ຜູ້ຄົນພາກັນສືບຕໍ່ ເປັນກໍາລັງໃຈ ໃຫ້ນາງນ້ອຍ Yousufzai ທີ່ຖືກຍິງ

ບັນດານາຍ​ແພດໃນ​ໂຮງໝໍທີ່ປະ​ເທດ​ອັງກິດມີຄວາມຫວັງຫລາຍວ່າ ນາງ  Malala Yousafzai ຈະຫາຍດີຂຶ້ນ.

ກຸ່ມພະນັກງານປະຈໍາລົດສົ່ງຄົນເຈັບ ແລະຕໍາຫລວດຕິດຕາມລົດນັ້ນ ລໍຖ້າຍົນຂົນສົ່ງຄົນສາວ​ນ້ອຍປາ​ກິ​ສຖານ Malala Yousafzai ທີ່ເປັນຄົນເຈັບ ໄປມາເຖິງສະໜາມບິນສາກົນ Birmingham ຢູ່ພາກກາງອັງກິດ ໃນວັນທີ 15, ຕຸລາ 2012.

ເຮືອບິນຂົນສົ່ງ ຄົນສາວ​ນ້ອຍປາ​ກິ​ສຖານ Malala Yousafzai ໄດ້ໄປເຖິງສະໜາມບິນສາກົນ Birmingham ຢູ່ພາກກາງອັງກິດ ໃນວັນທີ 15, ຕຸລາ 2012.

ເຈົ້າໜ້າທີ່ຕໍາຫລວດ ລາດຕະເວນຢູ່ຂ້ອາງນອກຂອງທາງເຂົ້າຂອງໂຮງໝໍພະລາຊີນີ Elizabeth ບ່ອນທີ່ ນາງ Malala Yousufza ໄປເຖິງ ເພື່ອຈະຮັບການປິ່ນປົວ ທີ່ Birmingham ຢູ່ພາກກາງອັງກິດ ໃນວັນທີ 15, ຕຸລາ 2012.

ລົດຂົນສົ່ງຄົນເຈັບໄດ້ນໍາເອົາ ສາວ​ນ້ອຍປາ​ກິ​ສຖານ Malala Yousafzai ອອກຈາກສະໜາມບິນສາກົນ Birmingham ໄປຫາໂຮງໝໍ ໃນວັນທີ 15, ຕຸລາ 2012.

ຂະບວນລົດນໍາໜ້າລົດຂົນສົ່ງຄົນເຈັບໄດ້ນໍາເອົາ ສາວ​ນ້ອຍປາ​ກິ​ສຖານ Malala Yousafzai ອອກຈາກສະໜາມບິນສາກົນ Birmingham ໄປຫາໂຮງໝໍ ໃນວັນທີ 15, ຕຸລາ 2012.

ຮູບທີ່ນໍາເຜີຍແຜ່ໂດຍພະແນກ Inter Services Public Relations, ພວກທ່ານໝໍ ແລະແພດທະຫານປາກິສຖານ ຊຖກລໍ້ນໍາເອົາສາວ​ນ້ອຍປາ​ກິ​ສຖານ Malala Yousafzai ທີ່ຖືກຍິງວັນອັງຄານຜ່ານມາໂດຍພວກຕາລີບານ ເພື່ອຈະຂົນສົ່ງໄປຍັງສະໜາມບິນ ເພື່ອໄປປິ່ນປົວທີ່ອັງກິດ. 

ນັກຮຽນເນປານ ເຂົ້າຮ່ວມການໄຕ້ທຽນເພື່ອໄວ້ອາໄລແກ່ເດັກນັກຮຽນ Malala Yousafzai ໃນນະຄອນ ກັດມັນດູ ໃນວັນທີ 15 ຕຸລາ, 2012.

ນັກຮຽນປາກິສຖານ ຖືຮູບສາວນ້ອຍ Malala Yousufzai ອາຍຸ 14 ປີ ທີ່ຖືກຍິງ ໃນຂະນະສະດຸດີນາງ ຢູ່ສະຖານທູດປາກິສຖານ ໃນ  Abu Dhabi, ສະຫະລັດອາຣັບເອມິເຣດສ໌, ວັນທີ 15 ຕຸລາ 2012.

