ຜູ້ສະໝັກ ປະທານາທິບໍດີ ສຫລ ສະແດງ ປະຕິກິລິຍາ ຕໍ່ການສັງຫານໝູ່ ຢູ່ Orlando

Your browser doesn’t support HTML5

ພວກ​ທີ່​ຄາດ​ຫວັງ​ວ່າ​ຈະ​ໄດ້ເປັນ​ປະທານາທິບໍດີ​ສະຫະລັດ​ ໄດ້​ສະ​ແດງ​ປະ​ຕິ​ກິລິຍາ ​ຢ່າງ​ແຮງ ​ໃນ​ວັ​ນຈັນ​ວານ​ນີ້ຕໍ່​ການ​ສັງຫານໝູ່​ຢູ່​ບາ​ກະ​ເທີຍ ​ໃນ​ເມືອງ Orlando ລັດ Florida​. ​ເຫດ​ຮ້າຍ​ໃນ​ວັນ​ອາທິດ​ໄດ້​ເຮັດ​ໃຫ້ 49 ຄົນ​ເສຍ​ຊີວິດ ​ແລະ​ອີກ 53 ຄົນ​ໄດ້​ຮັບ​ບາດ​ເຈັບ ແມ່ນເປັນ​ການ​ສັງຫານໝູ່​ທີ່​ຮ້າຍ​ແຮງ​ສຸດຢູ່​ໃນ​ປະຫວັດ ສາດສະຫະລັດ. ມື​ປືນ ທ້າວ Omar Mateen ​ເປັນ​ຄົນ​ອາ​ເມຣິກັນ ​ແລະ​ມີ​ພໍ່​ແມ່​ທີ່​ເປັນ​ຊາວ​ອັຟກາ​ນິສຖານ.

ປະຕິກິລິຍາ ຕໍ່ການສັງຫານໝູ່ ຢູ່ Orlando

ໃນ​ຄຳ​ຖະ​ແຫລ​ງ​ເທື່ອ​ທຳ​ອິດ ນັບ​ແຕ່​ໄດ້​ເກີດ​ການ​ຍິງ​ກັນ ຜູ້​ທີ່​ຈະ​ຖືກ​ສະ​ເໜີ​ຊື່ໃຫ້​ເປັນຜູ້​ສະໝັກ​ປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ກ່າ​ວຕໍ່ພວກ​ສະໜັບສະໜູນທີ່​ເມືອງ Cleveland ວ່່າ “ຜູ້​ກໍ່​ການ​ຮ້າ​ຍຢູ່​ເມືອງ Orlando ອາດ​ຕາຍ​ໄປ​ແລ້ວ ​ແຕ່​ເຊື້ອ​ໄວ​ຣັສ ທີ່ຢູ່​ໃນແນວ​ຄິດຂອງ​ລາວນັ້ນຍັງ​ມີ​ຊີວິດ​ຢູ່.” ທ່ານ​ນາງ Clinton ​ໄດ້​ວາງ​ວິ​ທີ​ການ​ໄວ້ຫລາຍ​ຢ່າງ​ເພື່ອ​ຕໍ່ສູ້​ກັບ​ການ​ກໍ່​ການ​ຮ້າຍ. ​ແຜນການ​ນີ້​ອາດ​ຈະ​ລົບ​ກວນກຸ່ມ​ທັງຫລາຍ​ ໂດຍ​ການ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ຕາໜ່າງ​ຄອມ​ພິວ​ເຕີຂອງ​ພວກ​ເຂົາ ​ເສີມ​ຂະ ຫຍາຍ​ການ​ແບ່ງປັນ​ຂໍ້​ມູນ​ສືບລັບ ລະຫວ່າງບັນດາພະ​ແນ​ກການທ້ອງ​ຖິ່ນ ​ແລະ​ລັດຖະ ບານ​ກາງ ​ແລະຮ້ອງ​ຂໍ ໃຫ້​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ການ​ຊ່ວຍ​ເຫຼື​ອ “ປ້ອງ​ກັນ​ພວກຫົວ ຮຸນ​ແຮງແລະ ການເກັບ​ເກນ​” ພວກ​ທີ່​ມີ​ໂອກາດ​ຈະ​ເປັນ​ພວກກໍ່​ການ​ຮ້າຍຢູ່​ໃນ​ສະຫະລັດ ​ແລະໃນຢູ​ໂຣບ.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ທ່ານ Donald Trump ກ່າວທີ່ມະຫາວິທະຍາໄລ Saint Anselm ທີ່ເມືອງ Manchester ລັດ New Hampshire, ທີ່ 13 ມິຖຸນາ, 2016.

