ເຍົາວະຊົນລາວ 1.4 ລ້ານຄົນ ມີຄວາມສ່ຽງສູງ ທີ່ຈະມົ່ວສຸມກັບຢາເສບຕິດ

ແກ້ງຂາຍຢາເສບຕິດ ທີ່ຖືກຈັບໃນເດືອນກໍລະກົດ 2012 ທີ່ຜ່ານມາ

ຜູ້​ແທນ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແລະ​ອາດຊະຍາ​ກໍາ​ແຫ່ງ​
ສະຫະ​ປະຊາ​ຊາດ UNODC ສໍານັກງານ​ປະ​ຈໍາ​ປະ​ເທດ​ລາວ
​ໄດ້​ຖະ​ແຫຼງລາຍ​ງານ​ການ​ປະ​ເມີນ​ສະພາບ​ການ ​ກ່ຽວ​ກັບ​ຢາ
​ເສບ​ຕິດ​ຢູ່​ໃນ​ລາວ ​ໃນ​ປັດຈຸບັນ​ນີ້​ວ່າ ການ​ຊົມ​ໃຊ້ຢາ​ເສບ​ຕິດ
​ຢູ່​ໃນ​ລາວ​ມີ​ທ່າ​ອຽງ​ເພີ່ມ​ຫຼາຍ​ຂຶ້ນ ​ແລະ​ມີ​ລະດັບຄວາມ​ຮຸນ​ແຮງ
​ສູງ​ຂຶ້ນນັບ​ມື້​ທັງ ​ໃນ​ເຂດ​ຕົວ​ເມືອງ ​ແລະ​ເຂດ​ຊົນນະບົດ​ອີກ​ດ້ວຍ.

ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ ສະຖານະ​ຂອງ​ປະ​ເທດ​ລາວ​ໃນ​ປັດຈຸບັນ
​ບໍ່​ພຽງ​ແຕ່​ຈະ​ຍັງ​ຄົງ​ມີ​ການ​ລັກລອບ​ປູກ​ຝິ່ນ​ເພີ່ມ​ຂຶ້ນ​ເທົ່າ​ນັ້ນ ຫາກ​
ແຕ່​ລາວ​ຍັງ​ຕົກ​ເປັນ​ທັງ​ທາງ​ຜ່ານ​ຂອງການ​ນຂົນ​ສົ່ງ​ຢາ​ເສບ​ຕິດ
ໄປຍັງ​ຕ່າງປະ​ເທດ ​ແລະ​ກາຍ​ເປັນ​ຕະຫຼາດ​ຮອງ​ຮັບ​ຢາ​ເສບ​ຕິດ​ຫຼາຍຂຶ້ນນັບ​ມື້​ອີກ​ດ້ວຍ. ຍ້ອນ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້ອົງການ UNODC ປະເມີນ​ວ່າ​ ມີ​ເຍົາວະ​ຊົນ​ລາວ ​ຫຼາຍ​ກວ່າ 1.4 ລ້ານ​ຄົນ ຫຼື​ເທົ່າ​ກັບ 51% ຂອງ​ເຍົາວະ​ຊົນລາວ​ທີ່​ມີ​ອາຍຸ​ຕໍ່າ​ກວ່າ 20 ​ປີ​ນັ້ນ ​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ໃນ​ກຸ່ມ​ປະຊາຊົນທີ່ມີ​ຄວາມ​ສຸ່ມ​ສ່ຽງ​ຢ່າງ​ສູງ​ທີ່​ຈະ​ເຂົ້າ​ໄປ​ ຫຍຸ້ງ​ກ່ຽວ​ກັບ​ຢາ​ເສບ​ຕິດ.

