ມີ 680 ຄົນ ຖືກຈັບ ໃນຂະນະທີ່ ເຈົ້າໜ້າທີ່ ​ບຸກ​ເຂົ້າ​ຄົ້ນ ໃນຫົວເມືອງໃຫຍ່ຕ່າງໆ

ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະພາສີ ໄດ້ຈັບກຸມຜູ້ຕ້ອງສົງໄສ ໃນຂະນະທີ່ພວກເຂົາເຈົ້າ ປະຕິບັດງານກວດຄົ້ນທີ່ນະຄອນ Los Angeles, 7 ກຸມພາ, 2017.

ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະຫະລັດ ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່​ຄວບ​ຄຸມ​ຄົນ
​ເຂົ້າ​ເມືອງໄດ້​ຈັບ​ກຸມ ຫຼາຍ​ກວ່າ 680 ຄົນ ຫວ່າງ​ມໍ່​ໆມາ​ນີ້ ​ໃນ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ
ທີ່​ໃສ່ພວກ​ຄົນເຂົ້າ​ເມືອງ​ຜິດ​ກົດໝາຍ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ພວກ​ທີ່​ຄວາມ​ຜິດ​ທັງ​ນັ້ນ.

ທ່ານ John Kelly ລັດຖະມົນຕີກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ໄດ້​ກ່າວ​ວ່າ 75
​ເປີ​ເຊັນ ຂອງ​ພວກ​ທີ່ຈັບ ​ຈະ​ຖືກ​ເນລະ​ເທດນັ້ນ ​ແມ່ນ​ມີ​ປະຫວັດ​ກະທຳ​ຄວາມ​ຜິດອື່ນໆ
ມາ​ກ່ອນ ​ແລະ​ທ່ານ​ກ່າວ​ວ່າ ນີ້​ແມ່ນ​ການ​ປະຕິບັດ​ງານ​ທີ່​ມີ​ຂຶ້ນເປັນ​ປະຈຳ​ຢູ່​ແລ້ວ.

ການ​ບຸກ​ເຂົ້າ​ໄປ​ກວດ​ຄົ້ນແມ່ນ​ມີ​ຂຶ້ນ​ທີ່​ນະ​ຄອນ Los Angeles, Chicago, Atlanta,
San Antonio ​ແລະ ນະ​ຄອນ New York.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ທ່ານ John Kelly ນັ່ງຟັງປະທານາທິບໍດີ Donald Trump ໃນຂະນະທີ່ປະຊຸມກັນເລື່ອງ ຄວາມເຈາະຂໍ້ມູນໄຊເບີ ໃນຫ້ອງ Roosevelt ຂອງທຳນຽບຂາວ, 31 ມັງກອນ, 2017.

ທ່ານ Kelly ​ໄດ້​ກ່າວ​ວ່າ ຄະດີ​ຄວາມ​ຜິດ​ຕ່າງໆ​ທີ່​ໄດ້​ກໍ່​ຂຶ້ນ ​ໂດຍ​ພວກ​ເຂົ້າ​ເມືອງ​ທີ່​ຜິດ
​ກົດໝາຍ ທີ່​ຮວມທັງ ການ​ຄາດ​ຕະກຳ ​ແລະ​ການ​ຂົ່ມຂືນ​ທາງ​ເພດ​. ທ່ານ​ໄດ້​ກ່າວ​ວ່າ
ການເພັ່ງ​ເລັງຂອງ​ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ ຫວ່າງ​ມໍ່ໆ​ມາ​ນີ້ ​ແມ່ນ​ຕໍ່​ພວກ​ອາ​ຊະ​ຍາກຳ
ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ ​ແຕ່​ກໍໄດ້​ກ່າວ​ວ່າ ​ແມ່ນ​ຮວມທັງຜູ້​ໃດກໍ​ຕາມ ທີ່​ເຮັດ​ຜິດ​ຕໍ່ກົດໝາຍຄົນ​ເຂົ້າ​ເມືອງ.

ປະທາ​ນາທີ​ບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ​ທ່ານ​
ໄດ້ປະຕິບັດ​ຕາມການ​ໂຄສະນາ​ຫາ​ສຽງ ວ່າ​ຈະ​ເນລະ​ເທດ ​ພວກ​ທີ່​ເຂົ້າ​ເມືອງ​ຜິດ​ກົດ
ໝາຍ ຊຶ່ງ​ທ່ານ​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຈະ​ເອົາ​ພວກ​ເຂົາ​ອອກ​ໄປ. ຂ້າພະ​ເຈົ້າ​ພຽງ​
ແຕ່​ກະທຳ ​ໃນ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ໄວ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