ອົງການນຶ່ງຂອງອອສເຕຣເລຍ ທີ່ໄດ້ຕິດຕາມເບິ່ງຂ້າທາດສະໄໝໃໝ່ ກ່າວວ່າ ບັນດາປະ ເທດຕ່າງໆແມ່ນດຳເນີນການບໍ່ພຽງພໍໃນການຕໍ່ສູ້ກັບການກະທຳທີ່ເປັນຜົນກະທົບຕໍ່ 45 ລ້ານຄົນຢູ່ໃນທົ່ວໂລກ ຊື່ງເລື້ອຍໆມັກຈະເປັນການສົມຮູ້ຮ່ວມຄິດຂອງລັດຖະບານ ພ້ອມ ທັງການຂັດແຍ້ງຢູ່ໃນລະດັບສູງແລະຄວາມບໍ່ທຸນທ່ຽງທາງດ້ານການເມືອງ.
ດັດຊະນີຂ້າທາດຢູ່ທົ່ວໂລກ
ຮວມຢູ່ໃນບັນດາປະເທດທີ່ຖືກລະບຸຊື່ວ່າດຳເນີນການບໍ່ພຽງພໍເພື່ອປາບປາມການມີຂ້າ ທາດແມ່ນປະກອບດ້ວຍ ເກົາຫລີເໜືອ ອີຣ່ານ ເອຣິເທຣຍ ສາທາລະນະອາຟຣິກາກາງ ສາທາລະນະລັດຄອງໂກແລະຊູດານໃຕ້. ສະພາບຂອງຂ້າທາດແມ່ນຮວມທັງການບັງຄັບ ໃຊ້ແຮງງານ ການບັງຄັບໃຊ້ແຮງງານຢູ່ໃນຄຸກ ການປະເວນີ ແລະການບັງຄັບໃຫ້ພວກ ແມ່ຍິງແຕ່ງງານ.
Your browser doesn’t support HTML5
Report: Nearly 46 Million People Live in Slavery
ມູນນິທິ Walk Free Foundation ທີ່ຢູ່ເບື້ອງຫລັງການຄົ້ນຄວ້າ ກ່າວວ່າ ເກົາຫລີເໜືອ ມີເປີເຊັນສູງທີ່ສຸດທີ່ໃຊ້ພົນລະເມືອງເປັນຂ້າທາດ ສີ່ຈຸດ 37 ເປີເຊັນ ຫລືເກືອບນຶ່ງໃນທຸກໆ 20 ຄົນໃດ ແມ່ນເປັນຂ້າທາດຮັບໃຊ້. ອິນເດຍມີໂຕເລກສູງທີ່ສຸດ ທີ່ຜູ້ຄົນດຳລົງຊີວິດຢູ່ໃນສະພາບເປັນຂ້າທາດ ໃນຈຳນວນ 18 ລ້ານ 3 ແສນ 5 ໝື່ນຄົນ ຕິດຕາມມາດ້ວຍຈີນ 3 ລ້ານ 3 ແສນ 9 ໝື່ນຄົນ ແລະປາກິສຖານ 2 ລ້ານ 1 ແສນ 3 ໝື່ນຄົນ.
ບັນດາອົງການແນວໂຮມ ແລະບໍລິສັດຕ່າງໆປະທ້ວງຕ້ານການບັ'ຄັບໃຊ້ແຮງງານເດັກນ້ອຍທີ່ສວນຝ້າຍຂອງ Uzbekistan.
ຈຳນວນດັ່ງກ່າວເພີ້ມຂື້ນ 10 ລ້ານ ນັບແຕ່ການສຳຫລວດຂອງກຸ່ມເທື່ອທຳອິດ ໃນປີ 2014.
ຫົວໜ້າມູນນິທິ Walk Free ທ່ານນາງ Fiona David ກ່າວວ່າ ຫລາຍໆຄົນ ຂອງພວກທີ່ຂ້າທາດເຫລົ່ານັ້ນ ແມ່ນເຮັດວຽກພາຍໃຕ້ສະພາບການບັງຄັບອອກແຮງງານ ເພື່ອເຮັດເຄື່ອງນຸ່ງ ທີ່ສົ່ງອອກໃນທົ່ວໂລກ ແລະບັນດາຜູ້ບໍລິໂພກທີ່ຊື້ພະລິດຕະພັນດັ່ງກ່າວ ອາດຈະຊ່ວຍເຮັດໃຫ້ເກີດບັນຫາດັ່ງກ່າວ.