ໃນ​ອັນ​ທີ່​ປາກົດ​ວ່າ​ເປັນການ​ຕອບຕໍ່​ຜູ້​ທີ່​ຈະ​ຖືກ​ສະ​ເໜີ​ຊື່​ ເປັນຜູ້​ສະໝັກ​ປະທານາ ທິບໍດີ ​ພັກພັກຣີພັບ​ບລິກກັນ ທ່ານ Donald Trump ທີ່ກ່າວ​ຫາ​ວ່າ ປະທານາທິບໍດີ Barack Obama ​ແລະ​ສະມາຊິກພັກ​ເດ​ໂມ​ແຄຣັດຄົນອື່ນໆ​ ທີ່​ໄດ້ປະ​ຕິ​ເສດ​ຕໍ່​ການໃຊ້​ຄໍາ​ວ່າ “ຫົວ​ຮຸນ​ແຮງ” ​ເພື່ອກ່າວເຖິງພວກ​ກໍ່​ການ​ຮ້າຍ ທີ່​ນັບຖືສາ ສະໜາ​ອິສລາມ​ນັ້ນ ທ່ານ​ນາງ Clinton ​ໄດ້​ກ່າວ​ກ່ອນ​ໜ້ານີ້ ​ຕໍ່​ໂທລະພາບ CNN ວ່າ ທ່ານ​ນາງ​ບໍ່​ຢ້ານ​ໃນ​ການ​ໃຊ້​ຄຳດັ່ງ​ກ່າວ ​ແຕ່ກໍ​ກ່າວ​ວ່າທ່ານ​ນາງປະຕິ​ເສດ “ທີ່ຈະ​ລົງ​ຄວາມ​ເຫັນ​ວ່າເປັນ​ຜີ​ສາງ ​ແລະຜູ້ນຳ​ທີ່ ມີໂວຫານ ​ແລະ​ປະກາດ​ສົງຄາມ​ຕໍ່​ໝົດ​ທັງ​ສາສໜາ​.” ​ໃນ​ການ​ກະທຳ​ດັ່ງກ່າວ ທ່ານ​ນາງ​ກ່າວ​ວ່າ “​ເປັນ ​ເຄື່ອນ​ໄຫວເພື່ອ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ກຳມືຂອງ​ ISIS.”ຄຳ​ວ່າ ISIS ​ແມ່ນ​ຊື່​ຫຍໍ້​ຂອງກຸ່ມລັດ​ອິສລາມ.

ປະທານາທິບໍດີ Barack Obama ກ່າວເຖິງການສັງຫານໝູ່ ຢູ່ບາກະເທີຍ ເມືອງ Orlando.

ທ່ານ​ນາງ Clinton ຮຽກຮ້ອງ​ຕໍ່​ປະຊາຊົນ​ໃຫ້​ພາກັນ​ຕິດ​ຕໍ່​ຫາ​ຜູ້​ນັບຖື​ນສາສະ ໜາອິສລາມ ຢູ່​ໃນ​ສະຫະລັດ “​ເພື່ອຊ່ວຍ​ໃຫ້​ພວກ​ເຮົາ​ເອົາ​ຊະນະ​ການ​ຂົ່ມຂູ່​ດັ່ງກ່າວ.” ທ່ານ​ນາງ​ໄດ້ ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ໃນ “ການ​ປະຕິ​ຮູບກ່ຽວ​ກັບ​ສາມັນ​ສຳນຶກທີ່​ມີ​ເຫ​ດຜົນ” ຂອງ​ກົດໝາຍ​ການເປັນ​ເຈົ້າ​ຂອງ​ປືນ ຮວມ​ທັງ​ການ​ຫ້າມ​ຂາຍ​ອາວຸດທີ່​ສາມາດ​ໃຊ້​ໂຈມຕີ​ໄດ້.

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ

Your browser doesn’t support HTML5

US Reacts to Orlando Shooting