16 ຄົນ ເສຍຊີວິດ ໃນເຫດວາງລະເບີດ ຢູ່ປາກີສຖານ

ເຈົ້າໜ້າທີ່ຮັກສາຄວາມປອດໄພປາກີສຖານ ແລະໜ່ວຍກູ້ໄພ ຂະນະປະຕິບັດງານ ຢູ່ບ່ອນເກີດເຫດວາງລະເບີດລົດ ນອກເມືອງ Peshawar, ວັນທີ 30 ມິຖຸນາ 2013.

​ເຈົ້າໜ້າ​ທີ່​ໃນ​ປາ​ກິສຖານ​ເວົ້າ​ວ່າ ລະ​ເບີດລົດ​ທີ່​ແຕກ​ຂຶ້ນຢູ່​ໃກ້
​ຂະ​ບວນ ລົດ​ຮັກສາ​ຄວາມ​ປອດ​ໄພ​ຈຸ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ
16 ຄົນ ​ແລະ​ເຮັດ​ໃຫ້​ບາດເ​ຈັບ​ອີກຫຼາຍສິບຄົນ.

ການ​ໂຈມ​ຕີໃນ​ວັນ​ອາທິດ​ມື້​ນີ້ ​ແມ່ນເກີດຂຶ້ນທີ່​ເມືອງ Peshawar
ພາກ​ຕາເວັນ​ຕົກ​ສຽ​ງ​ເໜືອ​ຂອງ​ປະ​ເທດ. ​ແຮງ​ລະ​ເ​ບີ​ດ​ໄດ້​ທໍາ
ລາຍ​ຮ້ານ​ຄ້າຫຼາຍ​ແຫ່ງ ​ແລະ​ລົດ​ລາຫຼາຍຄັນ ​ໃນ​ເຂດ​ເກີດ​ເຫດ.

ອົງການ​ຂ່າວເອພີລາ​ຍງານ​ວ່າ ພວກ​ເຄາະ​ຮ້າຍ​ສ່ວນ​ໃຫຍ່​ແມ່ນ​ພົນລະ​ເຮືອນ

ໃນ​ເວລາ​ທີ່​ອອກ​ອາກາດ​ນີ້ ​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ຕໍ່​ເຫດການວາງ
ລະ​ເບີດ​ຄັ້ງ​ນີ້​ເທື່ອ.

ການ​ໂຈມ​ຕີ​ແມ່ນ​ເກີດ​ຂຶ້ນ ໃນ​ຂະນະ​ທີ່​ທ່ານ David Cameron ນາຍົກລັດຖະມົນຕີ​ອັງກິດ​ຢ້ຽມຢາມ​ເມືອງຫຼວງອິສລາມາ​ບັດ ຂອງ​ປາ​ກິ​ສຖານ ບ່ອນ​ທີ່ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ Nawaz Sharif ຄູ່​ຕໍາ​ແໜ່​ງຝ່າຍ​ປາ​ກິສຖານ ຂອງ​ທ່ານ​.