ມາດຕະການ ລົງໂທດ ຣັດເຊຍ ຍັງມີຢູ່ ຈົນກວ່າ ຂໍ້ຕົກລົງ ຢຸດຍິງ ຖືກປະຕິບັດ ຄົບຖ້ວນ

ລັດຖະມົນຕີ ຊ່ວຍ​ວ່າການ ກະຊວງ​ການຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Victoria Nuland ຮັກສາການ ຝ່າຍຢູໂຣບ ແລະ ເອເຊຍ, ເຂົ້າຮ່ວມການປຶກສາຫາລື ເລື້ອງ ຢູເຄຣນ ແລະ ການທ້າທາຍອື່ນໆ ໃນໂລກ ທີ່ຈັດຂຶ້ນໂດຍ Yalta European Strategy ໃນນະຄອນຫຼວງ Kiev ຂອງຢູເຄຣນ, ວັນທີ 12 ກັນຍາ 2015.

ນັກ​ການ​ທູດ​ລະດັບ​ສູງສະຫະລັດ ​ທ່ານ​ນຶ່ງ​ກ່າວ​ວ່າ ມາດ​ຕະການ
​ລົງ​ໂທດ​ຕ່າງໆ ຕໍ່​ຣັດ​ເຊຍ ສຳ​ຫລັບ​ບົດບາດ​ຂອງ​ຕົນ ​ໃນ​ວິ​ກິດ​ການ
​ຢູ​ເຄຣນ ຈະ​ຍັງ​ຄົງ​ມີ​ຢູ່​ຄື​ເກົ່າ ຈົນ​ກວ່າວ່າ ຂໍ້​ຕົກລົງ​ຢຸດ​ຍິງ ທີ່​ໄດ້​ຖືກ
​ລະ​ເມີດ​ມາ​ເປັນ​ເວລາ​ຍາວ​ນານນັ້ນ ຈະ​ຖືກ​ປະຕິບັດ​ຢ່າງ​ຄົບ​ຖ້ວນ.
ລັດຖະມົນຕີ ຊ່ວຍ​ວ່າການ ກະຊວງ​ການຕ່າງປະ​ເທດ ສະຫະລັດ
ທ່ານ​ນາງ Victoria Nuland ຍັງ​ໄດ້​ເຕືອນ​ ​ໃນ​ວັນ​ເສົາ​ວານ​ນີ້ ວ່າ
ມົສກູຈະຕ້ອງ​ໄດ້​ຮັບ “​ໂທດຫຼາຍຂຶ້ນອີກ” ສຳ​ຫລັບ​ການລະ​ເມີດ
ຕ່າງໆ ໃນ​ອະນາຄົດ ​ ຕໍ່ຂໍ້​ຕົກລົງ​ສັນຕິພາບ Minsk​.

ທ່ານ​ນາງ Nuland ກ່າວ​ຖະ​ແຫລ​ງຢູ່​ທີ່​ນະຄອນຫຼວງ Kyiv ຂອງ​
ຢູ​ເຄຣນ ຕໍ່​ ການ​ເຕົ້າ​ໂຮມ​ຊຸມນຸມກັນ ຂອງ​ບັນດາ​ຊາວ​ຢູ​ເຄຣນ
​ແລະ ບັນດານ​ນັກ​ການ​ເມືອງ​ຕ່າງປະ​ເທດ ​ແລະ ບັນດາ​ນັກ​ທຸລະ​ກິດ ຜູ້​ຊົງ​ກຽດ.

ເລຂາທິການໃຫຍ່ ອົງການເພື່ອຄວາມໝັ້ນຄົງ ແລະ ການຮ່ວມມື ໃນຢູ່ໂຣບ ຫຼື OSCE ທ່ານ Lamberto Zannier ກ່າວວ່າ ຂໍ້ຕົກລົງຢຸດຍິງ ຢູເຄຣນ "ໄດ້ຖືກເຄົາລົບ ມາໄດ້ຫຼາຍກວ່າ 10 ມື້ແລ້ວ" ຊຶ່ງ ໄດ້ອຳນວຍໂອກາດໃຫ້ "ເກີດຄວາມກ້າວໜ້າ ໃນອີກຂັ້ນນຶ່ງ ຂອງການເມືອງ."

ທ່ານ​ນາງ ​ເວົ້າວ່າ “ຖ້າວ່າ ​ແລະ ເວລາ​ໃດ​ທີ່ Minsk ​ໄດ້​ຖືກ​
ປະຕິບັດ​ຢ່າງ​ຄົບ​ຖ້ວນລວມທັງ ການມອບ​ຄືນ​ອະທິ​ປະ​ໄຕ
ຂອງ​ຢູ​ເຄຣນ ​ໃນ​ເຂດ​ຊາຍ​ແດນ​ແລ້ວ ພວກ​ເຮົາກໍ​ຈະສາ
ມາດ​ເລີ້ມ​ຕົ້ນ ຖອນ​ຄືນ​ມາດ​ຕະການ​ລົງ​ໂທດຕ່າງໆດັ່ງກ່າວ.”

ສະຫະລັດ ​ແລະ ສະຫະພາບ​ຢູ​ໂຣບ​ ​ໄດ້​ກ່າວ​ຫາ ມົສກູ ວ່າ​ຍຸ​ແຍ່
ໃຫ້​ເກີດ​ການກໍ່ກະບົດ​ ໂດຍ​ພວກ​ນິຍົມຣັດ​ເຊຍ ຢູ່​ໃນ​ພາກ​ຕາ​ເວັນ
​ອອກ​ຂອງ​ຢູ​ເຄຣນ ທີ່​ແກ່ຍາວ​ມາ​ໄດ້ 17 ​ເດືອນ​ແລ້ວ ​ແລະ ​ໄດ້
​ວາງ​ມາດ​ຕະການ​ລົງ​ໂທດ ທາງ​ດ້ານ​ເສດຖະກິດຫຼາຍບັ້ນ ​ເພື່ອ
​ແນ່​ໃສ່​ຍັບຍັ້ງການມີ​ສ່ວນ​ພົວພັນ​ດ້ານກອງທັບຣັດ​ເຊຍ ​ແລະ ​ການ​
ລຳລຽງ​ຂົນ​ສົ່ງຍຸດ​ໂທ​ປະກອນ.

Your browser doesn’t support HTML5

Ukraine