ຢາປົວເບົາຫວານ ອາດປົວມະເຮັງຮວຍໄຂ່ ໄດ້ດີ (ວີດິໂອກ່ຽວຂ້ອງ)

ການຢູ່​ລອດໄດ້ຢ່າງໜ້ອຍ 5 ປີ ​ຂອງແມ່ຍິງທີ່ເປັນໂຣກມະເຮັງຮວຍໄຂ່ ທີ່ກິນຢາປົວໂຣກເບົາຫວານ metformin ຈໍານວນ 61 ຄົນ ແມ່ນສູງເຖິງ 4 ເທື່ອ ເມື່ອທຽບໃສ່ແມ່ຍິງທີ່ເປັນມະເຮັງຮວຍໄຂ່​ແລະບໍ່ໄດ້ກິນຢາດັ່ງກ່າວ 178 ຄົນ.

ໂອກາດລອດຊີວິດສໍາລັບຜູ້ຍິງທີ່ໄດ້ຖືກວິໄຈພົບວ່າ ເປັນໂຣກ
ມະເຮັງຮວຍໄຂ່ ແມ່ນບໍ່ຄ່ອຍສູງປານໃດ. ມີແຕ່ປະມານ 50%
ຂອງຈໍານວນຄົນເຈັບເປັນໂຣກນີ້ ເທົ່ານັ້ນ ທີ່ຄາດຫວັງໄດ້ວ່າຈະ
ຢູ່ລອດຮອດ 5 ປີໄດ້. ແຕ່ວ່າພວກນັກຄົ້ນຄວ້າເວົ້າວ່າ ໂອກາດ
ທີ່ຈະເຮັດໃຫ້ຢູ່ໄດ້ຮອດ 5 ປີນັ້ນ ແມ່ນສູງ​ຂຶ້ນຢ່າງຫລວງຫລາຍ ຖ້າຫາກຜູ້ຍິງທີ່ເປັນໂຣກມະເຮັງຮວຍໄຂ່ ຫາກກິນຢາປົວໂຣກ
ເບົາຫວານທີ່​ໃຊ້​ກັນ​ທົ່ວ​ໄປ​ນັ້ນ ​ໄປ​ພ້ອມ.

ພວກນັກຄົ້ນຄວ້າ ທີ່ຄລີນິກ Mayo ໃນລັດ Minnesota ຄົ້ນພົບ
ວ່າ 67% ຂອງຜູ້ຍິງທີ່ຖືກວິໄຈວ່າເປັນໂຣກມະເຮັງຮວຍໄຂ່ ທີ່
ກິນຢາປົວໂຣກເບົາຫວານ metformin ​ໄປ​ນໍາ​ນັ້ນ ແມ່ນມີຊີວິດ
ຢູ່ໄດ້ຮອດຫ້າປີ ຫລື​ດົນ​ກ່ວາ​ນັ້ນ ລຸນຫລັງທີ່ພວກເຂົາເຈົ້າຖືກ
ກວດ​ພົບວ່າເປັນໂຣກມະ ເຮັງດັ່ງກ່າວ. ອັດຕາການລອດຊີວິດ
ທີ່ວ່ານີ້ ແມ່ນສູງກວ່າອັດຕາ 50% ຂອງຜູ້ຍິງເປັນໂຣກມະເຮັງທີ່ມີຊີວິດຢູ່ລອດໄດ້ຮອດ ຢ່າງໜ້ອຍ 5 ປີ ໂດຍທີ່ບໍ່ໄດ້ກິນຢາປົວໂຣກເບົາ ຫວານນັ້ນ ຫລາຍ.