ຊາວໜຸ່ມທີ່ຕິດຢາເສບຕິດຈໍານວນນຶ່ງຮັ້ບສຶກສາອົບຮົມທີ່ສູນ ຟື້ນຟູປິ່ນປົວຄົນຕິດຢາເສບຕິດກ່ອນຈະກັບຄືນບ້ານ


ຍິ່ງ​ໄປ​ກວ່າ​ນັ້ນ ຜູ້​ແທນຂອງ UNODC ປະ​ຈໍາ​ລາວ ຍັງ​ໄດ້​ເນັ້ນ​ຢໍ້າອີກດ້ວຍ​ວ່າ ການ​ທີ່​ມີ​ເຍົາວະ​ຊົນ​ລາວ​ຊົມ​ໃຊ້​ຢາ​ເສບຕິດ​ຫຼາຍ​ຂຶ້ນ ກໍ​ຍັງ​ເປັນສາ​ເຫດ​ທີ່​ສໍາຄັນ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ອາດ​ຊະ​ຍາ​ກໍາ​ຫຼາຍ​ຂຶ້ນນັບ​ມື້​ດ້ວຍ​ເຊັ່ນ​ກັນ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ເກີນ​ກວ່າ 80% ຂອງ​ການ​ກໍ່​ອາ​ດຊະ​ຍາ​ກໍາ​ໃນ​ລາວ​ນັ້ນຕ່າງ​ກໍ​ລ້ວນ ​ແຕ່​ເກີດ​ຈາກ​ຜູ້​ຕ້ອງ​ຫາ​ທີ່​ຊົມ​ໃຊ້​ຢາເສບ​ຕິດ​ນັ້ນ​ເອັງ.


ທາງ​ດ້ານ​ທ່ານ ກຸ ຈັນ​ສີນາ ຮັກສາ​ການ​ປະທານ​ຄະນະ​ກໍາມະການ​ກວດກາ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ລາວ​ກໍ​ຍອມຮັບ​ວ່າ​ສະພາບ​ການ​ດັ່ງກ່າວ​ນີ້​ໃນ​ລາວ​ມີ ລະດັບ​ຄວາມ​ຮຸນ​ແຮງ​ຫຼາຍ​ຂຶ້ນ ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ດໍາ​ເນີນ​ມາ​ດ ຕະການ​ທັງ​ໃນ​ດ້ານ​ການ​ລົດ​ການ​ຊົມ​ໃຊ້​ຢາ​ເສບຕິດ ​ແລະ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນຢ່າງ​ແທ້​ຈິງ ດ້ວຍ​ການ​ເຝິກອົບ​ລົມ​ເພື່ອ​ເພີ່ມ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ກັບ​ພະນັກງານ​ລັດ​ຖະບານ​ທີ່​ມີ​ຄວາມ​ຮັບຜິດຊອບ ກ່ຽວ​ກັບ​ບັນຫາ​ຢາ​ເສບ​ຕິດ​ໂດຍ​ກົງ ດັ່ງ​ທີ່​ທ່ານ ກຸ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຢູ່ ສປປ.ລາວ ສະພາບ​ການ​ຊົມ​ໃຊ້​ ​ແລະກາ​ນລັກລອບ​ຄ້າຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ ​ໄດ້​ມີ​ ແນວ​ໂນ້ມ​ເພີ່ມ​ຂຶ້ນ ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ ພວກ​ເຮົາ​ຕ້ອງ​ໄດ້​ເພີ່ມທະວີ​ຄວາມ​ຮູ້​ຄວາມ​ສາມາດ ​ແລະ​ຍົກ​ລະດັບ​ວິຊາ​ສ​ະ​ເພາະ​ຕ່າງໆໃຫ້​ແກ່​ເຈົ້າໜ້າທີ່ ​ທີ່​ກ່ຽວຂ້ອງ ເພື່ອ​ດໍາ​ເນີນ​
ການ​ກໍາຈັດ​ສະກັດ​ກັ້ນ​ ແລະ​ຕ້ານ​ການ​ລັກລອບ​ຄ້າຂາຍ​ ແລະລໍາລຽງ​ຂົນ​ສົ່ງ​ຢາ​ເສບຕິດ​
ຢ່າງ​ເອົາ​ຈິງ​ເອົາ​ຈັງ.”

