ສຫລ ແລະ ເນໂຕ້ ປະຕິເສດ ຕໍ່ລາຍງານ ທີ່ວ່າ ສຫລ ຈະເຈລະຈາ ກັບ ກຸ່ມຕາລີບານ ໂດຍກົງ

ທ່ານນາງ ອາລິສ ວີລສ໌, Alice Wells, ຮອງຜູ້ຊ່ວຍ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ, ພົບປະກັບ ຜູ້ບັນຊາການ ກອງທັບບົກ ປາກິສຖານ ພົນເອກ ກາມາຣ ຈາເວດ ບາຈວ, ເພື່ອປຶກສາ ວິທີ ເພື່ອທີ່ຈະຮັບປະກັນ ໃຫ້ມີສັນຕິພາບ ຢູ່ໃນອັຟການິສຖານ ຫຼັງຈາກ ມີການຢຸດຍິງ ລະຫວ່າງ ກຸ່ມຕາລີບານ ແລະ ກາບູລ, ໃນນະຄອເນ ຣາວາລປິນດີ ຂອງປາກິສຖານ, ວັນທີ 3 ກໍລະກົດ 2018.

ບັນດາເຈົ້າໜ້າທີ່ຂອງກຳລັງປະສົມ ທີ່ນຳພາໂດຍ ສະຫະລັດ ແລະອົງການເນໂຕ້ ພວມ
ຕອບໂຕ້ຄືນ ລາຍງານກ່ຽວກັບວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້
ແນະນຳໃຫ້ “ບັນດານັກການທູດລະດັບສູງ” ຫາທາງ “ເປີດການເຈລະຈາໂດຍກົງ”
ກັບ ກຸ່ມຕາລີບານ ໃນຄວາມພະຍາຍາມທີ່ຈະ “ເລີ້ມຕົ້ນຄືນໃໝ່” ການເຈລະຈາ ກັບ
ກຸ່ມຫົວຮຸນແຮງ ເພື່ອຫວັງວ່າ ຈະນຳໄປສູ່ການຍຸຕິສົງຄາມ ທີ່ແກ່ຍາວມາໄດ້ 17 ປີແລ້ວ
ຢູ່ໃນ ອັຟການິສຖານ.

ໜັງສືພິມ ນິວ ຢອກ ໄທສ໌ ໄດ້ກ່າວ ໃນສະບັບວັນອາທິດ ວ່າ ການເຄື່ອນໄຫວດັ່ງກ່າວ
ເທົ່າກັບວ່າ “ເປັນການຫັນປ່ຽນ ນະໂຍບາຍທີ່ມີຄວາມໝາຍ ຂອງອາເມຣິກາ ຢູ່ໃນ
ອັຟການິສຖານ.”

ການເຄື່ອນໄຫວນັ້ນ ໄດ້ຮັບການຢືນຢັນ ໂດຍ “ບັນດາເຈົ້າໜ້າທີ່ອາວຸໂສ ຂອງທັງ
ອາເມຣິກາ ແລະ ອັຟການິສຖານ”
ອີງຕາມ ໜັງສືພິມດັ່ງກ່າວ.

ພົນເອກ ຈອນ ນິໂກລສັນ, John Nicholson, ຜູ້ບັນຊາການ ກຳລັງສະໜັບສະໜູນທີ່ເດັດດ່ຽວ ຫຼື Resolute Support ແລະ ກຳລັງສະຫະລັດ ຢູ່ໃນ ອັຟການິສຖານ, ກ່າວຖະແຫລງ ຕໍ່ ກຳລັງພິເສດ ຂອງກົມຕຳຫຼວດ ອັຟການິສຖານ ຫຼັງຈາກທີ່ ພວກເຂົາເຈົ້າ ໄດ້ເຂົ້າຮ່ວມ ໃນການຊ້ອມລົບ ທາງທະຫານ ຢູ່ໃນແຂວງ ໂລກາຣ ຂອງອັຟການິສຖານ, ວັນທີ 30 ພະຈິກ 2017.

ໃນວັນຈັນວານນີ້ ອົງການເນໂຕ້ ທີ່ນຳພາ ກຳລັງປະສົມ ຢູ່ໃນອັຟການິສຖານ ໄດ້ອອກ
ແຈ້ງການສະບັບນຶ່ງ ປະຕິເສດຕໍ່“ລາຍງານຕ່າງໆ ໂດຍສື່ມວນຊົນ ທີ່ວ່າ ຜູ້ບັນຊາການ
ພາລະກິດ ການສະໜັບສະໜຸນທີ່ເດັດດ່ຽວ ໄດ້ກ່າວວ່າ ສະຫະລັດ ແມ່ນພ້ອມແລ້ວ
ທີ່ຈະເຂົ້າຮ່ວມໃນການເຈລະຈາໂດຍກົງ ກັບກຸ່ມຕາລີບານ ໃນລະຫວ່າງ ການເດີນ
ທາງໄປຢ້ຽມຢາມ ພົບປະກັບຜູ້ຕາງໜ້າ ຂອງແຂວງ ແລະ ລັດຖະບານ ຢູ່ທີ່ເມືອງ
ການດາຮາ ໃນວັນທີ 16 ກໍລະກົດ ວານນີ້.”

ພົນເອກ ຈອນ ນິໂກລສັນ ຂອງສະຫະລັດ ຜູ້ບັນຊາການ ກຳລັງນາໆຊາດ ໃນ
ອັຟການິສຖານ ໄດ້ກ່າວວ່າ “ສະຫະລັດ ບໍ່ແມ່ນໂຕແທນ ໃຫ້ປະຊາຊົນ ອັຟການິຖານ
ຫຼື ລັດຖະບານ ອັຟການິສຖານ. ຂ້າພະເຈົ້າ ກ່າວຢ້ຳຄືນອີກ ຖະແຫລງການ ຂອງ
ລັດຖະມົນຕີ ການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ເຊິ່ງທ່ານໄດ້ກ່າວວ່າ ການ
ເຈລະຈາສັນຕິພາບ ຄວນປະກອບດ້ວຍ ການປຶກສາຫາລືກັບ ກຳລັງນານາຊາດ
ແລະວ່າ ສະຫະລັດ ພ້ອມແລ້ວ ທີ່ຈະເຮັດວຽກ ກັບກຸ່ມຕາລີບານ ລັດຖະບານ
ອັຟການິສຖານ ແລະ ປະຊາຊົນ ອັຟການິສຖານ ເພື່ອນຳໄປສູ່ການມີສັນຕິພາບ
ທີ່ຍືນຍົງ ນັ້ນ ໄດ້ຖືກ ຕີຄວາມໝາຍຜິດພາດ.”

ໂຄສົກກະຊວງການຕ່າງປະເທດ ໄດ້ກ່າວຕື່ມໃນວັນຈັນວານນີ້ ວ່າ “ສະຫະລັດ ພວມ
ຄົ້ນຄວ້າເບິ່ງ ທາງເລືອກທຸກຢ່າງເພື່ອສ້າງຄວາມກ້າວໜ້າເຮັດໃຫ້ຂະບວນການ
ສັນຕິພາບ ໃນລັກສະນະ ການປຶກສາຫາລືກັນ ຢ່າງໃກ້ຊິດ ກັບລັດຖະບານ
ອັຟການິສຖານ. ການເຈລະຈາໃດໆ ກ່ຽວກັບ ອະນາຄົດດ້ານການເມືອງ ຂອງ
ອັຟການິສຖານ ຈະແມ່ນລະຫວ່າງ ກຸ່ມຕາລີບານ ແລະ ລັດຖະບານ ອັຟການິສຖານ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