ແມ່ຍິງ ທີ່ເປີດເຜີຍ ເປັນຜູ້ຮັກຮ່ວມເພດ ໃນກອງທັບ ສຫລ ເສຍຊີວິດ ຢູ່ ອັຟການິສຖານ

ທຸງຊາດ ສຫລ ຫ້ອຍຢູ່ລະບຽບເຮືອນພັກ ທີ່ຖານທັບອາກາດ Bagram ໃນແຂວງ Parwan ຂອງອັຟການິສຖານ.

ຮວມຢູ່​ໃນ​ຈຳນວນ​ພວກ​ທີ່​ຕາຍໃນມື້​ວັນ​ຈັນ​ຜ່ານມາ​ນີ້ ​ເວລາ
ສະມາຊິກຂອງ​ກຸ່ມຕາ​ລີ​ບານ ໂຈມຕີ​ສະຫຼະຊີບ​ຕໍ່​ໜ່ວຍ​ລາດ
ຕະ​ເວນໃນ​ພາກ​ໃຕ້​ອັຟກາ​ນິສຖານນັ້ນ ​ແມ່ນ​ທະຫານແມ່ຍິງ
ອາ​ເມ​ຣິກັນ​ຄົນ​ທຳ​ອິດ ທີ່​ໄດ້​ເປີດ​ເຜີຍວ່າ​ເປັນ​ຜູ້​ຮັກ​ຮ່ວມ​ເພດ​
ທີ່​ໄດ້​ເສຍ​ຊີວິດໃນ​ລະຫວ່າງ​ການ​ສູ້​ລົບ.

ທຳນຽບຫ້າ​ແຈ​ລະບຸ​ວ່າ ​ແມ່ນ​ພັນ​ອາກາດ​ຕີ Adrianna Vor-
derbruggen ອາ ຍຸ 36 ປີ ​ແມ່ນ​ນຶ່ງ​ ໃນ​ພວກທະຫານ 6 ຄົນ​
ທີ່​ເສຍ​ຊີວິດ​ໃນ​ເຫດ​ລະ​ເບີດ.

​ໃນ​ປີ 2012 ນາງ​ໄດ້​ແຕ່ງງານ​ກັບ​ໝູ່​ຂອງ​ນາງທີ່​ມີ​ຊື່ວ່າ Hea-
ther Lamb ​ໃນອັນ​ທີ່​ເປັນ​ນຶ່ງ​ ຂອງ​ການ​ແຕ່ງງານ​ເທື່ອ​ທຳ​ອິດ​ ລະຫວ່າງ​ສະມາຊິກ​ຂອງ​
ພວກ​ຮັກ​ຮ່ວມ​ເພດ​ທີ່​ມີ​ການ​ເປີດ​ເຜີຍ​ຂອງ​ກອງທັບສະຫະລັດນັບ​ຕັ້ງ​ແຕ່​ປະທານາທິບໍດີ
ບາຣັກ ​ໂອບາ​ມາ ​ໄດ້​ຍົກ​ເລີກ​ນະ​ໂຍບາຍ​ ຖ້າ​ບໍ່​ຖາມ ​ກໍ​ຢ່າ​ບອກ ​ຫຼື Don’t Ask, Don’t
Tell ທີ່​ມີ​ມາ​ເປັນ​ເວລາ​ເກືອບ 20 ປີ.​ ນະ​ໂຍບາຍ​ດັ່ງກ່າວ​ເຮັດ​ໃຫ້​ພວກຮັກ​ຮ່ວມ​ເພດ​ຢ່າງ​
ເປັນ​ການ​ເປີດ​ເຜີຍ ບໍ່​ສາມາດ​ເຂົ້າ​ຮັບ​ໃຊ້​ຢູ່​ໃນ​ກອງທັບ​ໄດ້.

