ພວກລູກເຮືອ ແລະ ເຈົ້າຂອງ ເຮືອຂ້າມຟາກ ຟີລິບປິນ ຖືກຟ້ອງ ໃນຂໍ້ຫາ ຄາດຕະກຳ

ພວກກູ້ໄພ ຜູກເຊືອກໃສ່ເຮືອ Kim Nirvana ເພື່ອແກ່ເຂົ້າຝັ່ງ ໃກ້ເມືອງທ່າ Ormoc ໃນເຂດພາກກາງຟີລິບປິນ (3 ກໍລະກົດ 2015)

ເຈົ້າໜ້າທີ່ຕຳຫຼວດຟີລິບປິນໄດ້ຕັ້ງຂໍ້ຫາຄາດຕະກຳຕໍ່ເຈົ້າຂອງ
ແລະລູກເຮືອຂ້າມຟາກຟີລິບປິນ ທີ່ໄດ້ຫລົ້ມ ແລະເຮັດໃຫ້ຢ່າງ
ໜ້ອຍ 56 ຄົນເສຍຊີວິດ.

ມີຜູ້ໂດຍສານບໍ່ຕ່ຳກວ່າ 141 ຄົນໄດ້ຖືກຊ່ອຍຊີວິດໄວ້ໄດ້ ຫລື
ບໍ່ກໍລອຍເຂົ້າ ຝັ່ງຫລັງຈາກເຮືອ Kim Nirvana ໄດ້ຫລົ້ມໃນມື້
ວັນພະຫັດຜ່ານມາ ບໍ່ເທົ່າໃດນາທີລຸນຫຼັງທີ່ໄດ້ແລ່ນອອກຈາກ
ເມືອງທ່າ Ormoc ໃນເກາະ Leyte ໃນເສັ້ນທາງທີ່ແລ່ນຕາມ
ປົກກະຕິໄປຍັງໝູ່​ເກາະ Camotes. ຈຳນວນຜູ້ໂດຍສານມີຈັກ
ຄົນແທ້ ໃນເວລາເຮືອຫລົ້ມນັ້ນ ແມ່ນບໍ່ສາມາດຮູ້ໄດ້.

​ເຈົ້າ​ໜ້າ​ທີ່ກ່າວວ່າ ສະພາບອາກາດທີ່ປັ່ນປ່ວນ ໄດ້ເປັນອຸບປະສັກ ໃນການຊອກຄົ້ນຫາ
ຊາກ ສົບຂອງຜູ້ທີ່ເສຍຊີວິດ.

ການສືບສວນໃນຂັ້ນຕົ້ນແນະໃຫ້ເຫັນວ່າ ທັງສະພາບດິນຟ້າອາກາດບໍ່ດີແລະຍ້ອນຄວາມ​ ຜິດພາດ​ຂອງ​ມມະນຸດພາໃຫ້​ເຮືອ​ໂດຍສານໄມ້​ລຳນີ້ຫລົ້ມ.

ພວກທີ່ເຫັນເຫດການກ່າວວ່າ ເຮືອລຳນີ້ ໄດ້ຖືກກະທົບດ້ວຍຟອງຂະໜາດແຮງເວລາເຮືອ ລ້ຽວຢ່າງກະທັນຫັນ ເຮັດໃຫ້ຜູ້ໂດຍສານໂຫ່ກັນໄປຢູ່ຂ້າງນຶ່ງຂອງເຮືອ ທີ່ເປັນເຫດໃຫ້ເຮືອ ຫລົ້ມນັ້ນ.

ພວກຄົນງານພວມໃຊ້ເຄື່ອງຍົກ ຍົກເອົາເຮືອທີ່ຫລົ້ມ ລົງຂ້າງນຶ່ງນັ້ນ ຂຶ້ນໃນຄວາມພະຍາ ຍາມເພື່ອຊອກຫາຊາກສົບເພີ້ມຕື່ມ.

Your browser doesn’t support HTML5

Philippines Ferry