ຢ່າງໜ້ອຍ 5 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ຢູ່ປາກິສຖານ (ສະໄລດ໌)

ເຈົ້າໜ້າທີ່ຮັກສາຄວາມສະຫງົບຜູ້ນຶ່ງ ຍ່າງລາດຕະເວນຢູ່ຕໍ່ໜ້າຮ້ານຂາຍເຄື່ອງແຫ່ງນຶ່ງ ທີ່ຖືກທໍາລາຍ ໂດຍລະເບີດທີ່ຖືຈຸດຄະນວນໃຫ້ແຕກຂຶ້ນດ້ວຍການໃຊ້ remote control ໃນວັນອາທິດ ວັນທີ 25 ພະຈິກນີ້ ຢູ່ໃກ້ພິທີແຫ່ຂອງຊາວມຸສລິມນິກາຍ Shi'ite ຢູ່ທີ່ເມືອງ Dera Ismail Khan ຢູ່ເຂດຕາເວັນຕົກສຽງເໜືອຂອງປາກີສຖານ

ບັນດາເຈົ້າໜ້າທີ່ຢູ່ເຂດພາກຕາເວັນຕົກສຽງເໜືອຂອງປາກີສ
ຖານກ່າວວ່າ ເຫດລະເບີດແຕກ ຢູ່ໃກ້ພິທີແຫ່ຂອງຊາວມຸສລິມ
ນິກາຍ Shi'ite ໄດ້ສັງ ຫານຊີວິດຢ່າງໜ້ອຍ 5 ຄົນ.

ພວກເຈົ້າໜ້າທີ່ດັ່ງກ່າວຍັງເວົ້າອີກວ່າ ປະມານ 70 ຄົນໄດ້ຮັບ
ບາດເຈັບ ຢູ່ໃນເຫດລະເບີດແຕກ ໃນວັນອາທິດມື້ນີ້ ຢູ່ທີ່ເມືອງ
Dera Ismail Khan ບ່ອນທີ່ເຫດລະເບີດແຕກໃນວັນເສົາ
ວານນີ້ ກໍໄດ້ແນເປົ້າໃສ່ຊາວມຸສລິມນິກາຍ Shi'ite ເຊັ່ນກັນ
ຊຶ່ງໃນນັ້ນໄດ້ເຮັດໃຫ້ 7 ຄົນເສຍຊີວິດ ໂຮມທັງເດັກນ້ອຍ 3 ຄົນ.

ຕໍາຫລວດເວົ້າວ່າ ລະເບີດທີ່ແຕກໃນວັນອາທິດມື້ນີ້ ແມ່ນຖືກ
ຫ້າງໄວ້ຢູ່ໃນ ຮ້ານຂາຍເຄື່ອງແຫ່ງນຶ່ງ.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີຄັ້ງຫລ້າສຸດດັ່ງກ່າວ ນີ້ເທື່ອ.

ເຫດລະເບີດແຕກຫລາຍໆງວດໄດ້ເກີດຂຶ້ນໃນຂະນະທີ່ຊາວມຸສລິມສະເຫຼີມສະຫຼອງ
ເດືອນສັກສິດ Muharram ຊຶ່ງເປັນເດືອນທໍາອິດໃນປະຕິທິນຂອງສາສະໜາອິສລາມ.

ຜ່ານມາຊາວມຸສລິມນິກາຍຊຸນນີຫົວຮຸນແຮງ ເຄີຍແນເປົ້າໝາຍໃສ່ພວກ Shi’ite ໃນໄລ ຍະການສະເຫຼີມສະຫຼອງເດືອນສັກສິດ Muharram ດັ່ງກ່າວ.

ບັນດາເຈົ້າໜ້າທີ່ ໄດ້ເພີ້ມການຮັກສາຄວາມປອດໄພ ໃຫ້ເຄັ່ງຄັດຂຶ້ນກວ່າເກົ່າຢູ່ທົ່ວປະ ເທດ ເພື່ອປ້ອງກັນບໍ່ໃຫ້ມີການໂຈມຕີທີ່ອາດເກີດຂຶ້ນຕໍ່ການໂຮມຊຸມນຸມຂອງຊາວ Shi'ite ໃນໄລຍະສະເຫຼີມສະຫຼອງເດືອນສັກສິດ Muharram. ທາງການປາກີສຖານ ໄດ້ ງົດການບໍລິການໂທລະສັບມືຖື ໄວ້ຊົ່ວຄາວຢູ່ໃນຫລາຍຫົວເມືອງໃຫຍ່ໆ ເພື່ອປ້ອງກັນບໍ່ ໃຫ້ເກີດເຫດລະເບີດ ເພາະຄົນມັກໃຊ້ໂທລະສັບມືຖື ເປັນຕົວກະຕຸກໃຫ້ລະເບີດແຕກ.

ສະໄລດ໌ສະພາບຫລັງການໂຈມຕີດ້ວຍລະເບີດ
ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ
:

ເຫດຮຸນແຮງໃນລະ ຫວ່າງການສະຫຼອງ ເດືອນສັກສິດ Muharram ຂອງຊາວ Shi'ite