ເດັກນັກຮຽນຍິງປາກິສຖານ ສວດມົນພາວະນາ ໃຫ້ນາງ Malala Yousufzai ທີ່ຖືກຍິງນັ້ນ ຫາຍດີໄວໆ ຢູ່ເດິ່ນໂຮງຮຽນເຂົາເຈົ້າ ທີ່ເມືອງ Gujranwala, Pakistan, ວັນທີ 15 ຕຸລາ 2012.

Pakistan government announces award of Sitara-e-Juraat to Malala for her courage

ບັນດາຜູ້ສະໜັບສະໜຸນພັກການເມືອງ Muttahida Qaumi Movement (MQM) ຂອງປາກິສຖານ ພາກັນໄປຮ່ວມໃນການໂຮມຊຸມນຸມ ປະນາມການໂຈມຕີ ເດັກນັກຮຽນຍິງ Malala Yousufzai ອາຍຸ 14 ປີ, ທີ່ນະຄອນ Karachi, Pakistan, ວັນທີ 14 ຕຸລາ 2012.

ຜູ້ສະໜັບສະໜຸນພັກການເມືອງ Muttahida Qaumi Movement (MQM) ຂອງປາກິສຖານ ຄົນນຶ່ງ ສະແດງຄວາມໂສກເສົ້າ ໃນລະຫວ່າງການໂຮມຊຸມນຸມ ປະນາມການໂຈມຕີ ເດັກນັກຮຽນຍິງ Malala Yousufzai ອາຍຸ 14 ປີ, ທີ່ນະຄອນ Karachi, Pakistan, ວັນທີ 14 ຕຸລາ 2012.

ຊາວຄຣິສຕ໌ປາກິສຖານ ພາກັນສວດມົນພາວະນາ ໃຫ້ນາງນ້ອຍ Malala Yousufzai ຫາຍດີ ຢູ່ໂບດ Sacred Heart Cathedral ໃນເມືອງ Lahore, Pakistan, ວັນທີ 14 ຕຸລາ 2012.

ພວກນາຍຄູ ທ່ອງພະຄໍາພີໂຄຣານໃນຄະນະທີ່ ສູດມົນພາວະນາໃຫ້ເດັກນັກຮຽນ ນາງ Malala Yousafzai  ຢູ່ເມືອງ Peshawar ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012

ພວກນັກຮຽນປາກິສຖານ ສູດມົນພາວະນາ ໃຫ້ເດັກນັກຮຽນ ນາງ Malala Yousafzai ອາຍຸ 14 ປີ ທີ່ຖືກພວກຕາລີບັນຍິງ ຍ້ອນເວົ້າ ຕໍ່ຕ້ານກຸ່ມຫົວຮຸນແຮງດັ່ງກ່າວ ແລະປຸກລະດົມໃຫ້ມີການສົ່ງເສີມ
ການສຶກສາແກ່ຜູ້ຍິງ ຢູ່ໃນເມືອງ Peshawar, ປາກິສຖານ, ວັນທີ 12 ຕຸລາ 2012

ພວກນັກຮຽນຍິງປາກິສຖານ ເອົາຮູບຂອງນາງ Malala Yousafzai ອາຍຸ 14 ປີ ມາຕັ້ງສະແດງໄວ້ ເທິງໂຕະຂອງພວກຕົນ ທີ່ນະຄອນຫລວງ ອິສລາມາບັດ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012

ຜູ້ຄົນໄປອະທິຖານສູດມົນພາວະນາໃຫ້ເດັກນັກຮຽນ ນາງ Malala Yousafzai ຢູ່ໃນໄລຍະສວດມົນໃນວັນສຸກ ທີ່ວັດສາສະໜາອິສລາມແຫ່ງນຶ່ງ ທີ່ນະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012

ພວກຜູ້ຍິງພາກັນໄຕ້ທຽນໄຫວ້ວອນ ໃນຂະນະທີ່ໂຮມຊຸມນຸມ ເພື່ອກ່າວປະນາມການໂຈມຕີ ເດັກນັກຮຽນ ນາງ Malala Yousafzai  ຢູ່ໃນນະຄອນກາຣາຈີ ຂອງປາກິສຖານ ໃນວັນທີ 12 ຕຸລາ, 2012