ດາຣາ ຟຣີແມ ຂໍຂະມາ ຫຼັງຈາກ ຖືກກ່າວຫາ ລວນລາມ ທາງເພດ

ນັກສະແດງຮູບເງົາ ທ່ານມໍແກນ ຟຣີແມນ ​ຂໍ​ຂະ​ມາ​ໂທດ​ ຕໍ່ທຸກໆ ຄົນ ​ທີ່​​ມີ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ ຫຼືບໍ່ໃຫ້ການ​ນັບຖື.

ດາຣາຮູບ​ເງົາ​ຜູ້​ຊະນະ​ລາງວັນ​ຕຸກກະຕາ​ຄຳ ທ່ານ​ມໍ​ແກນ ຟຣີ​ແມນ ​ໄດ້​ຂໍ​ຂະ​ມາ​ໂທດ​
ໃນ​ວັນ​ພະຫັດ​ວານ​ນີ້ ​ແກ່​ທຸກໆຄົນ​ທີ່​ທ່ານ​ອາດ​ໄດ້ລ່ວງ​ເກີນ ຫຼັງ​ຈາກ​ມີລາຍ​ງານ​ວ່າ
​ທ່ານ​ໄດ້​ລວນລາມທາງເພດ​ຕໍ່​ພວກ​ແມ່ຍິງ​ຢູ່​ໃນ​ການສະ​ແດງ​ຮູບ​ເງົາ.

ນັກສະ​ແດງຮູບເງົາ ອາຍຸ 80 ປີ ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ວ່າ “ຜູ້​ໃດ​ກໍຕາມ​ທີ່​ຮູ້​ຂ້າພະ
​ເຈົ້າ ຫຼື​ວ່າ​ໄດ້​ເ​ຮັດ​ວຽກ​ກັບ​ຂ້າພະ​ເຈົ້າ ຮູ້​ວ່າ​ຂ້າພະ​ເຈົ້າ​ບໍ່​ແມ່ນບຸກ​ຄົນທີ່ມີ​ຄວາ​ມ​ຕັ້ງ​ໃຈ
ຫຼືມີເຈດ​ຕະນາ ເຮັດ​ໃຫ້​ຜູ້​ໃດ​ຜູ້​ນຶ່ງ​ຮູ້​ສຶກບໍ່ສະບາຍ​ໃຈ. ຂ້າພະ​ເຈົ້າ​ຂໍ​ຂະ​ມາ​ໂທດ​ຕໍ່ທຸກໆ
ຄົນ ​ທີ່ມີ​ຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ​ ຫຼືບໍ່ໃຫ້ການ​ນັບຖື. ນັ້ນ​ບໍ່​ເຄີຍແມ່ນ​ຄວາມ​ຕັ້ງ​ໃຈ​ຂອງ
​ຂ້າພະ​ເຈົ້າ.”

​ພວກແມ່ຍິງ​ແປດ​ຄົນ​ໄດ້​ກ່າວ​ຕໍ່​ໂທລະພາບ CNN ວ່າ ​ທ່ານ​ຟຣີ​ແມນໄດ້​ປະພຶດ ​ທີ່​ບໍ່​
ເໝາະ​ສົມ ​ຢູ່​ໃນລະຫວ່າງການສະ​ແດງຫຼື​ການ​ເດີນທາງ​ເພື່ອ​ສົ່ງ​ເສີມ​ຮູບ​ເງົາ​ຕ່າງໆ.
ຍິງ​ສາວຄົນ​ນຶ່ງທີ່ເປັນ​ຜູ້​ຊ່ວຍໃນການ​ສ້າງ​ຮູບ​ເງົາ​ເມື່ອປີ 2015 ເລື້ອງ “Going in
Style” ​ໄດ້​ບອກ​ໂທລະພາບ CNN ວ່າ ທ່ານ​ຟຣີ​ແມນ​ ໄດ້​ຈັບບາຍ​ນາງ ບີບ​ຫຼັງ​ດ້ານ
ລຸ່ມຂອງນາງ ​ແລະ​ໄດ້​ຖາມ​ນາງ​ວ່າ ​ນາງ​ໄດ້​ນຸ່ງ​ສະລິບຫຼືບໍ່ ​ໃນ​ຂະ ນະ​ທີ່​ທ່ານ​ພະຍາ
ຍາມ​ແກ້ເຄື່ອງນຸ່ງ​ຂອງນາງ​.

