ໃນລາຍການຊຸມຊົນລາວ ໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ແລງວັນອາທິດມື້ນີ້ ທ່ານ ຄໍາດີ ມັດທະວົງ ຈາກເມືອງ ເມີຟຣີສໂບໂຣ (Murfreesboro) ໃນລັດເທັນເນສຊີ (Tennesse) ຈະມາລົມສູ່ຟັງກ່ຽວກັບປະຫວັດຄວາມເປັນມາຂອງເພິ່ນ ໃນການມາຕັ້ງຖິ່ນຖານຢູ່ສະຫະລັດ ແລະ ຊີວິດການເປັນຢູ່ຂອງຊາວລາວໃນເມືອງດັ່ງກ່າວຊຶ່ງ ບົວສະຫວັນຈະນຳເອົາບົດສຳພາດ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງເລື້ອງລາວຂອງທ່ານຄໍາດີ ໃນການມາຕັ້ງຖິ່ນຖານໃນລັດເທັນເນສຊີ
ທ. ຄໍາດີ ມັດທະວົງ ທີ່ເມືອງເມີຟຣີສໂບໂຣ, ລັດເທັນເນສຊີ
ທ່ານ ຄໍາດີ ມັດທະວົງ, ອະດີດນາຍທະຫານທີ່ເຄີຍໄປສໍາມະນາຢູ່ແຂວງອັດຕະປື ໃນພາກໃຕ້ຂອງລາວນັ້ນ ເລົ່າເຖິງການມາຕັ້ງຖິ່ນຖານຂອງທ່ານໃນ ເມືອງ (Murfreesboro) ປະຊາຄົມລາວໃນເມືອງດັ່ງກ່າວ ແລະໃນລັດເທັນເນສຊີ (Tennesse) ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 1 ທ. ຄໍາດີກ່ຽວກັບການມາຕັ້ງຖິ່ນຖານໃນລັດເທັນເນສຊີ
ກ່ອນຈະມາຕັ້ງຖິ່ນຖານ ຢ່າງໝັ້ນຄົງຢູ່ໃນລັດເທັນເນສຊີ ທ່ານຄໍາດີ ທີ່ອອກກິນ ເບ້ຍບໍານານ ແລະມີລູກຫລານຫລາຍຄົນແລ້ວນັ້ນ ເລົ່າເຖິງອະດີດຂອງ ເພິ່ນ ສູ່ຟັງວ່າ:
Your browser doesn’t support HTML5
ສຽງ 2 ທ. ຄໍາດີ ເລົ່າເຖິງອະດີດຂອງເພິ່ນກ່ອນຈະມາຮອດ ສຫລ
ປ້າຍຢູ່ໜ້າທາງເຂົ້າວັດລາວພຸດທະຣາມ ຊຶ່ງເປັນວັດໃຫຍ່ທີ່ສຸດໃນລັດເທັນເນສຊີ ທາງພາກໃຕ້ຂອງສະຫະລັດ
ທ່ານເລົ່າເຖິງຄວາມລໍາບາກໃນໄລຍະທີ່ລັກໂຕນໜີຈາກສູນສໍາມະນາໃນແຂວງ ອັດຕະປືນັ້ນສູ່ຟັງເພີ້ມອີກວ່າ:
Your browser doesn’t support HTML5
ສຽງ 3 ທ. ຄໍາດີ ເລົ່າກ່ຽວກັບການຫລົບໜີຈາກສູນສໍາມະນາ ທີ່ອັດຕະປື
ຈາກນັ້ນທ່ານກໍໄດ້ຜ່ານຜ່າເສັ້ນທາງຊີວິດອັນລະອິດລະອ້ຽວ ກ່ອນຈະມາຮອດ ສະຫະລັດນັບຕັ້ງແຕ່ອອກຈາກນະຄອນຫລວງວຽງຈັນ ກາຍມາເປັນອົບພະຍົບ ຊຶ່ງທ່ານເລົ່າເຖິງປະສົບການຕອນນັ້ນສູ່ຟັງວ່າ:
Your browser doesn’t support HTML5
ສຽງ 4 ທ. ຄໍາດີ ເລົ່າເຖິງປະສົບການຊີວິດກ່ອນຈະມາຮອດ ສຫລ
ການຍົກຍ້າຍຄອບຄົວຈາກລາວມາຕັ້ງຖິ່ນຖານໃນສະຫະລັດຂອງຊາວອົບພະຍົບ ຈາກລາວເປັນເລື້ອງທີ່ສັບສົນທີ່ຕ້ອງໄດ້ມີການວາງແຜນການລ່ວງໜ້າ ແລະ ປະ ເຊີນຄວາມສ່ຽງຕໍ່ການພັດພາກຈາກກັນເປັນເວລາຍາວນານ, ເຊັ່ນດຽວກັນ ທ່ານຄໍາດີ ທີ່ມີລູກ 6 ຄົນນັ້ນ ໄດ້ສົ່ງລູກຜູ້ໃຫຍ່ກວ່າໝູ່ໃຫ້ມາສະຫະລັດ ນໍາອ້າຍຂອງພັນລະຍາເພິ່ນ ທີ່ເປັນນັກບິນຢູ່ໃນນະຄອນວຽງຈັນ ແລະມາ ຕັ້ງຖິ່ນຖານໃນສະຫະລັດກ່ອນແລ້ວ ແລະເພິ່ນເອງກໍເອົາລູກມານໍາອີກ 3 ຄົນ ໃນໄລຍະທີ່ເພິ່ນລັກລອບໜີອອກຈາກລາວ ໄປຢູ່ໃນສູນອົບພະຍົບເພື່ອລໍ ຖ້າມາສະຫະລັດໃນປີ 1986 ນັ້ນ. ສ່ວນພັນ ລະຍາຂອງເພິ່ນ ທີ່ເປັນຄົນເມືອງ ສະຜ່າຍທີ່ຢູ່ພາກໃຕ້ຂອງລາວນັ້ນ ແລະ ລູກອີກຄົນນຶ່ງແມ່ນລໍຖ້າຢູ່ລາວ ແລ້ວ ທ່ານ ຄໍາດີ ຈຶ່ງຮັບປະກັນເອົາເຂົາເຈົ້າມາຢູ່ທ້ອນ ໂຮມກັນໃນສອງປີ ຕໍ່ມາກໍ ຄືໃນທ້າຍປີ 1988.
