ອົງການ OPCW ກ່າວວ່າ ຊີເຣຍຈະຕ້ອງໄດ້ເລ່ງມື ໃນການສົ່ງມອບ ອາວຸດ ເຄມີ ໃຫ້ທັນກຳນົດ (ວີດີໂອ)

ລູກເຮືອຄົນນຶ່ງ ຂອງກຳປັ່ນ Cape Ray ຂອງສະຫະລັດ ໃສ່ເຄື່ອງປ້ອງກັນໂຕ ທີ່ຖານທັບອາກາດແຫ່ງນຶ່ງໃນເມືອງ Rota, ໃກ້ກັບເມືອງ Cadiz, ໃນພາກໃຕ້ຂອງສະເປນ ຂະນະເຮັດວຽກ ກ່ຽວກັບອາວຸດເຄມີ.

ກຸ່ມ​ນາໆ​ຊາດ​ທີ່​ຄວບ​ຄຸມ​ດູ​ແລ​ການ​ກຳຈັດ​ອາວຸດ​ເຄມີ​
ຂອງ​ຊີ​ເຣຍ ກ່າວ​ວ່າ ​ໃນ​ຈຳນວນ​ພວກ​ອາວຸດ​ເຄມີທັງ​ໝົດ​
​ທີ່​ຊີ​ເຣຍ​ໄດ້ປະກາດ​ໃຫ້​ຮູ້​ນັ້ນ ບັດ​ນີ້​ແມ່ນ​ໄດ້​ກຳຈັດ​ໄປ​
ແລ້ວ 65 ​ເປີ​ເຊັນ ​ແຕ່​ຈັງ​ວະ​ໃນ​ການ​ກຳຈັດ​ນີ້​ຈະ​ຕ້ອງ
​ໄດ້​ເລັ່ງຂຶ້ນ.

ອົງການ​ເພື່ອ​ການ​ເກືອດ​ຫ້າມ​ໃຊ້​ອາວຸດ​ເຄມີ ​ຫຼື OPCW
ກ່າວ​ຢູ່​ໃນ​ຖະ ແຫຼ​ງການ​ສະບັບ​ນຶ່ງ​ ໃນ​ວັນ​ຈັນ​ມື້​ນີ້​ວ່າ ລັດ
ຖະບານ​ຊີ​ເຣຍ​ໄດ້​ສົ່ງ​ອາວຸດ​ເຄມີ ຊຸດ​ທີ 13 ຂອງ​ຕົນ ​ໄປ
​ຍັງ​ທ່າ​ເຮືອ Latakia ​ແລ້ວ.

ຫົວໜ້າ​ອົງກາ​ນ OPCW ທ່ານ Ahmet Uzumcu ​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​
ຂອງ​ລັດຖະບານ​ຊີ​ເຣຍວ່່າ“ຈຳ​ເປັນ​ແລະ​ໃຫ້​ກຳລັງ​ໃຈ” ​ແຕ່​ທ່ານກ່າວ​ຕໍ່ໄປ​ວ່າ
ຊີ​ເຣຍຈະ​ຕ້ອງ​ໄດ້​ສົ່ງ​ພວກ​ອາວຸດ​ເຄມີ​ເຫຼົ່າ​ນີ້​ໃນ​ຈຳນວນຫຼາຍຖ້ຽວ​ຂຶ້ນອີກ​ເພື່ອ​ໃຫ້​
ທັນ​ເວລາ​ກັບ​ກຳນົດ​ເສັ້ນ​ຕາຍ​ທີ່​ຕັ້ງ​ໄວ້​ນັ້ນ.

ອົງການ OPCW ​ໄດ້​ກຳນົດ​ໃສ່​ວັນ​ທີ 30 ມິ​ຖຸນາ ອັນ​ເປັນ​ເວລາ​ທີ່ຊີ​ເຣຍຈະ​ຕ້ອງ​ໄດ້
ກຳຈັດ​ພວກ​ອາວຸດ​ເຄມີຂອງ​ຕົນໃຫ້​ໝົດ​ໄປ.

ຊີ​ເຣຍ​ໄດ້​ຕົກລົງ​ທີ່​ຈະ​ທຳລາຍ​ພວກ​ອາວຸດ​ເຄມີ​ຂອງ​ຕົນ ​ເພື່ອ​ຫຼີກ​ເວັ້ນການ​ໂຈມ​ຕີ​
ທາງ​ທະຫານ​ທີ່​ສາມາດ​ມີ​ຂຶ້ນ​ໄດ້​ຈາກ​ສະຫະລັດ ຫຼັງ​ຈາກຊີ​ເຣຍ​ໃຊ້​ອາວຸດ​ເຄມີ​ໂຈມ​
ຕີ​ພວກ​ພົນລະ​ເຮືອນ​ ຢູ່​ນະຄອນຫຼວງ​ດາ​ມັສກັສ ຊຶ່ງ​ເຮັດ​ປະຊາຊົນ​ເສຍ​ຊີວິດ​ໄປ​
ຫຼາຍ​ກວ່າ 1400 ຄົນ​ນັ້ນ.

ຊີ​ເຣຍ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີທີ່ວ່າ​ນີ້ ​ໃສ່​ຝ່າຍ​ຕໍ່ຕ້ານ​ທີ່​ກຳລັງ​ທຳ​ການ​ຕໍ່ສູ້​ເພື່ອໂຄ່ນ​ລົ້ມ​ປະທານາທິບໍດີ Bashar al-Assad ນັ້ນ.

ວີດີໂອ: ສຳພາດ Luis Ramirez ນັກຂ່າວປະຈຳທຳນຽບຫ້າແຈ ກ່ຽວກັບ
ແຜນການທຳລາຍ ອາວຸດນິວເຄລຍຂອງຊີເຣຍ ຢູ່ກາງທະເລ ຊຶ່ງສະຫະລັດ
ຕ້ອງເປັນຄົນເຮັດ ເພາະບໍ່ມີປະເທດໃດຂັນອາສາ:

Your browser doesn’t support HTML5

Destroying Syria's Chemical Weapons at Sea (VOA On Assignment Jan. 10, 2014)