ຫົວໜ້າອົງການວ່າດ້ວຍຄວາມປອດໄພແລະການຮ່ວມມືໃນຢູໂຣບຫຼື OSCE ເຕືອນ
ໃນອາທິດນີ້ວ່າ ຖ້າຫາກພັກຝ່າຍ ໃນບັນຫາຂັດແຍ້ງຢູເຄຣນ ບໍ່ໄດ້ໃຫ້ການໝັ້ນໝາຍ
ຢ່າງຈະແຈ້ງ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງ Minsk ແລ້ວ ສະຖານະການ ໃນພາກຕາ
ເວັນອອກຂອງຢູເຄຣນອາດຈະເພີ້ມທະວີຄວາມຮຸນແຮງຂຶ້ນຢ່າງໄວ.
ເລຂາທິການໃຫຍ່ ຂອງອົງການ OSCE ທ່ານ Lamberto Zannier ກ່າວຕໍ່ວີໂອເອ
ໃນການໃຫ້ສຳພາດວ່າມີຄວາມບໍ່ໄວ້ໃຈລະຫວ່າງກຳລັງຂອງຢູເຄຣນທີ່ພວມທຳການ
ສູ້ລົບ ກັບພວກແບ່ງແຍກດິນແດນທີ່ໄດ້ຮັບການໜຸນຫຼັງຈາກຣັດເຊຍໃນພາກຕາເວັນ
ອອກຂອງຢູເຄຣນ ມາໄດ້ເກືອບ 3 ປີແລ້ວ.
ເລຂາທີ່ການງໃຫຍ່ ອົງການ OSCE Secretary General ທ່ານ Lamberto Zannier
ທ່ານ Zannier ກ່າວວ່າ “ພວກເຮົາອາດຈະເຫັນຄວາມຮຸນແຮງຮອບໃໝ່ດັ່ງທີ່ພວກ
ເຮົາໄດ້ເຫັນເມື່ອຕົ້ນເດືອນນີ້. ທັງໝົດແລ້ວພວກເຮົາແມ່ນມີຄວາມເປັນຫວ່ງກ່ຽວກັບ
ສະຖານະການ.”
ເມື່ອຕົ້ນເດືອນກຸມພານີ້ ພົນລະເຮືອນຫຼາຍພັນຄົນ ທີ່ເມືອງ Avdiivka ໃນພາກຕາ
ເວັນອອກຢູເຄຣນ ໄດ້ຖືກປະປ່ອຍບໍ່ໃຫ້ມີນ້ຳໃຊ້ ໄຟຟ້າແລະເຄື່ອງເຮັດອາຍອຸ່ນໃນ
ຂະນະທີ່ອຸນຫະພູມຕ່ຳກວ່າສູນອົງສາ ເວລາການສູ້ລົບ ລະເບີດຂຶ້ນ ຊຶ່ງເຮັດໃຫ້ສະ
ຖານະການດ້ານມະນຸດສະທຳ ທີ່ປະສົບກັບບັນຫາຫຍຸ້ງຍາກຢູ່ແລ້ວນັ້ນຊຸດໂຊມລົງ
ຕື່ມ.
ເພີ້ມຕື່ມໃສ່ຄວາມວິຕົກກັງວົນ ໃນການລະເບີດຂຶ້ນຂອງການສູ້ລົບທີ່ຮຸນແຮງຮອບ
ໃໝ່ ຂົງເຂດດັ່ງກ່າວແມ່ນບໍ່ເຄີຍມີການຢຸດຍິງໂດຍເຕັມແລະແບບຍືນຍົງເທື່ອ.
ທ່ານ Zannier ກ່າວວ່າ ນອກເໜືອໄປຈາກການຖອນອາວຸດໜັກໄປຈາກເຂດແນວ
ໜ້າຍັງບໍ່ເປັນທີ່ພໍໃຈແລ້ວ ທ່ານກ່າວຕື່ມວ່າ “ການຢຸດຍິງ ທີ່ໄດ້ມີການຕົກລົງກັນ ຢູ່
Normandy ໃນນະຄອນ Munich ເມື່ອສອງສາມມື້ຜ່ານມານີ້ ແມ່ນບໍ່ໄດ້ຮັບການ
ເຄົາລົບເລີຍ ພວກເຮົາຍັງເຫັນມີການລະເມີດຢຸດຍິງເປັນຈຳນວນຫຼາຍຢູ່.”
ທ່ານກ່າວວ່າ ສິ່ງທີ່ເຮັດໃຫ້ສະຖານະການ ມີຄວາມສັບສົນຫຼາຍຂຶ້ນ ກໍແມ່ນການ
ເຄື່ອນໄຫວ ຂອງຣັດເຊຍເມື່ອໄວໆມານີ້ ໂດຍຮັບຮູ້ໜັງສືເດີນທາງ ແລະ ເອກກະ
ສານເດີນທາງອື່ນໆທີ່ອອກໃຫ້ໂດຍອຳນາດການປົກຄອງແບ່ງແຍກດິນແດນ.