ຄວາມກ້າວໜ້າ ໃນການປະຕິບັດການ ຂອງ ກຳລັງພິເສດ ສຫລ ມີຄວາມອ່ອນລ້າລົງ

ສະມາຊິກກອງທັບ ສະຫະລັດ ຄົນໜຶ່ງຄຸ້ມກັນເພື່ອນຮ່ວມກຸ່ມຂອງລາວ ທີ່ກຳລັງເຄື່ອນຍ້າຍເຂົ້າໄປໃນຈຸດທີ່ຕ້ອງສົງໄສຂອງກອງກຳລັງ ອາລ ໄກດາ ແລະ ຕາລີບານ. 26 ມັງກອນ, 2002.

ການເພິ່ງພາອາໄສກອງກຳລັງທີ່ດີທີ່ສຸດຂອງ ສະຫະລັດ ຢ່າງຕໍ່ເນື່ອງ ແລະ ກໍຢ່າງໜັກ ໄດ້ເປັນໄພຂົ່ມຂູ່ທີ່ຈະເຮັດໃຫ້ສິ່ງທີ່ບັນດາເຈົ້າໜ້າທີ່ຫຼາຍຄົນເຫັນວ່າ​ເປັນຄວາມ​ສາມາດ
ທາງ​ທະຫານທີ່ມີຄວາມຈຳເປັນຍິ່ງໃນຕອນນີ້ຊຸດໂຊມລົງ.

ກອງກຳລັງພິເສດ ສະຫະລັດ ເຊິ່ງຕອນນີ້ໄດ້ຢູ່ແຖວໜ້າໃນການຕໍ່ສູ້ກັບກຸ່ມກໍ່ການຮ້າຍ ເຊັ່ນພວກລັດອິສລາມ ແລະກຸ່ມ al-Qaida ແລ້ວນັ້ນ ໄດ້ຖືກຮ້ອງຂໍ ໃຫ້ຊ່ວຍເຫຼືອຫຼາຍ
ຍິ່ງຂຶ້ນ ເພື່ອຕໍ່ສູ້ກັບໄພຂົ່ມຂູ່ຫຼາຍຮູບແບບຈາກກຸ່ມລັດຖະບານ ແລະ ບໍ່ແມ່ນລັດຖະ
ບານ, ໃນລະດັບທີ່ບັນດາເຈົ້າໜ້າທີ່ທຳນຽບຫ້າແຈຢ້ານວ່າ ມັນອາດຈະບໍ່ມີຄວາມໝັ້ນ
ຄົງ.

ທ່ານນາງ Theresa Whelan ຮັກສາການ​ແທນລັດຖະມົນຕີຊ່ວຍ​ວ່າ ການກະຊວງປ້ອງ
ກັນປະເທດຮັບຜິດຊອບ​ໃນການປະຕິບັດການພິເສດ ແລະຄວາມຂັດແຍ້ງທີ່ມີຄວາມເຄັ່ງ
ຕຶງຕໍ່າ ໄດ້ກ່າວຕໍ່ຄະນະກຳມະການກອງທັບ​ຂອງສະພາຕໍ່າວ່າ “ພວກເຮົາໄດ້ທຳການ
ປະຕິບັດພາລະກິດທີ່ມີລະດັບສູງ ເປັນເວລາຫຼາຍກວ່າໜຶ່ງທົດສະວັດທີ່ຜ່ານມາ. ພວກ
ເຮົາມີພັນທະທີ່ຈະອຳນວຍຄວາມສະດວກ ໃຫ້ການປະຕິບັດການໃນປະຈຸບັນຂອງ
ພວກເຮົາສຳລັບອະນາຄົດ.”

ທ່ານນາງໄດ້ກ່າວເພີ່ມເຕີມວ່າ “ສິ່ງດັ່ງກ່າວນັ້ນ ໄດ້ສົ່ງຜົນກະທົບ ຕໍ່ຄວາມພ້ອມ ແລະ ມັນກໍໄດ້ສົ່ງຜົນກະທົບຕໍ່ການພັດທະນາກອງກຳລັງສຳລັບອະນາຄົດເຊັ່ນກັນ. ແລະ ໃນຂະນະທີ່ໄພຂົ່ມຂູ່ຕ່າງໆໄດ້ເພີ່ມຂຶ້ນນັ້ນ, ມັນມີແຕ່ຈະຮ້າຍແຮງຂຶ້ນກວ່າເກົ່າ.”

ປັດຈຸບັນນີ້, ກອງກຳລັງປະຕິບັດການພິເສດ ສະຫະລັດ ປະມານ 8,000 ຄົນໄດ້ຖືກສົ່ງ ໄປປະຕິບັດ​ໜ້າ​ທີ່ຢູ່​ໃນຫຼາຍກວ່າ 80 ປະເທດ, ອີງຕາມກອງບັນຊາການປະຕິບັດການ
ພິເສດ ສະຫະລັດ.

ຕົວເລກດັ່ງກ່າວລວມມີ ການດຳເນີນພາລະກິດລະດັບສູງໃນປະເທດ ຊີເຣຍ ແລະ ອີຣັກ,
ເຊິ່ງກອງກຳລັງປະຕິບັດການພິເສດປະມານ 600 ຄົນໄດ້ເຮັດວຽກກັບຄູ່ຮ່ວມງານໃນ
ທ້ອງຖິ່ນເພື່ອຊ່ວຍເອົາຊະນະພວກ IS.

ກອງກຳລັງປະຕິບັດການພິເສດ ຍັງມີບົດບາດທີ່ສຳຄັນໃນປະເທດ ອັຟການິສຖານເຊັ່ນ
ກັນ, ເຊິ່ງໃນສັບປະດາທີ່ຜ່ານມານີ້, ທະຫານສະເພາະກິດສອງຄົນໄດ້ຖືກຂ້າຕາຍໃນ
ການບຸກໂຈມຕີຄັ້ງໃຫຍ່ຮ່ວມກັບກຳລັງ ອັຟການິສຖານ ທີ່ຄິດວ່າ ໄດ້ສັງຫານຫົວໜ້າ
ຂອງພວກ IS ໃນປະເທດດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