ກຸ່ມ OPEC ຊັກຊວນ ໃຫ້ 11 ປະເທດ ຕັດການ ຜະລິດນ້ຳມັນຂອງຕົນລົງ

Federal police officers are seen at the Rio-Niteroi Bridge, where armed police surrounded a hijacked passenger bus in Rio de Janeiro, Brazil.

ກຸ່ມຂອງບັນດາປະເທດຜະລິດນ້ຳມັນ ທີ່ຮູ້ກັນວ່າ OPEC ນັ້ນ ໄດ້ຊັກຊວນໃຫ້ບັນປະເທດ ທີ່ບໍ່ແມ່ນສະມາຊິກ 11 ປະເທດ ຕັດການຜະລິດນ້ຳມັນຂອງຕົນລົງ ເພື່ອຍົກລາຄານ້ຳມັນ ທີ່ພວມຕົກຕ່ຳໃຫ້ສູງຂຶ້ນ, ເຊິ່ງມັນໄດ້ເປັນສາເຫດເຮັດຂອງຄວາມກົດດັນດ້ານການເງິນ ສຳລັບບັນດາຜູ້ຜະລິດນ້ຳມັນ.

ປະທານອົງການ OPEC ແລະ ລັດຖະມົນຕີພະລັງງານປະເທດ ກາຕ້າ ທ່ານ Mohammed bin Saleh al-Sada ໄດ້ກ່າວໃນວັນເສົາວານນີ້ວ່າ ບັນດາປະເທດທີ່ບໍ່ ແມ່ນສະມາຊິກນັ້ນ ໄດ້ຕົກລົງທີ່ຈະຕັດການຜະລິດເກີນ 550,000 ຖັງໜ້ອຍໜຶ່ງຕໍ່ມື້ ສຳ ລັບການເຮັດໃຫ້ຕະຫຼາດມີຄວາມໝັ້ນຄົງ ແລະ ສະໜັບສະໜູນການລົງທຶນໃນດ້ານອຸດ ສາຫະກຳ.

ການຕັດການຜະລິດໃນ ຣັດເຊຍ ແມ່ນຄາດວ່າຈະເປັນການຫຼຸດລົງຢ່າງຫຼວງຫຼາຍ. ອີງ ຕາມການກ່າວຂອງລັດຖະມົນຕີພະລັງງານ ຣັດເຊຍ ທ່ານ Alexander Novak ນັ້ນ, ປະ ເທດດັ່ງກ່າວຈະຕັດການຜະລິດລົງ 300,000 ຖັງຕໍ່ມື້.

ທ່ານໄດ້ກ່າວວ່າ “ຂໍ້ຕົກລົງຂອງທຸກມື້ນີ້ ຈະເລັ່ງໃຫ້ຕະຫຼາດນ້ຳມັນມີຄວາມໝັ້ນຄົງໄວ ຂຶ້ນ, ຫຼຸດການລະເຫີຍເປັນອາຍ, ແລະ ດຶງດູດການລົງທຶນໃໝ່.”

ປະເທດອື່ນໆທີ່ເຂົ້າຮ່ວມໃນຂໍ້ຕົງລົງແມ່ນ, ອາເຊີບາຍຈານ, ບາເຣນ, ບຣູໄນ, ກີເນຍ ເສັ້ນ ສູນສູດ, ກາຊັກສຖານ, ມາເລເຊຍ, ເມັກຊິໂກ, ໂອມານ, ຊູດານ ແລະ ຊູດານໃຕ້.

ລາຄາຂອງນ້ຳມັນໄດ້ຫຼຸດລົງຢ່າງວ່ອງໄວໃນ 2 ປີທີ່ຜ່ານມາ, ຈາກຫຼາຍກວ່າ 90 ໂດລາຕໍ່ ໜຶ່ງຖັງໃນຕົ້ນປີ 2014 ຫາປະມານ 40 ໂດລາຕໍ່ຖັງໃນຕົ້ນຂອງປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