ກອງທັບປາກິສຖານ ກ່າວວ່າ ເຮືອບິນລົບຫຼາຍລຳຂອງຕົນ ໄດ້
ໂຈມຕີບ່ອນຫລົບລີ້ 3 ແຫ່ງຢູ່ທີ່ໝັ້ນຂອງພວກ Taliban ໃກ້ກັບ
ເຂດຊາຍແດນອັຟການິສຖານ ຊຶ່ງໄດ້ສັງຫານ ພວກຫົວຮຸນແຮງ
35 ຄົນ.
ບັນດາເຈົ້າໜ້າທີ່ ກ່າວວ່າ ການໂຈມຕີທາງອາກາດເມື່ອຕອນ
ເຊົ້າຂອງວັນພຸດມື້ນີ້ ແມ່ນແນເປົ້າໝາຍໃສ່ເຂດຊົນເຜົ່າ Wa-
ziristan ເໜືອບ່ອນທີ່ກອງທະຫານໄດ້ປະຕິບັດງານບຸກໂຈມ
ຕີຄັ້ງໃຫຍ່ ໃນລະຍະສອງສາມເດືອນຜ່ານມານີ້. ກອງທັບປາ
ກິສຖານກ່າວວ່າ ປະຕິບັດງານຂອງຕົນ ໄດ້ສັງຫານພວກຫົວ
ຮຸນແຮງຫຼາຍກວ່າ 900 ຄົນ.
ເຂດດັ່ງກ່າວແມ່ນໄດ້ຫ້າມບໍ່ໃຫ້ບັນດານັກຂ່າວເຂົ້າໄປ ຈຶ່ງເຮັດໃຫ້ເປັນໄປບໍ່ໄດ້ ທີ່ຈະຢືນ
ຢັນຢ່າງເປັນອິດສະຫລະ ກ່ຽວກັບຕົວເລກຂອງທາງ ກອງທັບ.
ເຂດຊົນເຜົ່າ Waziristan ເໜືອແມ່ນໄດ້ເປັນບ່ອນຢູ່ອາໄສມາເປັນເວລາດົນນານແລ້ວ
ຂອງພວກຫົວຮຸນແຮງຕ່າງດ້າວ ປົນກັບຄົນທ້ອງຖິ່ນ ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການ
ຮ້າຍ al-Qaida ພ້ອມກັບກຸ່ມຕິດອາວຸດຕ່າງໆອີກດ້ວຍ ທີ່ໄດ້ທຳການໂຈມຕີຂ້າມຊາຍ
ແດນຕໍ່ກອງກຳລັງນາໂຕ້ ຢູ່ໃນອັຟການິສຖານ. ສະຫະລັດໄດ້ກົດດັນມາດົນນານແລ້ວ
ໃຫ້ປາກິສຖານປະຕິບັດງານເພື່ອກວດລ້າງບ່ອນຫຼົບລີ້ຂອງພວກຫົວຮຸນແຮງຢູ່ໃນເຂດ
ດັ່ງກ່າວ.