ທ່ານ Qadri ຮຽກຮ້ອງ ໃຫ້ລັດຖະບານ ປາກິສຖານ ລາອອກ

ບັນດາຜູ້ສະໜັບສະໜູນ ນັກສອນສາສະໜາ Sufi, ທ່ານ Muhammad Tahirul Qadri ກໍາລັງຍົກຍ້າຍອອກຈາກ ເມືອງຫລວງ Islamabad.

ນັກ​ສອນ​ສາສະໜາ​ອິສລາມຄົນ​ນຶ່ງ ທີ່​ນໍາພາ​ການ​ປະ​ທ້ວງ​ໃນ​ນະ
ຄອນ​ຫລວງ​ຂອງປາ​ກິ​ສຖານອາທິດ​ນີ້ຮຽກຮ້ອງ​ໃຫ້ລັດຖະບານ
ລາ​ອອກ​ໂດຍ​ກ່າວ​ວ່າ ທ່ານໄດ້​ບັນລຸ​ການ​ຕົກລົງເພື່ອ​ຍຸ​ຕິ​ການ​
ປະ​ທ້ວງ​ເປັນ​ເວລາ​ສີ່​ມື້​ແລ້ວ.

ທ່ານ Muhammad Tahir-ul Qadri ​ໄດ້​ກ່າວ​ຕໍ່​ບັນດາ​ຜູ້​ສະ
ໜັບສະ ໜຸນ​ ໃນ​ກຸງ Islamabad ​ໃນ​ວັນ​ພະ​ຫັດ​ວານ​ນີ້ວ່າ ທ່ານ​ໄດ້​ບັນລຸ​ການ​ຕົກລົງ​ກັບ
ລັດຖະບານ​ແລ້ວ ອັນ​ທີ່​ເອີ້ນວ່າ “ຄຳ​ປະກາດ Islamabad” ທີ່ລົງ​ນາມ​ໂດຍ ນັກ​ສອນ
ສາສະໜາ​ອິສລາມນິກາຍ Sufi ຊາວ​ກາ​ນາ​ເຊື້ອສາຍ​ປາ​ກິ​ສຖານ​ແລະ ນາຍົກລັດຖະ
ມົນ​ຕີ Raja Pevez Ashraf ​ກ່າວ​ວ່າ ສະພາ​ແຫ່ງ​ຊາດ​ອາດ​ຈະ​ຖືກ​ຍຸບ ເພື່ອ​ເຫັນ​ແກ່​ການ​ສ້າງຕັ້ງລັດຖະບານ​ຊົ່ວຄາວ ບໍ່​ເທົ່າ ​ໃດ​ມື້ກ່ອນ​ທີ່ອາຍຸ​ຂອງ​ສະພາ​ຈະ​ສິ້ນສຸດ​ລົງ​ໃນ​ວັນ​ທີ 15 ​ເດືອນມີນາ.

ທ່ານ Qadri ກ່າວ​ວ່າ​ ມັນ​ຈະ​ອຳນວຍ​ໃຫ້​ມີເວລາ 90 ມື້ ກ່ອນ​ຈະເຖິງ​ວັນ​ປ່ອນ​ບັດ​ເລືອກ​ຕັ້ງສະມາ​ຊິກ​ສະພາຊຸດ​ໃໝ່​ເພື່ອ​ກວດ​ສອບ​ບັນດາ​ນັກ​ການ​ເມືອງ ທີ່​ຈະ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ນັ້ນ.

ຜູ້​ສະໜັບສະໜຸນທ່ານ Qadri ຫຼາຍ​ສິບ​ພັນ​ຄົນ​ເລີ້ມພາກັນໄປ​ເຕົ້າ​ໂຮມ​ກັນ​ທີ່ນະຫລວງ ​ໃນ​ວັນ​ຈັນຜ່ານ​ມາ.

ໃນ​ຕອນເຊົ້າ​ຂອງ​ວັນ​ພະຫັດຜ່ານ​ມານີ້ທ່ານ Fasih Bokhari ຫົວໜ້າ​ ຫ້ອງການຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງປາ​ກິ​ສຖານ ​ກ່າວ​ຕໍ່ສານ​ສູງ​ສຸດ​ຂອງປາ​ກິ​ສຖານວ່າ ທ່ານບໍ່​ມີ​ຫລັກ​ຖານ​ພ່ຽງພໍ ທີ່​ຈະ​ຈັບ​ກຸມ ນາຍົກ ລັດຖະມົນຕີ Ashraf ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫລວງ.