8 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຢູ່ປາກິສຖານ (ວີດິໂອ)

ພວກກູ້ໄພ ແລະເຈົ້າໜ້າທີ່ຮັກສາຄວາມປອດໄພເກັບກໍາເອົາ ຫລັກຖານຢູ່ນອກຫ້ອງການຫາສຽງເລືອກຕັ້ງຂອງທ່ານ Haji Nasir Khan Afridi ທີ່ຖືກທໍາລາຍໂດຍລະເບີດແຕກ ໃນເມືອງ Peshawar ໃນວັນທີ 28 ເມສາ 2013.

ການໂຈມຕີດ້ວຍລະເບີດ 2 ລູກ ໃນພາກຕາເວັນຕົກສຽງເໜືອ
ຂອງປາກີສຖານ ໄດ້ສັງຫານຢ່າງໜ້ອຍ 8 ຄົນ ທີ່ຫ້ອງການໂຄ
ສະນາຫາສຽງທາງການເມືອງ ກ່ອນໜ້າການ ເລືອກຕັ້ງ ທີ່ຈະ
ຈັດຂຶ້ນໃນວັນທີ 11 ພຶດສະພາ ທີ່ຈະມາເຖິງນີ້.

ຕໍາຫລວດກ່າວວ່າ ຫ້ອງການໂຄສະນາຫາສຽງຂອງທ່ານ Syed
Noor Akbar ທີ່ເຂົ້າ ສະໝັກເຂົ້າແຂ່ງຂັນເອົາບ່ອນນັ່ງ ໃນສະພາ
ແຫ່ງຊາດໃນຖານະຜູ້ບໍ່ສັງກັດພັກໃດ ໄດ້ຖືກໂຈມ ຕີໃນວັນອາທິດ
ມື້ນີ້ ທີ່ເຂດຊານເມືອງ Kohat ຊຶ່ງເຮັດໃຫ້ຢ່າງໜ້ອຍ 5 ຄົນເສຍຊີວິດ.

ການໂຈມຕີຄັ້ງທີສອງແມ່ນແນໃສ່ຫ້ອງການຂອງທ່ານ Nasir Khan Afridi ຜູ້ສະໝັກ ເລືອກຕັ້ງທີ່ເປັນອິດສະຫຼະອີກຜູ້ນຶ່ງທີ່ເມືອງ Peshawar ຊຶ່ງມີຢ່າງໜ້ອຍ 3 ຄົນເສຍຊີວິດ.

ຍັງບໍ່ກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວນີ້ເທື່ອ.

ກຸ່ມຕາລິບັນໃນປາກິສຖານໄດ້ແນເປົ້າໃສ່ພັກການເມືອງຫລາຍພັກ ຢູ່ໃນໄລຍະທີ່ຈະມີ
ການເລືອກຕັ້ງ. ບັນດາພັກການເມືອງເຫລົ່ານັ້ນແມ່ນຖືກເບິ່ງກັນວ່າ ເປັນພວກບໍ່ນິຍົມ
ແນວທາງສະໜາ ແລະໄດ້ໃຫ້ການໜຸນຫລັງແກ່ການປະຕິບັດງານຂອງທະຫານ ຕໍ່ຕ້ານ
ພວກຫົວຮຸນແຮງອິສລາມ.

ໃນການເລືອກຕັ້ງໃນວັນທີ 11 ພຶດສະພາທີ່ຈະມາເຖິງນີ້ ຈະເປັນຄັ້ງທໍາອິດ ທີ່ລັດຖະບານ
ພົນລະເຮືອນຈະໄດ້ປະຕິບັດງານຄົບຕາມອາຍຸແລະມີການມອບໂອນການປົກຄອງໃຫ້ແກ່
ຄະນະລັດຖະບານພົນລະເຮືອນຊຸດໃໝ່.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Your browser doesn’t support HTML5

8 ຄົນ ເສຍຊີວິດ ຍ້ອນການໂຈມຕີ ດ້ວຍລະເບີດ