ພັກຝ່າຍຄ້ານ ຊະນະ ການເລືອກຕັ້ງ ໃນອອສເຕຣເລຍ (ວີດີໂອ)

ຜູ້ນໍາພັກຝ່າຍຄ້ານ ທ່ານ Tony Abbott ທີ່ຈະໄດ້ເປັນ ນາຍົກລັດຖະມົນຕີຄົນໃໝ່ ຂອງອອສເຕຣເລຍ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Kevin Rudd ໄດ້
ປະກາດ ຍອມຮັບເອົາຄວາມປະລາໄຊ ໃນການເລືອກຕັ້ງ
ວັນເສົາມື້ນີ້ ທີ່ໄດ້ນໍາເອົາພັກປະສົມຢ່າຍຄ້ານ ທີ່ນິຍົມແນວ
ທາງເດີມ ຂຶ້ນມາກໍາອໍານາດ.

ໄຊຊະນະຂອງພັກປະສົມຝ່າຍຄ້ານ Liberal-National ຂອງທ່ານ Tony Abbott ເປັນສິ້ນສຸດລົງຂອງການຮໍາພາປະເທດຊາດ ມາເປັນເວລາ 6 ປີ ຂອງພັກ Labor ຫລື ພັກແຮງງານ.

ການ​ໂຄສະນາ​ຫາ​ສຽງ​ແຫ່ງຊາດ ​ໄດ້ຖືກ​ຄອບ​ງໍາ​ໂດຍ​ຫົວ​ຂໍ້​ເລື້ອງ​ ​ຄວາມ​ເປັນ​ຫ່ວງ​ກ່ຽວກັບ
ເສດຖະກິດ ບັນຫາພວກ​ສ​ະ​ແຫວ​ງຫາ​ການ​ລີ້​ໄພ ​ແລະ​ການ​ປ່ຽນແປງຂອງ​ດິນ​ຟ້າ​ອາກາດ.

ການ​ເລືອກ​ຕັ້ງ​ມີຂື້ນ​ພຽງ​ສາມ​ເດືອນ ຫລັງ​ຈາກ​ ທ່ານ Rudd ​ໄດ້ໂຄ່ນ​ລົ້ມ ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີຜູ້ຍິງ​ຄົນ​ທໍາ​ອິດ ຂອງອອສເຕຣເລຍ ​ໃນການທ້າ​ທາຍ​ເອົາ​ຕໍາ​ແໜ່​ງຜູ້​ນໍາ​ພັກ ​ເພື່ອພະຍາຍາມ​ຈະຊ່ວຍ​ໃຫ້​ພັກ​ຢູ່​ໃນ​ຖານະ​ທີ່​ດີ​ຂື້ນ ​ເພື່ອ​ຈະ​ມີ​ໂອກາດ​ໄດ້​ຊະນະ​ໃນ​ການເລືອກຕັ້ງ​ນັ້ນ​ ​ແຕ່​ກໍ​ບໍ່​ສໍາ​ເລັດ​ຜົນ.

Your browser doesn’t support HTML5

Australia