ທ່ານ Sanjeey Kumar (ສັນຈີ ກຸມມາ) ນັກຊ່ຽວຊານດ້ານເນື້ອງອກຜູ້ຍິງທີ່ຄລີນິກ Mayo
ກ່າວວ່າ ພວກນັກຄົ້ນຄວ້າບໍ່ແນ່​ໃຈວ່າ ຢາ metformin ສາມາດຕໍ່ຊີວິດໃຫ້ແກ່ຄົນປ່ວຍ ທີ່ເປັນໂຣກມະເຮັງຮວຍໄຂ່ບາງຄົນ ໄດ້ແນວໃດ, ແຕ່ທ່ານກໍເວົ້າວ່າ ພວກເຂົາເຈົ້າມີ ຫລາຍທິດສະດີຢູ່ເຊັ່ນກັນ ຊຶ່ງທ່ານອະທິບາຍດັ່ງນີ້:

“ເຊັ່ນວ່າ ສົ່ງ​ຜົນ​ກະທົບຜ່ານ stem cell ຫລື ແຊລຕົ້ນກໍາເນີດ, ຜ່ານແຊລ ຕົ້ນກໍາເນີດຂອງມະເຮັງ, ຫລື ຜ່ານການສະກັດກັ້ນບໍ່ໃຫ້ແຊລ ທີ່​ເປັນມະເຮັງ ໄດ້ຮັບພະລັງງານ ຫລືນໍ້າຕານ.“

ພາບຂອງແຊລຕົນກໍາເນີດ ຫລື Stem Cell


Stem cell ຫລື ແຊລຕົ້ນກໍາເນີດ ແມ່ນເປັນແຊລໃຫຍ່ ທີ່
ສາມາດແປຮູບເນື້ອເຍື່ອ ອັນ ໃດກໍໄດ້ ຢູ່ໃນຮ່າງກາຍຄົນ.
ຢູ່ໃນຮວຍໄຂ່ນັ້ນ ແຊລຕົ້ນກໍາເນີດ ແມ່ນຜະລິດແຊລຂອງ
ຮວຍໄຂ່ທໍາມະດາ. ແຕ່ວ່າ ອິດທິພົນຂອງກໍາມະພັນບາງຢ່າງ
ຊຶ່ງພວກນັກຄົ້ນຄວ້າຫາກໍ່ ເລີ້ມຄົ້ນພົບເຫັນດຽວນີ້ ສາມາດ
ເຮັດໃຫ້ແຊລໃຫຍ່ຫລື​ແຊ​ລຕົ້ນ​ກໍາ​ເນີ​ດກາຍເປັນແຊລຂອງ ໂຣກມະເຮັງທີ່ເປັນອັນຕະລາຍຂັ້ນພາ​ໃຫ້ເສຍຊີວິດໄດ້.

ຢາ metformin ຊຶ່ງເປັນຢາກິນນັ້ນ ຫລຸດຜ່ອນລະດັບທີ່ເປັນ
ອັນຕະລາຍ ຂອງ ຄໍແລັສ​ເຕີຣອລທີ່ບໍ່ດີ ແລະໄຂມັນໃນເລືອດທີ່ເອີ້ນວ່າ triglyce- rides ຢູ່ໃນໂຣກເບົາຫວານປະເພດສອງນັ້ນລົງ. ຢານີ້ຍັງໄດ້ສະແດງໃຫ້ເຫັນວ່າ ສາມາດປ້ອງ ກັນໂຣກຫົວໃຈຢູ່​ໃນຄົນທີ່ເປັນໂຣກເບົາຫວານໄດ້ ແລະບາງຄັ້ງຄາວ ກໍໃຊ້ປິ່ນປົວອາການ ທີ່ເອີ້ນວ່າ ພະຍາດຮວຍໄຂ່ປະ​ເພດ polycystic ທີ່ກໍ່ໃຫ້ເກີດຖົງນ້ອຍໆ ຢູ່ນອກຮວຍໄຂ່ ແລະຮໍໂມນ ສືບພັນໃນລະດັບຜິດປົກກະຕິ.

