງຖືກກໍາຈັດໃຫ້ໝົດສິ້ນໄປ. ເຂດຊາຍແດນທີ່ບໍ່​
ມີ​ການ​ຍາມ​ຮັກສາຂອງປາກີສຖານ ທີ່ຕິດກັບອັຟການິສຖານນັ້ນ ຖືວ່າເປັນເຂດລີ້ຊ່ອນຂອງ
ພວກຫົວ​ຕໍ່ສູ້​ຫລືພວກກໍ່​ການ​ຮ້າຍ.

ປາກີີສຖານແລະຈີນໄດ້ເຊັນຂໍ້ຕົກລົງດ້ານການຄ້າກັນຫລາຍສະບັບ ທີ່ຄິດເປັນມູນຄ່າຫລາຍ
ພັນລ້ານໂດລາ ໃນລະຫວ່າງການຢ້ຽມຢາມຂອງທ່ານ ເຫວິນ ເຈຍບາວ ໃນຄັ້ງນີ້.

ພວກ​ເຈົ້າ​ໜ້າ​ທີ່ກ່າວວ່າ ຂໍ້ຕົກລົງກັນ​ເຫລົ່ານີ້ແມ່ນແນໃສ່ການສົ່ງເສີມຊຸກຍູ້ການຮວ່ມມືກັນ
ໃນດ້ານພະລັງງານ. ນາ​ຍົກ​ລັດຖະມົນຕີປາກີສຖານ ທ່ານ Yusuf Raza Gilani ກ່າວ
ວ່າ ​ໃນ​ການ​ເຊັນ​ສັນຍາ​ເຫລົ່າ​ນັ້ນ ລັດຖະບານ Islamabad ແມ່ນສະໜອງສິນຍ້ອມນໍ້າໃຈ
ໃຫ້ແກ່ຈີນ ເພື່ອຊຸກຍູ້ສົ່ງເສີມ​ການລົງທຶນ ແລະການພັດທະນາໃນປະ​ເທດ​ຂອງ​ທ່ານ.

ປາກີສຖານແລະຈີນ​ໄດ້ພາກັນເອົາບາດກ້າວເພື່ອເສີມສ້າງມິດຕະພາບຂອງ ພວກເຂົາເຈົ້າ
ຂື້ນອີກ ໂດຍໄດ້ເຊັນສັນຍາດ້ານທຸລະກິດກັນ 22 ສະບັບ ທີ່ມີມູນຄ່າ 15 ພັນລ້ານໂດລາ.