ການໂຈມຕີ ທາງອາກາດ ຂອງປາກິສຖານ ສັງຫານ ພວກກໍ່ການຮ້າຍ ຫຼາຍສິບຄົນ

그리스 아테네 인근 피라에우스 항에 도착한 시리아 난민들이 배에서 내리기 위해 기다리고 있다.

ກອງທັບປາ​ກິ​ສຖານ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ ໃສ່
ບ່ອນທີ່ສົງໄສວ່າເປັນບ່ອນລີ້ຊ່ອນຂອງພວກ​ຫົວ​ຮຸນ​ແຮງ​
ຢູ່​ໃນເຂດຊົນ​ເຜົ່າ​ Waziristan ເໜືອ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ
ຢ່າງໜ້ອຍ 50 ຄົນ.

ນັກ​ຂ່າວວີ​ໂອ​ເອ ພະແນກພາສາ Deewa ກ່າວ​ວ່າ ໃນ​ວັນ​
ພຸດມື້ນີ້ ທາງກອງ ທັບ ​ໄດ້​ແນເປົ້າໝາຍໃສ່​ບ່ອນ​ລີ້​ຊ່ອນຂອງ
ພວກຫົວຮຸນແຮງ ໃນ​ເມືອງ Mir Ali ​ແລະ Maranshah ຊຶ່ງ​
ເປັນ​ເມືອງ​ສຳຄັນ ໃນເຂດຊົນເຜົ່າ Waziristanເໜືອ​ໃກ້ກັບ
​ຊາຍ​ແດນ​ອັຟກາ​ນິສຖານ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ກ່າວ​ຕໍ່​ສື່​ມົນຊົນບໍ່​ໄດ້​ເປີດ​ເຜີຍ​ລາຍ​ຊື່ ​ແຕ່​ໄດ້​ເວົ້າວ່າ ບັນດາ​ຜູ້ນຳ​ກໍ່
ການ​ຮ້າຍ​ຄົນ​ສຳຄັນ ຮວມຢູ່ໃນ​ພວກທີ່​ຖືກ​ສັງຫານ​ ຈາກ​ການ​ໂຈມ​ຕີທາງ ອາກາດ ການ​ຢືນຢັນທີ່ເປັນອິດສະຫຼະກ່ຽວກັບຈຳນວນ​ຜູ້​ເສຍ​ຊີວິດ ແມ່ນມີ​ຄວາມ​ລຳບາກເນື່ອງ​
ຈາກ​ວ່າ ບັນດາ​ນັກ​ຂ່າວ​ບໍ່ໄດ້​ຮັບອະນຸຍາດ​ ໃຫ້ເຂົ້າໄປ​ໃນ​ຂົງ​ເຂດທີ່ມີການໂຈມຕີ.

ເຂດ Waziristan ເໜືອ ແມ່ນ​ຊາບ​ກັນ​ວ່າ ​ເປັນທີ່​ໝັ້ນອັນເຂັ້ມ​ແຂງ​ຂອງພວກ Taliban
​ແລະ​ພວກ​ຫົວ​ຮຸນ​ແຮງ​ອຶ່ນໆ​ທີ່ເປັນເຄືອຂ່າຍຂອງກຸ່ມ​ກໍ່​ການ​ຮ້າຍ al-Qaida.