ສະຫະລັດໄດ້ມອບເງິນຊ່ວຍເຫລືອແກ່ສູນຟື້ນຟູປິ່ນປົວຄົນຕິດຢາເສບຕິດທີ່ນະຄອນວຽງຈັນ


ກ່ອນ​ໜ້າ​ນີ້ ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ສຶກສາ​ທິການ​ ແລະ​
ກິລາ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ​ ບັນຫາ​ອາດຊະຍາ​ກໍາ​ທີ່​ເກີດ​ຂຶ້ນ​
ໃນ​ລາວ​ໃນ​ປັດ​ຈຸ​ບັນ​ ນອກຈາກ​ຈະ​ມີລະດັບ​ຄວາມ​ຮຸນ​ແຮງ​ຫຼາຍ
​ຂຶ້ນ ທັງ​ຍັງ​ເປັນ​ອາດ​ຊະ​ຍາ​ກໍາ ​ທີ່​ມີ​ຫຼາຍ​ຮູບ​ແບບ ​ແລະ​ເກີດ​ຂຶ້ນ
​ໃນ​ທຸກ​ວົງ​ການ​ແລ້ວ​ ກໍ​ຍັງ​ປາກົດ​ວ່າ​ມີ​ເຍົາວະ​ຊົນ​ລາວ ​ທີ່​ເປັນ​
ນັກຮຽນ-ນັກ​ສຶກສາ ​ໄດ້​ເຂົ້າ​ໄປ​ກ່ຽວຂ້ອງ​ອາດ​ຊະ​ຍາ​ກໍາ​ຕ່າງໆ​ ເພີ່ມ​ຫຼາຍ​ຂຶ້ນອີກ​ດ້ວຍ.

ສ່ວນ​ສາ​ເຫດ​ທີ່​ເຮັດ​ໃຫ້​ເຍົາວະ​ຊົນ​ລາວ​ເຂົ້າ​ໄປ​ກ່ຽວຂ້ອງ​ກັບ​ການ​ກໍ່​ອາດຊະຍາ​ກໍາ ຫຼາຍ​ຂຶ້ນນັ້ນ ກໍ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ວ່າ​ເປັນ​ຍ້ອນ​ບັນຫາ​ທາງ​ເສດຖະກິດ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງ​ບັນຫາ​ທາງ​ສັງຄົມ ​ເຊັ່ນ ບັນຫາ​ການ​ຢ່າ​ຮ້າງ​ໃນ​ຄອບຄົວ ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ເຖິງ​ລູກ​ຫຼານ ​ແລະ​ກໍ​ເປັນ ​ເງື່ອນ​ໄຂ​ທີ່​ນໍາ​ໄປ​ສູ່​ການ​ຕັ້ງ​ເປັນ​ກຸ່ມ​ແກ໊ງຂອງ​ເຍົາວະ​ຊົນ​ທີ່​ມີ​ການ​ມົ່ວສຸມ​ເສບ​ຢາ ​ແລະ​ພາກັນ​ກໍ່​ອາດຊະຍາ​ກໍາ​ໃນ​ທີ່​ສຸດ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ປະມານ​ການ​ວ່າ​ໃນ​ປັດຈຸບັນ​ ມີເຍົາວະ​ຊົນ​ລາວ​ຫຼາຍ​ກວ່າ 5 ໝື່ນ​ຄົນ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ​ປະ​ເພດ​ຢາ​ບ້າ ສ່ວນ​ປະຊາຊົນ​ບັນດາ​ເຜົ່າ​ອີກ​ຫຼາຍ ກວ່າ 14,000 ຄົນ ກໍ​ຕິດ​ຢາ​ຝິ່ນ​ກັບ​ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ຈໍານວນ​ຫຼາຍ​ຂຶ້ນ ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.