ເຈົ້າໜ້າທີ່ກົງສູນສະຫະລັດ 2 ຄົນ ໄດ້ຮັບບາດເຈັບ ທີ່ປາກິສຖານ (ວີດີໂອກ່ຽວຂ້ອງ)

ເຈົ້າໜ້າທີ່ຕໍາຫຼວດ ຊ່ອຍພວກທີ່ໄດ້ຮັບເຄາະ ໃນເມືອງ Pashawar, ວັນທີ 3 ກັນຍາ 2012.

ສະຖານເອກອັກຄະລັດຖະທູດສະຫະລັດ ປະຈໍາກຸງ Islamabad
ກ່າວວ່າ ເຈົ້າໜ້າທີ່ອາເມຣິກັນ 2 ຄົນ ຂອງກົງສູນໃນເມືອງເປຊາ
ວາ ແລະພະນັກງານປາກີສຖານ 2 ຄົນ ໄດ້ຮັບບາດເຈັບໃນວັນຈັນ
ມື້ນີ້ ໃນອັນທີ່ທາງສະຖານທູດເອີ້ນວ່າ ເປັນການໂຈມຕີຂອງພວກ
ກໍ່ການຮ້າຍນັ້ນ.

ທັງສີ່ຄົນນັ້ນ ໄດ້ຮັບບາດເຈັບ ເວລາລົດທີ່ຫ້າງລະເບີດໄວ້ຂອງຄົນ
ວາງລະເບີດສະລະຊີບຄົນນຶ່ງ ແລ່ນໄປຕໍາລົດຂອງກົງສູນໃນເມືອງ
Peshawar ທາງພາກຕາເວັນຕົກສຽງເໜືອ ໃກ້ໆກັບເຂດເຄິ່ ປົກ
ຄອງຕົວເອງຂອງຊົນເຜົ່າຂອງປາກີສຖານ ຢູ່ຕາມເຂດຊາຍແດນ
ຂອງອັຟການີສຖານນັ້ນ.

ເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ມີຊາວປາກີສຖານຢ່າງນ້ອຍ 2 ຄົນ
ເສຍຊີວິດ ແລະອີກຫຼາຍຄົນໄດ້ຮັບບາດເຈັບ ໃນການໂຈມຕີຄັ້ງນີ້.

ກ່ອນໜ້ານີ້ ທາງເຈົ້າໜ້າທີ່ປາກີສຖານ ກ່າວວ່າ ມີຊາວອາເມຣິກັນ 2 ຄົນ ເສຍຊີວິດ ໃນການໂຈມຕີດັ່ງກ່າວ ແຕ່ທາງສະຖານທູດສະຫະລັດ ໄດ້ອອກມາປະຕິເສດໃນທັນທີ ວ່າ ບໍ່ມີຄົນອາເມຣິກັນເສຍຊີວິດຈັກຄົນ.

ຕໍາຫຼວດກ່າວວ່າລົດທີ່ຫ້າງລະເບີດໄວ້ນັ້ນ ແມ່ນອັດແໜ້ນດ້ວຍລະເບີດເປັນຈໍານວນ
ຫຼາຍເຖິງ 110 ກິໂລກຼາມ.

ລົດຂອງຄົນຮ້າຍໄດ້ແລ່ນເຂົ້າຕໍາລົດຂອງກົງສູນ ຫຼັງຈາກທີ່ລົດຄັນດັ່ງກ່າວແລ່ນອອກມາ
ຈາກສະຖານກົງສູນ ແລະກໍາລັງແລ່ນຜ່ານເຂດນຶ່ງຂອງເມືອງ Peshawar ບ່ອນທີ່ມີຫຼາຍ
ສໍານັກງານຂອງອົງການນາໆຊາດຕັ້ງຢູ່ ຮວມທັງອົງການສະຫະປະຊາຊາດນໍາ.

ຍັງບໍ່ທັນມີຜູ້ໃດອອກມາ ອ້າງເອົາຄວາມຮັບຜິດຊອບເທື່ອ.

ເບິ່ງວີດີໂອ ຄວາມຮຸນແຮງຄຸກຄາມເມືອອງກາຣາຈີ ສູນກາງເສດຖະກິດຂອງປາກິສຖານ:

Your browser doesn’t support HTML5

Violence Cripples Pakistan's Economic Hub