ນາງ Lamb ກ່າວ​ກ່ຽວ​ກັບ​ພັນ​ລະ​ຍາ​ຂອງ​ລາວ ຕໍ່​ສື່​ມວນ​ຊົນ​ ຂອງ​ສະຫະລັດ​ວ່າ ການ​ຢູ່​
ຮ່ວມ​ກັນ​ຂອງ​ພວກ​ເຮົາ​ກໍ​ແມ່ນ ພວກ​ເຮົາ​ຮູ້​ວ່າ​ນາງ​ຕ້ອງການ​ຢາກ​ຢູ່​ທີ່​ນັ້ນ ນາງ​ເຊື່ອໝັ້ນ​
ແລະ​ຮັກ​ໃນ​ວຽກ​ງານ​ຂອງ​ນາງແລະ​ນາງ​ໄດ້​ເຮັດ​ວຽກການ​ທີ່​ສຳຄັນ ​ໃນ​ນາມ​ຊາວ​ອັຟກາ​
ນິສຖານ​ແລະ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

ພວກ​ທີ່​ເສຍ​ຊີວິດ​ໃນ​ວັນ​ຈັນ​ຜ່ານ​ມາ​ແມ່ນ​ຮວມທັງ​ສິບ​ໂທ​ທະຫານ​ຊ່າງ Joseph Lemm
ທີ່​ໄດ້​ລາ​ພັກ​ຈາກ​ການ​ເປັນ​ຕຳຫຼວດ ຢູ່​ນະຄອນ​ນິວຢອກ ​ໃນ​ຂະນະ​ທີ່​ຖືກສົ່ງ​ໄປ​ປະຕິບັດ​
ໜ້າ​ທີ່ຢູ່​ອັຟກາ​ນິສຖານ ​ເປັນ​ເທື່ອ​ທີ​ສອ​ງ.​ ຜູ້​ບັນຊາ​ການ​ຕຳ​ຫຼວດນະຄອນ​ນິວຢອກ ທ່ານ
William Bratton ​ເອີ້ນທ່ານ Lemm ວ່າ ​ເປັນ​ຕຳຫຼວດທີ່​ດີ​ເດັ່ນ​ຄົນ​ນຶ່ງຂອງ​ນະຄອນ​ນິວ
ຢອກ ​ແລະ​ເວົ້າວ່າ ຜູ້ກ່ຽວເປັນ​ຕົວຢ່າງ​ອັນຈະ​ແຈ້ງ​ ກ່ຽວ​ກັບ​ຄວາມ​ບໍ່​ເຫັນ​ແກ່​ຕົວ​ ທີ່​ພວກ​
ເຮົາພຽງ​ແຕ່​ຊອກ​ສະ​ແຫວ​ງຫາ​ເທົ່າ​ນັ້ນ.

​ໃນ​ຕອນ​ແລງ​ວັນ​ອັງຄານມື້​ວານ​ນີ້​ 18,000 ຄົນ ​ທີ່​ໄປ​ຮ່ວມ​ການ​ແຂ່ງຂັນ​ກິລາ​ຮອັກ​ກີ້ ທີ່
Madison Square Garden ​ໃນ​ນະຄອນ​ນິວຢອກ​ ລະຫວ່າງທີ​ມນິວຢອກ Rangers
​ແລະ​ທີ​ມ Ducks ຈາກ​ນະຄອນ Anaheim ​ໄດ້​ພາກັນ​ຢືນ​ສະຫງົບ​ສະຕິ​ອາລົມ​ຊົ່ວ​ຂະນະ​
ນຶ່ງ​ເພື່ອ​ໄວ້ອາ​ໄລ​ໃຫ້​ແກ່​ທ່ານ Lemm ​ໃນ​ຂະນະ ທີ່​ຮູບ​ຂອງ​ທ່ານ​ຖືກ​ສາຍ​ອອກ​ມາ​ໃສ່​ຈໍ​
ທີ່ຢູ່​ເທິງ​ນ້ຳ​ແຂງ.

ການ​ເສຍ​ຊີວິດ​ ຂອງ​ທະຫານ​ອາ​ເມຣິກັນ 6 ຄົນ​ດັ່ງກ່າວ ເຮັດ​ໃຫ້​ຈຳນວນ​ທະຫານອາ​ເມຣິ
ກັນ​ທີ່​ເສຍ​ຊີວິດ​ໃນ​ລະຫວ່າງ​ການ​ປະຕິບັດ​ງານ​ຢູ່ໃນ​ອັຟກາ​ນິສຖານ​ເພີ້ມຂຶ້ນ​ເປັນ 10 ຄົນ​
ໃນ​ປີນີ້.​ ສ່ວນອີກ​ 10 ຄົນ​ໄດ້​ເສຍ​ຊີວິດ​ບໍ່​ກ່ຽວ​ກັບ​ການ​ສູ້​ລົບ​ທີ່ ຮວມທັງ​ເຮືອບິນ​ເຮ​ຣີຄອບ​
ເຕີ້ຕົກ​ຫຼາຍໆ​ເທື່ອ.