ຢູ່ໃນການສຶກສາຄົ້ນຄວ້າຂອງຄລີນິກ Mayo ນັ້ນ ພວກນັກຄົ້ນຄວ້າໄດ້ສົມທຽບແມ່ຍິງທີ່ ເປັນໂຣກມະເຮັງຮວຍໄຂ່ ທີ່ກິນຢາປົວໂຣກເບົາຫວານ metformin ຈໍານວນ 61 ຄົນ ໃສ່ກັບການຢູ່​ລອດ​ຂອງ​ແມ່ຍິງທີ່ເປັນມະເຮັງຮວຍໄຂ່​ແລະບໍ່ກິນຢາດັ່ງກ່າວ 178 ຄົນ.

ລຸນຫລັງທີ່ໄດ້ພິຈາລະນາປະເດັນຕ່າງໆ ເຊັ່ນ ນໍ້າໜັກຂອງຄົນເຈັບ, ຄວາມຮ້າຍແຮງ ຂອງໂຣກມະເຮັງ ແລະລະບົບການປິ່ນປົວດ້ວຍວິທີເຄມີບໍາບັດນໍາກັນແລ້ວ ພວກເຂົາ ເຈົ້າພົບວ່າຜູ້ຍິງທີ່ເປັນໂຣກມະເຮັງຮວຍໄຂ່ ທີ່ກິນຢາຢາປົວໂຣກເບົາຫວານ metformin ແມ່ນມັກຈະມີ ໂອກາດຢູ່ ລອດໄດ້ຢ່າງໜ້ອຍ 5 ປີ ຫລາຍກວ່າ ຜູ້ຍິງທີ່ບໍ່ກິນຢາດັ່ງກ່າວ​ເຖິງ 4 ເທື່ອ.

ມີທາງເລືອກຢູ່ພຽງບໍ່ພໍເທົ່າໃດທາງ ສໍາລັບປິ່ນປົວໂຣກມະເຮັງຮວຍໄຂ່ ທີ່ຂ້ອນ​ຂ້າງ​ຈະ ຕ້ານຢັນວິທີປິ່ນປົວດ້ວຍການ​ໃຊ້ເຄມີບໍາບັດ. ສະນັ້ນ ທ່ານ ກຸມມາ ຈຶ່ງ​ຫລິ່ງ​ເຫັນການ ເອົາຢາປົວໂຣກເບົາຫວານ metformin ໃຫ້ຜູ້ຍິງທີ່ເປັນໂຣກມະເຮັງຮວຍໄຂ່ກິນ​ໃນ​ທີ່​ສຸດ ພາຍຫລັງທີ່ມີການທົດ ລອງປິ່ນປົວຢູ່ໃນຄລີນິກຂະໜາດໃຫຍ່​ແລ້ວ ເພື່ອປັບປຸງໂອກາດ ລອດ ຊີວິດຂອງພວກເຂົາເຈົ້າ. ທ່ານອະທິບາຍດັ່ງນີ້:

“ແລະຖ້າຫາກການທົດລອງຕ່າງໆ ຢືນຢັນຜົນການສຶກສາຄົ້ນຄວ້າຂອງ ພວກ ເຮົາແລ້ວ ພວກເຮົາກໍຈະເວົ້າວ່າ ​“ຖືກຕ້ອງ​ແລ້ວ” ມັນ​ຮອດເວລາ​ແລ້ວ ທີ່ ພວກເຮົາປ່ຽນແປງວິທີການປະຕິບັດຂອງພວກເຮົາ ແລະເລີ້ມແນະນໍາໃຫ້ ກິນຢາ metformin ສໍາລັບຄົນທີ່ບໍ່ເປັນໂຣກເບົາຫວານນໍາ.“

ຜົນການສຶກສາຄົ້ນຄວ້າກ່ຽວກັບປະສິດທິຜົນຂອງຢາປົວໂຣກເບົາຫວານ metformin ໃນການປົວໂຣກມະເຮັງຮວຍໄຂ່ ​ໄດ້​ຖືກ​ລົງ​ພິມ​ເຜີຍ​ແຜ່ ຢູ່ໃນວາລະສານ ໂຣກມະເຮັງ ຫລື Cancer

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງໂຣກມະເຮັງຮວຍໄຂ່:

http://www.youtube.com/embed/mLRYOdpIjk8?feature=player_detailpage