ເສຍຊີວິດ 10 ແລະບາດເຈັບ ຢ່າງໜ້ອຍ 17 ຄົນໃນເຫດ ວາງລະເບີດ ທີ່ປາກີສຖານ

  • ທອງປານ ເທບວົງສາ

ພວກດັບເພີງກໍາລັງປະຕິບັດງານກູ້ໄພ ຫລັງເຫດການລະເບີດສະຫລະຊີບ ທີ່ເມືອງ Quetta ກໍ້າຕາເວັນຕົກສຽງໃຕ້ຂອງປາກີສຖານ.

ຕໍາຫລວດປາກີສຖານກ່າວວ່າ ການໂຈມຕີທີ່ສົງໄສວ່າເປັນລົດລະເບີດສະຫລະຊີບໄດ້ຍັງຜົນ ໃຫ້ມີຜູ້ເສຍຊີວິດສິບຄົນ ແລະໄດ້ຮັບບາດເຈັບອີກຢ່າງໜ້ອຍ 17 ຄົນ ໃນຂະນະທີ່ປະຊາ ຊົນກໍາລັງພາກັນກັບຄືນບ້ານຈາກການສວດມົນໃນຕອນເຊົ້າ ອັນເປັນການເລີ່ມຕົ້ນຂອງ ວັນພັກສໍາຄັນຂອງສາສະໜາອິສລາມ.

ພວກເຈົ້າໜ້າທີ່ກ່າວວ່າ ລະເບີດໄດ້ແຕກຂຶ້ນເມື່ອວັນພຸດມື້ນີ້ ທີ່ເມືອງ Quetta ທີ່ຕັ້ງຢູ່ກໍ້າ ຕາເວັນຕົກສຽງໃຕ້ຂອງປະເທດ ໃນຂະນະທີ່ປະຊາຊົນຫລາຍຮ້ອຍຄົນພາກັນອອກມາຈາກ ວັດຫລັງຈາກເສັດພິທີສວດມົນ Eid al-Fitr ຊຶ່ງເປັນງານບຸນທາງສາສະໜາໃນການສິ້ນ
ສຸດລົງຂອງ ເດືອນອົດອາຫານ ຣາມາດານ ຂອງຊາວມຸສລິມນັ້ນ.

ຕໍາຫລວດກ່າວວ່າ ພວກເຂົາເຈົ້າເຊຶ່ອວ່າ ມືລະເບີດແມ່ນໄດ້ແນເປົ້າໃສ່ວັດ Shi’ite ແຕ່ບໍ່ ສາມາດເຂົ້າໄປໄກ້ຈຸດເປົ້າໝາຍພໍ ເນຶ່ອງຈາກຖະໜົນເສັ້ນດັ່ງກ່າວຖືກປິດ.

ພວກເຈົ້າໜ້າທີ່ກ່າວວ່າພວກເຄາະຮ້າຍເສຍຊີວິດ ແມ່ນມີໂຮມທັງຢ່າງໜ້ອຍແມ່ຍິງສອງຄົນ ແລະລູກນ້ອຍອີກຄົນນຶ່ງ ນອກນີ້ແລ້ວແຮງລະເບີດ ຍັງໄດ້ທໍາລາຍລົດຫລາຍໆຄັນທີ່ຈອດ ຢູ່ໃກ້ໆບ່ອນເກີດເຫດແລະພ້ອມກັບ ຕຶກຢ່າງໜ້ອຍຕຶກຫລັງນຶ່ງ.

ເວລານີ້ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນທັນທີ່ຕໍ່ເຫດການນີ້ ເມືອງ Quetta ເປັນ ເມືອງຫລວງຂອງແຂວງ Baluchistan ຊຶ່ງເປັນ ທັງບ່ອນຢູ່ຂອງກຸ່ມຫົວຮຸນແຮງຕາລິ ບານ ແລະພວກຊາດນິຍົມທີ່ໄດ້ຕໍ່ສູ້ ຕໍ່ຕ້ານລັດຖະບານມາໄດ້ຫລາຍສິບປີແລ້ວນັ້ນ.

ປາກິສຖານມີປະວັດອັນຍາວນານກ່ຽວກັບຄວາມຮຸນແຮງທາງດ້ານສາສະໜາລະຫວ່າງຊົນກຸ່ມ ໃຫຍ່ທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ແລະຊົນ ຊົນກຸ່ມນ້ອຍທີ່ນັບຖືນິກາຍ Shi’ite ນັ້ນ.