14 ຄົນເສຍຊີວິດ ໃນເຫດການ ໂຈມຕີສະຫລະຊີບ ດ້ວຍລະເບີດ ຢູ່ນອກໂບດ ທີ່ປາກິສຖານ

ແມ່ຍິງຄຣິສຕຽນຄົນນຶ່ງ ຮ້ອງໄຫ້ນຳສະມາຊິກຄອບຄົວຂອງນາງ ຄົນນຶ່ງ ທີ່ເສຍຊີວິດ ຢູ່ນອກໂບດ ໃນເມືອງ Lahore ປາກິສຖານ, ວັນທີ 15 ມີນາ 2015.

ທີ່ປາ​ກິ​ສຖານ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ສະຫລະ​ຊີ​ບ
ດ້ວຍລະ​ເບີດ​ ຢູ່​ນອກ​ໂບດ​ຄຣິສຕຽນ​ສອງແຫ່ງໃນ​ເມືອງ
Lahore ໄດ້​ສັງຫານ​ ​ຢ່າງ​ໜ້ອຍ 14 ຄົນ​ ແລະ​ມີ​ຜູ້ໄດ້​ຮັບ​
ບາດ​ເຈັບ​ຕື່ມ​ອີກ​ເກືອບ 70 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່ໂຮງໝໍ ​ກ່າວ​ວ່າ ຢ່າງ​ໜ້ອຍ 30 ຄົນ ​ທີ່​ໄດ້
​ຮັບບາດ​ເຈັບ ມີ​ອາການ​ສາຫັດ.

ພວກເຫັນ​ເຫດການ​ ກ່າວ​ວ່າ ​ມື​ປືນ 2 ຄົນ​ໄດ້​ພະຍາຍາມ​ຍິງ​ປືນ
​ບຸກ​ເຂົ້າ​ໄປ​ໃນ​ໂບດ​ໃນ​ວັນ​ອາທິດ​ມື້​ນີ້ ໃນ​ເຂດ​ຊານ​ເມືອງ​ແຫ່ງ​ນຶ່ງ
ຊຶ່ງ ປະຊາຊົນ​ສ່ວນ​ຫຼາຍ​ເປັນຊາວ​ຄຣິສຕຽນ. ​ເວລາ​ພວກ​ເຈົ້າ​
ໜ້າທີ່ຮັກສາຄວາມ​ປອດ​ໄພ​ຢຸດ​ພວກ​ເຂົາ​ຢູ່​ປະຕູທາງ​ເຂົ້າໄປ​ຫາ
ໂບດ ພວກ​ໂຈມ​ຕີ​ກໍໄດ້ຈຸດ​ຂະນວນ​ວັດຖຸ​ລະ​ເບີດ ທີ່​ມັດ​ຕິດ​ໂຕ
​ຂອງ​ພວກ​ເຂົາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ກຸ່ມ​ນຶ່ງ​ທີ່​ພົວພັນ ​ກັບ​ກຸ່ມ​ຕາ​ລີ​ບານ​ປາ​ກິ​ສຖານ ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ຄວາມ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຊາວ​ຄຣິສຕຽນ​ໂກດ​ແຄ້ນ ຊຶ່ງ​ໃນ​ເວລາ​ຕໍ່​ມາ ​ໄດ້​ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຕາມ​ຖະໜົນ​ສາຍ​ຕ່າງໆ​ ຕໍ່ຕ້ານອັນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ຄວາມ​ລົ້ມ​ແຫຼວ​ຂອງເຈົ້າ​ໜ້າ​ທີ່​ໃນ​ການ​ປ້ອງ​ກັນ​ພວກ​ເຂົາ​ເຈົ້າ​ນັ້ນ.

ມີ​ລາຍ​ງານຂ່າວ​ວ່າ​ ພວກ​ປະ​ທ້ວງ​ໄດ້​ບຸກ​ເຂົ້າ​ທຳລາຍ​ຊັບ​ສິນຂອງ​ລັດຖະບານ​ຢູ່​ໃນ​ເມືອງ ​ແລະ​ເອົາ​ໄຟ​ຈູດ​ລົດ​ລາ​ຕ່າງໆ.

ຄຸ້ມ Youhanabad ໃນ​ເມືອງ Lahore ບ່ອນ​ທີ່​ການ​ໂຈມ​ຕີ​ດັ່ງກ່າວ​ ​ເກີດ​ຂຶ້ນ ​ແມ່ນ​ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ ​ປະຊາຊົນ​ເກືອບ​ນຶ່ງ​ລ້ານ​ຄົນ ​ແລະ​ເປັນ​ເຂດນຶ່ງ​ທີ່​ພວກ​ຊາວ​ຄຣິສຕຽນ​ຊົນ​ກຸ່ມ​ນ້ອຍ​ອາ​ໄສ​ຢູ່ຫຼາຍ​ທີ່​ສຸດ​ໃນ​ປາ​ກິ​ສຖານ.

Your browser doesn’t support HTML5

Pakistan blasts