ສ່ວນຄົນ​ອື່ນໆ​ທີ່​ໄດ້​ກ່າວ​ຫາ​ທ່ານ​ຟຣີ​ແມນ​ວ່າ ​ແນມ​ເບິ່ງ​ແຕ່​ນົມ​ເຂົາ​ເຈົ້າ ​ແລະ​ສອບ​
ຖາມ​ເຂົາ​ເຈົ້າ​ກ່ຽວ​ກັບ​ການລວນ​ລາມ​ທາງເພດ.

ຮູບພາບທີ່ສະແດງໃຫ້ເຫັນຈາກຊ້າຍຫາຂວາ ນັກຂ່າວທ່ານບິລ ໂອແຣນລີ ຜູ້ສະໝັກເປັນສະມາຊິກ ສະພາສູງ ສະຫະລັດ ທ່ານຣອຍ ມໍຣ ສະມາຊິກສະພາສູງສະຫະລັດ ທ່ານອາລ ແຟຣງເກີນ ສັງກັດພັກເດໂມແຄຣັດ ຈາກ ລັດມິນເນໂຊຕ່າ ນັກຂ່າວທ່ານແມັດ ລາວເອີ ແຖວລຸ່ມຈາກຊ້າຍຫາຂວາ ດາຣາສະແດງທ່ານເຄວິນ ສະເປຊີ ນັກຄວບຄຸມວົງດົນຕີ ທ່ານເຈມສ໌ ເລີວາຍ ນັກຂ່າວທ່ານຊາຣລີ ໂຣສ ນັກສ້າງຮູບເງົາ ທ່ານຮາຣວີ ວາຍສະຕ່າຍ.

ແມ່ຍິງ​ຄົນ​ນຶ່ງ​ກ່າວຕໍ່​ໂທລະພາບ CNN ວ່າ ​ນາງ ​ແລະ​ຄົນ​ອື່ນໆ​ທີ່ຢູ່​ໃນຮູບເງົາຂອງ
​ທ່ານຟຣີ​ແມນ​ ຮູ້ກັນດີ​ວ່າ “ບໍ່​ໃຫ້​ນຸ່ງ​ເສື້ອ​ໃດໆ ທີ່​ຈະພາໃຫ້​ເຫັນ​ນົມ​ພວກ​ເຮົາ ບໍ່​ໃຫ້​ນຸ່ງ
​ສົ້ງທີ່​ຈະ​ພາໃຫ້ເຫັນ​ກົ້ນ​ພວກ​ເຮົາ” ຖ້າ​ຫາກ​ທ່ານ​ຟຣີ​ແມນຢູ່ໃນບໍ​ອ້ອມ​ແອ້ມ.

ທ່ານ​ຟຣີ​ແມນ​ໄດ້​ຖືກສະ​ເໜີ​ ໃຫ້ຮັບ​ຕຸກກະຕາ​ຄຳ​ຫ້າເທື່ອໃນ​ການສະ​ແດງ ໂດຍໄດ້
ຊະນະ​ນຶ່ງໂຕ ​ເລື້ອງ “Million Dollar Baby” ​ໃນ​ປີ 2015.

ທ່ານແມ່ນບຸກຄົນສຳຄັນຫລ້າສຸດທີ່ໄດ້ຖືກກ່າວຫາວ່າລວນລາມທາງເພດ. ສ່ວນບຸກ
ຄົນອື່ນໆແມ່ນຮວມທັງນັກຂ່າວ ແມັດ ລາວເອີ້, ຊາລີ ໂຣສ ແລະ ທອມໂບຣກໍງ ດາລາ
ເຄວິນສເປຊີ ແລະປະທານາທິບໍດີ ດໍໂນລ ທຣຳ ໄດ້ປະຕິເສດຕໍ່ການກ່າວຫາທັງໝົດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