3 ຄົນ ​​ ເສຍຊີວິດ ຍ້ອນເຫດ ລະເບີດແຕກ ຢູ່ໃນປາ​ກິ​ສຖານ (ວີດິໂອ)

ແຜນທີ່ຂອງປາ​ກິ​ສຖານ ທີ່ມີເຫດລະເບີດ

ເຫດການວາງລະເບີດພະລັງແຮງບັ້ນ​ນຶ່ງ ຢູ່ໃນຕະຫລາດ
ທີ່ແອອັດແຫ່ງນຶ່ງ ​ໃນພາກຕາເວັນອອກຂອງປາ​ກິ​ສຖານ
ໄດ້ສັງຫານຢ່າງ​ນ້ອຍ 3 ຄົນ ແລະ​ເຮັດ​ໃຫ້​ບາດ​ເຈັບຫຼາຍ
ກວ່າ 25 ຄົນ. ເຫດລະເບີດດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃກ້ຕະ
ຫລາດ Anarkali ທີ່ມີຊື່ສຽງໂດ່ງດັງ ຂອງນະຄອນ Lahore
ຊຶ່ງມີຫລາຍໆຮ້ອຍຄົນຢູ່ໃນຕະຫລາດ ໃນເວລາທີ່ລະເບີດ
ໄດ້ແຕກຂຶ້ນ ໃນຄືນວັນເສົາວານນີ້.

ຜູ້ໄດ້ຮັບບາດເຈັບຖືກນໍາສົ່ງໂຮງໝໍທີ່ຢູ່ໃກ້ໆນັ້ນ. ພວກໄດ້ຮັບບາດ​ເຈັບ ບາງ​ຄົນມີ
ອາການສາຫັດ.

ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບ ຕໍ່ການໂຈມຕີຄັ້ງນີ້ເທື່ອ ແລະຕໍາຫລວດເວົ້າວ່າ ພວກເຂົາເຈົ້າຍັງກໍາລັງ ສືບສວນເບິ່ງ ເຫດການດັ່ງກ່າວຢູ່.

ຊາວອິສລາມຫົວຮຸນແຮງ ໄດ້ທໍາການວາງລະເບີດ ຢູ່ທົ່ວປາກິສຖານ ເພື່ອເປັນການແກ້
ແຄ້ນຕໍ່ການປະຕິບັດງານຂອງກອງທັບ ທີ່ແນເປົ້າໝາຍໃສ່ ກຸ່ມພວກຫົວຮຸນແຮງ ໃນຊຸມ ປີໝໍ່ໆ
ມານີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

3 ຄົນ ເສຍຊີວິດ ຍ້ອນ ລະເບີດແຕກ ທີ່ປາກິສຖານ