ນຶ່ງປີ ຫຼັງຈາກ ການເຈລະຈາ ກ່ຽວກັບ ໂຄງການນິວເຄລຍ ອີຣ່ານ ພາໃຫ້ເກີດ ຄວາມເປັນຫ່ວງ

Your browser doesn’t support HTML5

ນຶ່ງ​ປີຜ່ານມາ​ນີ້ ບັນດາ​ນັກ​ການ​ທູດ​ຈາກ​ອີຣ່ານ​ແລະ​ກຸ່ມ 6 ປະ​ເທດ​ມະຫາ​ອຳນາດ​ໂລກ ​ໄດ້​ອອກ​ມາຈາກ​ການ​ປະຊຸມ ທີ່​ໂຮງ​ແຮງ​ຫຼູຫຼາ​ແຫ່ງ​ນຶ່ງ ​ໃນ​ນະຄອນ​ວຽນ​ນາປະ​ເທດອອສ​ເຕຣຍ ​ພ້ອມ​ດ້ວຍ​ອັນ​ທີ່ພວກ​ເຂົາ​ເຈົ້າ​ໄດ້ພະຍາຍາມ ມາເປັນ​ເວລາ​ເກືອບ 2 ປີ ນັ້ນກໍ​ຄືຂໍ້​ຕົກລົງໃນ ຂອບ​ເຂດ​ທີ່​ກວ້າງຂວາງ​ ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍຂອງອີຣ່ານ ​ໃນ​ການ​ແລກປ່ຽນ​ເພື່ອໃຫ້ຍົກເລີກການ​ລົງ​ໂທດ​ຢ່າງ​ໜັກ​ທາງ​ດ້ານ​ເສດຖະກິດຕໍ່​ເຕຫະຣ່ານ.

​ທຸກມື້​ນີ້ ຂໍ້​ຕົກລົງ​ດັ່ງກ່າວ​ແມ່ນ​ມີຜົນ​ບັງຄັບ​ໃຊ້ ດ້ວຍ​ຜົນ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ອົງ​ປະກອບ​ທີ່ແຕ່​ວ່າ ກໍ​ຍັງ​ມີ​ຄວາມສົງ​ໄສຢູ່​ຕໍ່​ມາ​ຂອງ​ທັງ​ສອງ​ຝ່າຍ​ທີ່​ວ່າ ອີກຝ່າຍ​ນຶ່ງ​ ອາດ​ຈະ​ເອົາລັດ​ເອົາ​ປຽບ​ ​ແລະ​ບໍ່​ປະຕິບັດ​ຕາມ​ພັນທະ​ຂອງ​ຕົນ.

“ພວກ​ເຮົາ​ຈຳ​ເປັນ​ທີ່​ຈະ​ສືບ​ຕໍ່ເຮັດ​ວຽກ ​ແລະ​ພວກ​ເຮົາ​ກໍ​ຍັງ​ຈະ​ສືບ​ຕໍ່​ທີ່​ຈະ​ປະສານ​ງານ ​ແລະ​ພວກ​ເຮົາ​ມີ​ທູດ​ພິ​ເສດ ຜູ້​ຊຶ່ງ​ມີ​ຄວາມ​ພະຍາຍາມ​ໃນ​ແຕ່​ລະ​ມື້ ​ແມ່ນຈະ​ນຳພາ​ຄະນະເພື່ອ​ໃຫ້ ການຄ້ຳປະກັນ​ວ່າ ຂໍ້​ຕົກລົງ​ນີ້​ຈະ​ໄດ້​ຮັບ​ປະຕິບັດ​ໃຫ້​ຕະຫຼອດ​ຮອດ​ຝັ່ງ ຊຶ່ງ​ພວກ​ເຮົາ​ສາມາດ​ທີ່​ຈະ​ແກ້​ໄຂບັນ​ຫາ​ໃດໆກໍ​ໄດ້” ນັ້ນຄື​ຄຳ​ເວົ້າຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໃນ​ວັນ​ພະຫັດວານ​ນີ້.

ການ​ເຈລະຈາ​ໄດ້ເລີ້ມຂຶ້ນຍ້ອນຄວາມ​ຢ້ານ​ກົວ​ຂອງ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ຢ້ອນກັບ​ໄປ​ຍັງ​ປີ 2002 ທີ່​ວ່າ ​ອີຣ່ານແມ່ນ​ໄດ້​ພັດທະນາ​ໂຄງການ​ອາວຸດ​ນິວ​ເຄລຍ ຊຶ່ງ​ລັດຖະບານ​ອີຣ່ານ ​ໄດ້​ປະຕິ​ເສດ​ຢູ່​ເລື້ອຍ​ມາ​ນັ້ນ. ການ​ລົງ​ໂທ​ດຂອງ​ອົງການ​ສະຫະ​ປະຊາ​ຊາດ ແລະ ການ​ລົງ​ໂທດອື່ນ​ໆຂອງທາງສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ ​ແມ່ນ​ເພື່ອ​ກົດ​ດັນ​ໃຫ້​ອີຣ່ານ ປະລະ​ໂຄງການ​ອາວຸດ​ນິວ​ເຄລຍ. ອີຣ່ານ ສື​ບຕໍ່​ກິດຈະກຳ​ນິວ​ເຄລຍຂອງ​ຕົນ ຊຶ່ງ​ສ່ວນ​ໃຫຍ່​ເພັ່ງ​ເລັງ​ໃສ່ ການ​ກັ່ນ​ທາດ​ຢູ​ເຣ​ນຽມ ​ໃນ​ຂະນະ​ທີ່​ການ​ລົງ​ໂທດ​ນັ້ນ ​ແມ່ນ​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້​ແກ່ເສດຖະກິດ​ຂອງອີຣ່ານ.

ການ​ເຈລະຈາ​ທີ່​ວ່າ​ນີ້ ​ໄດ້​ປະສົບ​ກັບ​ຄວາມ​ກ້າວໜ້າ ​ໃນ​ທ້າຍ​ປີ 2013 ​ເວລາ​ອີຣ່ານ ​ແລະ​ກຸ່ມ​ດັ່ງກ່າວ ທີ່​ຮວມມີ ສະຫະລັດ ອັງ​ກິດ ຈີນ ​ຝຣັ່ງ ຣັດ​ເຊຍ ​ແລະ​ເຢຍຣະມັນ ​ໄດ້ບັນລຸການ​ຕົກລົງ​ຊົ່ວຄາວ ຊຶ່ງ​ໄດ້​ຈຳກັດ ​ກິ​ດຈະ​ກຳ​ບາງ​ຢ່າງ​ໃນ​ດ້ານ​ນິວ​ເຄລຍຂອງ​ອີ​ຣ່ານ ​ແລະ​ຜ່ອນຜັນ​ການ​ລົງ​ໂທດ​ຈຳນວນ​ນຶ່ງ​ໃຫ້​ແກ່​ເຕຫະຣ່ານ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ລັດຖະມົນຕີການຕ່າງປະເທດ ທ່ານ Mohammad Javad Zarif ແລະ ປະທານນະໂຍບາຍສະຫະພາບຢູໂຣບ ທ່ານນາງ Federica Mogherini ກ່ອນເຂົ້າຮ່ວມກອງປະຊຸມໃນນະຄອນ Tehran, ອິຣ່ານ, 16 ເມສາ, 2016.