ໃນທີ່ສຸດ ຮູບເງົາເລື້ອງ ‘Oppenheimer’ ກໍສາຍຮອບປະຖົມມະເລີກ ໃນ ຍີ່ປຸ່ນ ທີ່ມີປະຕິກິລິຍາທີ່ປະສົມປະສານ ແລະຄວາມຮູ້ສຶກສູງ ຈາກຊາວຍີ່ປຸ່ນ

ປະຊາຊົນຍ່າງຜ່ານປ້າຍໂຄສະນາຮູບເງົາ "Oppenheimer" ໃນວັນທີ 29 ມີນາ 2024, ໃນນະຄອນຫຼວງໂຕກຽວ.

ໃນທີ່ສຸດ, ຮູບເງົາເລື້ອງ ອອບເປິນຮາຍເມີ (Oppenheimer) ກໍໄດ້ອອກສາຍຮອບປະຖົມມະເລີກ ໃນວັນສຸກມື້ນີ້ ຢູ່ໃນປະເທດທີ່ສອງເມືອງໄດ້ຖືກທໍາລາຍດ້ວຍອາວຸດນິວເຄລຍ ເມື່ອ 79 ປີທີ່ຜ່ານມາ ເຊິ່ງເປັນອາວຸດທີ່ຖືກປະດິດໂດຍນັກວິທະຍາສາດຊາວອາເມຣິກັນ ຜູ້ທີ່ເປັນຫົວຂໍ້ຂອງຮູບເງົາທີ່ໄດ້ຮັບລາງວັນ Oscar. ປະຕິກິລິຍາຄວາມເຂົ້າໃຈຂອງບັນດາຜູ້ເບິ່ງຮູບເງົາ ຊາວຍີ່ປຸ່ນ ມີຄວາມປະສົມປະສານກັນ ແລະສະແດງອອກເຖິງຄວາມຮູ້ສຶກທີ່ສູງ.

ທ່ານໂຕຊິຢູກິ ມິມາກິ (Toshiyuki Mimaki), ຜູ້ທີ່ລອດຊີວິດຈາກການຖິ້ມລະເບີດໃນນະຄອນຮິໂຣຊິມາ ໃນເວລາທີ່ທ່ານມີອາຍຸ 3 ປີ ກ່າວວ່າ ທ່ານຮູ້ສຶກດຶງດູດໃຈກັບຮູບເງົາກ່ຽວກັບ ທ່ານເຈ ໂຣເບີດ ອອບເປິນຮາຍເມີ (J. Robert Oppenheimer), ເຊິ່ງມັກຈະຖືກຮ້ອງວ່າ "ບິດາຂອງລະເບີດປະລະມະນູ" ເພື່ອນໍາພາໃນໂຄງການຂອງແມນແຫັດຕັນ.

ທ່ານ ມິມາກິ ກ່າວໃນເວລາໃຫ້ສໍາພາດທາງໂທລະສັບ ຕໍ່ອົງການຂ່າວ AP ດ້ວຍຄວາມເສົ້າໂສກໃນສຽງຂອງທ່ານວ່າ “ຍີ່ປຸ່ນເຄີຍຄິດແນວໃດໃນການປະຕິບັດການໂຈມຕີຖານທັບເຮືອສະຫະລັດ ເພີລ໌ ຮາເບີ (Pearl Harbor), ການເລີ້ມປະຕິບັດສົງຄາມທີ່ພວກເຂົາເຈົ້າບໍ່ເຄີຍຫວັງ ທີ່ຈະໄດ້ຮັບໄຊຊະນະ."

ປັດຈຸບັນນີ້ ທ່ານ ມິມາກິ ເປັນປະທານຂອງກຸ່ມຜູ້ເຄາະຮ້າຍຈາກລະເບີດທີ່ມີຊື່ວ່າ Japan Confederation of A- ແລະ H-Bomb Sufferers Organization, ແລະທ່ານກໍໄດ້ເຫັນຮູບເງົາເລື້ອງ Oppenheimer ໃນການສາຍເປັນຕົວຢ່າງ. ທ່ານ ມິມາກິ ກ່າວວ່າ “ໃນລະຫວ່າງການສາຍຮູບເງົາເຕັມເລື້ອງ, ຂ້າພະເຈົ້າໄດ້ນັ່ງລໍຖ້າແລ້ວລໍຖ້າອີກ ເພື່ອເບິ່ງສາກໃນການເກີດເຫດການລະເບີດໃນນະຄອນຮິໂຣຊິມາ, ແຕ່ມັນບໍ່ໄດ້ສາຍໃຫ້ເຫັນເລີຍ.”

ຮູບເງົາເລື້ອງ Oppenheimer ບໍ່ໄດ້ພັນລະນາໂດຍກົງເຖິງສິ່ງທີ່ເກີດຂຶ້ນຢູ່ໃນດິນແດນທີ່ລະເບີດຖືກຖິ້ມໃສ່ ໃນນະຄອນ ຮິໂຣຊິມາ ແລະເມືອງ ນາກາຊາກິ, ອັນໄດ້ສົ່ງຜົນເຮັດໃຫ້ປະຊາຊົນປະມານ 100,000 ຄົນ ກາຍເປັນເຖົ່າຖ່ານໃນທັນທີ, ແລະໄດ້ສັງຫານປະຊາຊົນອີກຫຼາຍພັນຄົນ ໃນບໍ່ເທົ່າໃດມື້ຕໍ່ມາ, ເຊິ່ງສ່ວນໃຫຍ່ແມ່ນພົນລະເຮືອນ.

ອ່ານຂ່າວນີ້ເປັນພາສາອັງກິດ