ນັກມວຍຊາວ ຟິລິບປິນ Pacquiao ຊະນະແຊ້ມໂລກ ລຸ້ນ Welterweight (ວີດີໂອ)

ນັກມວຍ Manny Pacquiao ຄວ້າເອົາແຊ້ມໂລກ ຂອງອົງການ WBO ໃນລາຍການຊົກມວຍ ຕອນແລງຂອງວັນອາທິດທີ 24

ປະຊາຊົນ​ຜູ້​ລອດ​ຊີວິດຫຼາຍພັນ​ຄົນ​ຈາກ​ພາຍຸ​ໄຕ້​ຝຸ່ນ Haiyan ຢູ່​ໃນ​ພາກກາງຂອງ ຟິລິບ​ປິນ ​ໄດ້​ຮ່ວມ​ກັບ​ເພື່ອນຮ່ວມ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ​ເມື່ອ ວັນ​ອາທິດ​ມື້​ນີ້ ​ເພື່ອ​ສະຫຼອງໄຊຊະນະ​ໃນ​ການ​ຊົກມວຍ​ຂອງ​ນັກ​ມວຍຊື່​ດັງ Manny Pacquiao ທີ່​ຄວ້າ​ເອົາ​ຕໍາ​ແໜ່​ງ​ແຊ້ມມວຍສາກົນ​ລຸ້ນ Welterweight ຂອງ​ອົງການ​ມວຍໂລກຫຼື ​WBO ມາ​ຄອງ.

ພວກ​ຝຸງ​ຊົນ​ອັ່ງ​ອໍ​ກັນ ​ເບິ່ງ​ທີ​ວີ​ຈໍ​ຍັກ ທີ່​ຕັ້ງຢູ່​ສີ່​ແຫ່ງ ຢູ່​ໃນ​ເຂດ​ເມືອງ Tacloban ທີ່​ຖືກ​ທໍາ ລາຍ​ເພພັງ​ໂດຍ​ພາຍຸ​ໄຕ້​ຝຸ່ນ​ດັ່ງ​ກ່າວ​ນັ້ນ ພາກັນ​ເຕັ້ນ ຂຶ້ນດີ​ອົກ​ດີ​ໃຈ ທີ່​ນັກ​ມວຍ​ຍອດ​ນິຍົມ​ຊາວ​ຟິລິບ​ປິນ Pacquiao ຊະນະ ນັກ​ມວຍ​ຊາວ​ອາ​ເມ​ຣິກັນ Brandon Rios ​ໃນ​ການ​ຊົກ 12 ຍົກ.

ທ້າວ Pacquiao ​ໄດ້​ອຸທິດ​ຕົນໃນ​ກັບ​ຄືນ​ມາ​ຊົກ​ມວຍອີກ ເພື່ອ​ພວກ​ເຄາະ​ຮ້າຍ​ຈາກ ພາຍຸ ​ແລະ​ໄດ້​ສັນຍາ​ວ່າລາວ​ຈະໄປ​ຢ້ຽມຢາມ​ເມືອງ Tacloban ​ແລະ​ຂົງ​ເຂດ​ອື່ນໆ ບ່ອນ​ທີ່​ພາຍຸ ​ໄດ້​ພັດ​ທໍາລາຍຫຼາຍໝູ່​ບ້ານຈົນ​ເສຍ​ຫາຍ​ຢ່າງ​ໜັກ ​ແລະໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປຫຼາຍກວ່າ 5,200 ຄົນ​ແລ້ວນັ້ນ.

ຜູ້​ຊົມ​ການ​ຊົກ​ມວຍຫຼາຍໆ​ຄົນ​ ​ເວົ້າວ່າ ທ້າວ Pacquiao ​ໄດ້​ສ້າງກໍາລັງ ​ໃຈ​ໃຫ້​ແກ່​ປະ ຊາຊົນ ​ແລະເຮັດ​ໃຫ້​ພວກ​ເຂົາ​ເຈົ້າ ລືມ​ການ​ເສຍ​ຊີວິດ ​ແລະ​ຄວາມ​ຫາ​ຍະ​ນະ ​ທີ່ຢູ່​ອ້ອມ​ຂ້າງ​ພວກ​ເຂົາ​ເຈົ້ານັ້ນ ​ໄປ​ຊົ່ວ​ລະ​ຍະ​ນຶ່ງ.​

Your browser doesn’t support HTML5

Pacquiao