ພວກຝ່າຍຄ້ານ ຂອງນາຍົກອິສຣາແອລ ຫາທາງທີ່ຈະປົດທ່ານ ອອກຈາກຕໍາແໜ່ງ ໂດຍໄວ

ຕໍາຫລວດຢືນຍາມໃນຂະນະທີ່ພວກປະທ້າວງຈາກພັກຝ່າຍຂວາ ຮ້ອງໂຮຄໍາຂວັນ ແລະຖືປ້າຍຊື່ທ່ານ Naftali Bennett ແລະສະມາຊິກຄົນອື່ນໆ ຂອງພັກຢາມີນາຂຶ້ນພ້ອມກັບທ່ານ Ahmad Tibi (ຂວາ), ແລະທ່ານ Mansour Abbas, (ຊ້າຍ) ໃນການເດີນຂະບວນໃນຕອນທ່ຽງຄືນວັນພຸດ, ວັນທີ 02 ມິຖຸນາ, 2021

ພວກຝ່າຍຄ້ານຂອງນາຍົກລັດຖະມົນຕີອິສຣາແອລ, ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ດໍາເນີນການໃນວັນພະຫັດວານນີ້ ເພື່ອຈັດການລົງຄະແນນສຽງຂອງລັດຖະສະພາໂດຍໄວເພື່ອເຮັດໃຫ້ການດໍາລົງຕຳແໜ່ງຂອງທ່ານທີ່ມີມາໄດ້ 12 ປີ ນັ້ນສິ້ນສຸດລົງ.

ພວກຝ່າຍຄ້ານທ່ານເນຕັນຢາຮູຫວັງວ່າ ການລົງຄະແນນສຽງແບບເລັ່ງລັດຈະສ້າງຄວາມສັບສົນໃນຄວາມພະຍາຍາມນາທີສຸດທ້າຍຂອງທ່ານ ທີ່ຈະລົບກວນການສ້າງຕັ້ງລັດຖະບານປະສົມຊຸດໃໝ່ຂອງພວກເຂົາເຈົ້າ.

ການຍັບຍ້າຍທາງການເມືອງ ໄດ້ເລີ່ມຕົ້ນຂຶ້ນ ຫລັງຈາກກຸ່ມ ທີ່ມີອຸດົມການ ກວ້າງໆ ຂອງພັກການເມືອງຕ່າງໆຂອງອິສຣາແອລ ໄດ້ເຊັນຂໍ້ຕົກລົງ ທີ່ ອາດແຕກຫັກໄດ້ງ່າຍ ໃນຕອນແລງວັນພຸດຜ່ານມາ ທີ່ອາດສາມາດປົດນາຍົກລັດຖະມົນຕີ ທີ່ກໍາຕໍາແໜ່ງມາເປັນເວລານານນັ້ນໄດ້.

ໃນຂະນະທີ່ບັນດາຄູ່ແຂ່ງຂອງທ່ານກຳລັງດໍາເນີນງານເພື່ອສ້າງຕັ້ງລັດຖະບານ ປະສົມຂຶ້ນ ໃນບໍ່ເທົ່າໃດມື້ຜ່ານມານີ້, ທ່ານເນຕັນຢາຮູ ແລະພັນທະມິດຂອງທ່ານ ໄດ້ເພີ່ມທະວີການໂຄສະນາກົດດັນ ຕໍ່ຜູ້ສະໜັບສະໜູນທ່ານໃນອະດີດ ທີ່ລວມມີຫົວໜ້າພັກຢາມີນາ (Yamina), ທ່ານນາຟຕາລີ ແບນແນດ (Naftali Bennett) ແລະຮອງຫົວໜ້າພັກ, ທ່ານອາເຢເລັດ ເຊັກດ໌ (Ayelet Shaked).

ທ່ານ ເນຕັນຢາຮູ ກຳລັງປະເຊີນໜ້າກັບຂໍ້ກ່າວຫາການສໍ້ລາດບັງຫຼວງຫຼາຍກະທົງ ແລະຄາດວ່າຈະເຮັດທຸກສິ່ງທຸກຢ່າງທີ່ເປັນໄປໄດ້ເພື່ອຈະໃຫ້ໄດ້ຢູ່ໃນຕຳແໜ່ງຕໍ່ໄປ.

ຫົວໜ້າພັກເຢສ ອະທິດ (Yesh Atid), ທ່ານ ແຢ ລາປິດ (Yair Lapid) ກ່າວໃນຄືນວັນພຸດຜ່ານມາ ຊຶ່ງບໍ່ຮອດນຶ່ງຊົ່ວໂມງກ່ອນຈະເຖິງທ່ຽງຄືນ ຊຶ່ງ ເປັນກໍານົດເສັ້ນຕາຍນັ້ນວ່າ ທ່ານໄດ້ຮັບການສະໜັບສະໜູນຈາກສຽງສ່ວນຫລາຍໃນລັດຖະສະພາ ຄະແນັຊເຊັດ (Knesset) ຢ່າງຄັກ ແນ່ແລ້ວ.

ທ່ານ ລາປິດ (Lapid) ຂຽນລົງໃນເຟສບຸກວ່າ: "ຂ້າພະເຈົ້າສັນຍາວ່າລັດຖະບານຊຸດນີ້ ຈະເຮັດວຽກຮັບໃຊ້ພົນລະເມືອງອິສຣາແອລໝົດທຸກຄົນ, ທັງຜູ້ທີ່ໄດ້ລົງຄະແນນສຽງເອົາ ແລະຜູ້ທີ່ບໍ່ໄດ້ລົງຄະແນນສຽງເອົາ."

ທ່ານແບນແນດ (Bennett), ຜູ້ທີ່ເປັນຜູ້ນໍາພັກຢາມີນາ (Yamina) ທີ່ເປັນພັກຊາດນິຍົມຫົວຮຸນແຮງຈັດນັ້ນໄດ້ປະກາດການສະໜັບສະໜູນຂອງທ່ານຕໍ່ແນວໂຮມຂອງທ່ານລາປິດ (Lapid) ໃນວັນອາທິດຜ່ານມາ. ຂໍ້ຕົກລົງລະຫວ່າງສອງທ່ານຈະເຫັນໄດ້ວ່າ ທ່ານແບນແນດ (Bennett) ໄດ້ຮັບໜ້າທີ່ເປັນນາຍົກລັດຖະມົນຕີໃນໄລຍະ 2 ປີ ທຳອິດ ກ່ອນທີ່ທ່ານລາປິດ (Lapid) ຈະຮອດ ຜຽນຂຶ້ນກໍາຕໍາແໜ່ງແທນທ່ານ.

ອ່ານຂ່າວນິ້ເພີ້ມເປັນພາສາອັງກິດ