ພາບສະຫລອງບຸນປີໃໝ່ລາວຂອງປະຊາຄົມລາວຢູ່ວັດລາວພຸດທະຣາມ, ໃນເມືອງເມີຟີສໂບໂຣ, ລັດເທັນເນສຊີ
ການມາຕັ້ງຖິ່ນຖານໃໝ່ນັ້ນ ຖືວ່າເປັນການເລີ້ມຕົ້ນຊີວິດໃໝ່ທີ່ດີສໍາລັບທ່ານ ຄໍາດີ ເຖິງຈະບໍ່ໄດ້ປະກອບອາຊີບທີ່ມີໜ້າທີ່ຮັບຜິດຊອບສູງກໍຕາມ ແລະທ່ານເລົ່າເຖິງ ອາຊີບວຽກງານຕອນມາຮອດໃໝ່ໆນັ້ນ ສູ່ຟັງວ່າເພິ່ນເຮັດວຽກຢູ່ໂຮງງານຜະລິດ ເຮືອຫາປາໄດ້ຊາວກວ່າປີຈຶ່ງອອກກິນເບ້ຍບໍານານ.
ເຖິງວ່າຈະພົບຄວາມຫຍຸ້ງຍາກໃນຂັ້ນຕົ້ນຫລັງຈາກມາຮອດ ສະຫະລັດ ນັ້ນກໍ ຕາມ ແຕ່ວ່າຄອບຄົວຂອງທ່ານ ຄໍາດີ ກໍໄດ້ມີຊີວິດອັນໝັ້ນຄົງ ແລະລູກ ຫລານກໍ ໄດ້ຮັບການສຶກສາດີ ຊຶ່ງເປັນສິ່ງທີ່ທ່ານບໍ່ເຄີຍຝັນໄວ້ໃນເມືອງກ່ອນ ເມື່ອທຽບ ໃສ່ອະດີດ ຊຶ່ງທ່ານເລົ່າສູ່ຟັງວ່າ:
Your browser doesn’t support HTML5
ສຽງ 5 ທ. ຄໍາດີ ເລົ່າເຖິງຊີວິດມາຮອດ ສຫລ ໃໝ່ໆ
ພາບຂອງຮ້ານຄ້າຂາຍເຄື່ອງໃນໂອກາດບຸນປີໝ່ລາວປີ 2015
ລັດເທັນເນສຊີທີ່ຕັ້ງຢູ່ພາກໃຕ້ຂອງສະຫະລັດນັ້ນ ມີຄົນເຊື້ອສາຍລາວອາໄສຢູ່ປະມານ 6 ພັນຄົນ, ອີງຕາມ ການສໍາຫລວດພົນລະເມືອງໃນປີ 2017 ຂອງສະຫະລັດ. ທ່ານຄໍາດີເລົ່າສູ່ຟັງວ່າ ສ່ວນໃຫຍ່ຄົນໃນ ປະຊາຄົມລາວໃນເມືອງ ເມີຟຣີສໂບໂຣ(Murfreesboro) ກໍຄືໃນລັດເທັນເນສຊີ (Tennesse) ແມ່ນເຮັດວຽກຢູ່ໃນໂຮງງານຕ່າງໆ ແລະມີ ຈໍານວນນຶ່ງທີ່ເປັນຄົນທີ່ເກີດແລະໃຫຍ່ໃນ ສະຫະລັດ ນັ້ນ ກໍເຮັດວຽກຢູ່ໃນ ຫ້ອງການຕ່າງໆ ແລະກໍມີຫລາຍຄົນທີ່ມີກິດຈະການຂອງຕົວເອງ ເຊັ່ນຮ້ານອາຫານ ລາວ, ອາຫານ ໄທ, ຂາຍເຄື່ອງທົ່ວໄປ ຫລືມີບໍລິສັດ ຂາຍເພີນິເຈີ ແລະ ຮັບເໝົາເຮັດເຮືອນດັ່ງນີ້ເປັນຕົ້ນ.
ທີ່ທ່ານຫາກໍໄດ້ຮັບຟັງຜ່ານໄປນັ້ນ ແມ່ນລາຍການຊຸມຊົນລາວຊຶ່ງມື້ນີ້ແມ່ນ ທ່ານ ຄໍາດີ ມັດທະວົງ ຈາກເມືອງ (Murfreesboro) ໃນລັດເທັນເນສຊີ (Tennesse) ມາເລົ່າເຖິງເລື້ອງການຕັ້ງຖິ່ນຖານຂອງເພິ່ນ ຢູ່ໃນສະຫະລັດ. ຂໍເຊີນບັນດາທ່ານພົບກັບລາຍການຊຸມຊົນລາວ ຂອງເຮົາໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້.