ປາກິສຖານ ປະກາດ ແຕ່ງຕັ້ງ ນຍ ຄົນໃໝ່

ທ່ານ Raja Pervez Ashraf ອະດີດລັດຖະມົນຕີກະຊວງນໍ້າແລະພະລັງງານ ທີ່ຖືກສະເໜີຊື່ເປັນນາຍົກລັດຖະມົນຕີ ຄົນໃໝ່ຂອງປາກິສຖານ (22 ມິຖຸນາ 2012)

ພັກ​ລັດຖະບານຂອງ​ປາ​ກິ​ສຖານໄດ້​ສະ​ເໜີ​ໃຫ້ອະດີດ​ລັດຖະມົນ​ຕີກະຊວງນໍ້າແລະ​ພະລັງງານ
ທ່າ​ນ Raja Pervez Ashraf ເພື່ອ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງ​ ແທນນາຍົກລັດຖະມົນ​ຕີ Yousuf
Raza Gilani ທີ່​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ໜ້າ​ທີ່​ນັ້ນ.​

ທ່ານ Ashraf ​ໄດ້​ຖືກ​ກ່າວ​ຫາ​ວ່າ ​ສໍ້​ລາດ​ບັງ​ຫຼວງ ​ໃນ​ລະຫວ່າງ​ທີ່​ທ່ານ​ກຳ​ຕຳ​ແໜ່​ງ​ຢູ່​ທີ່ກະ​
ຊວງ​ນໍ້າແລະພະ​ລັງ​ງານ ​ແຕ່​ກໍ​ຄາດ​ວ່າ ການ​ແຕ່ງຕັ້ງທ່ານຈະ​ໄດ້ຮັບ​ການ​ອະນຸມັດຍ້ອນ​ວ່າ
ພັກ​ປະຊາຊົນປາ​ກິ​ສຖານ ​ແລະ​ບັນດາ​ພັກ ທີ່ຮ່ວມ​ຢູ່​ໃນ​ຄະນະ​ລັດຖະບານ​ປະສົມ ​ກໍາສຽງ
​ສ່ວນ​ຫຼາຍຢູ່​ໃນ​ສະພາ​ແຫ່ງ​ຊາດ. ສະພາປາກິ​ສຖານ​ປະຊຸມ​ກັນ​ໃນວັນ​ສຸກມື້​ນີ້ ​ເພື່ອ​ເລືອກ
​ເອົານາຍົກລັດຖະມົນ​ຕີ​ຄົນ​ໃໝ່.

​ໃນ​ມື້ວານ​ນີ້ ພັກ​ປະຊາຊົນ​ປາ​ກິ​ສຖານ​ໄດ້​ສະ​ເໜີ​ແຕ່ງຕັ້ງລັດຖະມົນຕີແຜ່ນແພທ່າ​ນ Makh-
doom Shahabuddin ໃຫ້ເຂົ້າກຳ​ຕຳ​ແໜ່​ງ ເປັນນາຍົກລັດຖະມົນ​ຕີປາ​ກິ​ສຖານ. ​ແຕ່​ແນວ​
ໃດ​ກໍ​ຕາມ ຜູ້​ພິພາກສາ​ຄົນ​ນຶ່ງຂອງປາ​ກິ​ສະຖານ ​ໄດ້​ອອກໝາຍ​ຈັບ ທ່ານ Shahabuddin ​
ໃນ​ມື້ວານ​ນີ້ທີ່ພົວພັນ​ກັບຂ່າວ​ນອງ​ນັນ​ໃນການ​ນໍາ​ເຂົ້າ​ຢາ ephedrine ​ແບບ​ຜິດ​ກົດໝາຍ​
ໃນ​ຂະນະ​ທີ່​ທ່ານ​ເປັນ​ລັດຖະມົນ ຕີ​ສາທາລະນະ​ສຸກຢູ່​ນັ້ນ.

ນາຍົກລັດຖະມົນ​ຕີ​ຄົນ​ໃໝ່​ຂອງປາ​ກິ​ສຖານແມ່ນ​ຈະ​ມີໜ້າ​ທີ່ໆ​ຊໍ້າ​ຊາກບໍ່​ສຳຄັນລ​ະຫວ່າງປະ
ທານາທິບໍດີ Asif Ali Zardari ​ແລະສານ​ສູງ​ສຸດ​ຂອງ​ປະ​ເທດທີ່​ໄດ້​ປະກາດ​ວ່າທ່ານ Gilani
ບໍ່​ສາມາດ​ທີ່​ຈະກໍາ​ໜ້າ​ທີ່​ໄດ້​ຕໍ່​ໄປ​ອີກ​ ໃນ​ວັນ​ອັງຄານຜ່ານ​ມາເພາະວ່າໄດ້​ມີ​ການ​ຕັດສິນ​ໂທດ​
ກ່ອນ​ໜ້ານີ້. ສານເຫັນ​ວ່າ​ທ່າ​ນມີ​ຄວາມ​ຜິດຖານໝິ່ນປະໝາດ ​ໃນ​ວັນ​ທີ່ 26 ເດືອນ​ເມສາທີ່
ໄດ້ປະຕິ​ເສດ​ຄໍາ​ສັ່ງ ​ຂອງ​ສານ ໃຫ້ສອບ​ຖາມ​ເຈົ້າ​ໜ້າ​ທີ່ສວິສທຳ​ການສືບສວນ​ກ່ຽວ​ກັບກາ​ນ
ກ່າວຫາ​ສໍ້ລາດ​ບັງ​ຫຼວງ​ຕໍ່ປະທານາທິບໍດີ Zardari.

ມີ​ທ່າ​ທາງ​ວ່າ ນາຍົກລັດຖະມົນຕີຄົນ​ໃໝ່​ຈະ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນໃນ​ທຳນອງດຽວ​ກັນ
ນີ້​ເພື່ອ​ໃຫ້​ທຳ​ການ​ສືບສວນ​ປະທານາທິບໍດີ.