ຝ່າຍຄ້ານ ໄດ້ຮັບ ບ່ອນນັ່ງ ເພີ່ມຂຶ້ນ ໃນການເລືອກຕັ້ງ ປະຊາຄົມ ຢູ່ ກຳປູເຈຍ

ຊາວກຳປູເຈຍ ພາກັນລຽນແຖວປ່ອນບັດ ຢູ່ໜ່ວຍປ່ອນ ບັດທ້ອງຖິ່ນ Chak Angre Leu ນອກນະຄອນພະນົມເປັນ.

ເຖິງ​ແມ່ນ​ວ່າ​ ຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ ຈະ​ບໍ່​ເປີດ​ເຜີ​ຍ​ແຜ່ນ​ກວ່າ​ວັນ​ທີ 25
ມິຖຸນາ ​ແຕ່ການ​ປ່ອນ​ບັດ​ທີ່​ມີ​ການ​ຕິດຕາມ​ຢ່າງ​ໃກ້​ຊິດ​ຂອງ​ສະພາ​ປະຊາ​ຄົມ​ກຳ​ປູ​ເຈຍ
ໄດ້​ສະ​ແດງ​ໃຫ້​ເຫັນວ່າ ພັກ​ຝ່າຍ​ຄ້າຍມີ​ຄວາມ​ເຂັ້ມ​ແຂງ​ຕື່ມ​ຂຶ້ນແລະ ​ສະ​ເໜີ​ໃຫ້​ເຫັນ​
ວ່າ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໃນ​ປີ 2018 ຈະ​ເປັນ​ການແຂ່ງຂັນ​ກັນລະ​ຫວ່າງ​ສອງ​ພັກ.

ນັກວິ​ເຄາະ​ການ​ເມືອງ​ທ່ານ Ou Virak ປະທານ​ກອງປະຊຸມ​ Future Forum ຂອງ
ພວກ​ນັກວິ​ເຄາະ​ຢູ່ໃນ​ນະຄອນ​ພະນົມ​ເປັນ ​ກ່າວ​ຕໍ່ລາຍການ Hello ວີ​ໂອ​ເອ ທີ່​ເປັນ​
ລາ​ຍການໂອ້​ລົມ​ທາງໂທລະສັບວ່າ ການ​ເລືອກ​ຕ້ັງ​ທົ່ວ​ໄປ​ໃນປີ 2018 ຈະ​ເປັນ​ການ
​ແຂ່ງ​ຂັນ​ຢ່າງ​ດຸ​ເດືອດ. ທ່ານ​ຄາດ​ວ່າຈະເປັນ​ການ​ແຂ່ງ​ຂັນລະຫວ່າງ ​ສອງ​ພັກ.

ທ່ານ​ກ່າວ​ວ່າ “​ການ​ເລືອກ​ຕັ້ງໃນ​ປີ 2018 ບັນດາ​ພັກ​ນ້ອຍໆ​ຈະ​ບໍ່ມີ​ໂອ​ກາດ. ນີ້​ກໍ​
ເພາະວ່າ ການແຂ່ງຂັນ​ລະຫວ່າງ​ສອງ​ພັກ​ໃຫຍ່ ​ແມ່ນ​ມີ​ຄະ​ແນນໃກ້ຊິດກັນ. ​ເພາະ
ສະ​ນັ້ນ ບັນດາ​ຜູ້​ປ່ອນ​ບັດ​ຈະ​ເຫັນ​ພັກ​ທີ່​ສາມພຽງ​ແຕ່​ເປັນ​ເກະ​ກະ. ​ເຂົາ​ເຈົ້າຈະ​ບໍ່​
ປ່ອນ​ບັດ​ເອົາ​ພັກ​ທີ່​ສາມ ​ເພື່ອ​ເກະ​ກະ​ຕໍ່​ບັດ​ລົງ​ຄະ​ແນນ​ສຽງ​ເຂົາ​ເຈົ້າ.”

ນາຍົກລັດຖະມົນຕີ ຮຸນເຊັນ ແຫ່ງພັກປະຊາຊົນກຳປູເຈຍ ສະແດງບັດປ່ອນບັດ ກ່ອນລົງຄະແນນສຽງ.

ຜົນ​ການເລື​ອກຕັ້ງ​ທີ່​ບໍ່​ເປັນ​ທາງ​ການ​ໄດ້ເຜີຍ​ແຜ່ໃນ​ຕອນ​ແລ​ງວັນ​ອາທິດ​ທີ່​ຜ່ານ​ມາ​
ໂດຍ​ອົງການ​ຂ່າວ Fresh News ຊຶ່ງ​ເປັນເວັບ​ໄຊ​ສະໜັບ​ສະໜູນລັດຖະ ບານ ​ໄດ້​
ລາຍ​ງານ​ວ່າ ​ພັກ​ປົກລັດຖະບານ ປະຊາຊົນ​ກຳປູ​ເຈຍ​ຫລື CPP ​ໄດ້​ຊະນະບ່ອນ​ນັ່ງສະພາປະຊາຄົມ 1,158 ບ່ອນ ປຽບ​ທຽບ​ໃສ່ 487 ບ່ອນ​ນັ່ງ ​ຂອງ​ພັກ​ຝ່າຍ​ຄ້ານ
CNPR. ພັກເອກ​ກະພາບ​ແຫ່ງ​ຊາດຂະ​ແມ ນຶ່ງ​ໃນ​ຈຳນວນ 10 ພັກນ້ອຍ​ທີ່​ໄດ້​ເຂົ້າ​
ຮ່ວມ​ການ​ປ່ອນ​ບັດ​ໃນ​ວັນ​ອາທິດ ​ໄດ້​ຊະນະ​ນຶ່ງ​ບ່ອນ​ນັ່ງ.

ປະທານພັກກູ້ໄພແຫ່ງຊາດ ທ່ານ Kem Sokha ພັກຝ່າຍຄ້ານສະແດງໃຫ້ເຫັນ ບັດລົງຄະແນນສຽງ.

ຖ້າ​ຫາກ​ການ​ນັບ​ບັດ​ລົງ​ຄະ​ແນນ​ໄດ້​ຮັບ​ການຢັ້ງຢືນ ມັນ​ຈະ​ສະ​ແດງ​ໃຫ້​ເຫັນ​ການ​ໄດ້
​ຮັບ​ຄະ​ແນນ​ຫລາຍຂຶ້ນຂອງ​ພັກຝ່າຍ​ຄ້ານ ທີ່​ໄດ້​ຊະນະ​ພຽງ​ແຕ່ 40 ບ່ອນ​ນັ່ງ​ໃນ​ການ
​ເລືອກ​ຕັ້ງ​ປະຊາ​ຄົມປີ 2012.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