ໃນວັນສຸກວານນີ້ ພົນລະເຮືອນ ຢ່າງໜ້ອຍສອງຄົນ ໄດ້ເສຍຊີວິດ ຢູ່ໃນ ເວເນຊູເອລາ
ແລະປະມານອີກ ສິບກວ່າຄົນ ກໍໄດ້ຮັບບາດເຈັບ ໃນການປະເຊີນໜ້າ ກັບກຳລັງຮັກສາ
ຄວາມສະຫງົບ ຢູ່ໃກ້ໆຊາຍແດນຂອງປະເທດ ຕິດກັບບຣາຊີລ.
ລາຍງານຕ່າງໆແຈ້ງວ່າ ເຫດການດັ່ງກ່າວໄດ້ເກີດຂຶ້ນ ຢູ່ໃນເຂດແກຣນ ຊາບານາ ເລາະ
ຕາມຊາຍແດນທາງພາກຕາເວັນອອກສຽງໃຕ້ ຂອງເວເນຊູເອລາ ທີ່ຕິດກັບບຣາຊີລ ຊຶ່ງ
ເປັນຖິ່ນຖານບ້ານເກີດຂອງ ຊົນເຜົ່າພື້ນເມືອງ ທີ່ເອີ້ນວ່າ ເປມອນ (Pemon).
ປະທານາທບິບໍດີ ນິກໂຄລັສ ມາດູໂຣ ຂອງເວເນຊູເອລາ ເຂົ້າຮ່ວມ ການໂຮມຊຸມນຸມ ໃນການ ສະໜັບສະໜຸນ ລັດຖະບານ ຂອງທ່ານ ໃນນະຄອນຫຼວງ ກາຣາກາສ ຂອງເວເນຊູເອລາ, ວັນທີ 7 ກຸມພາ 2019.
ພວກທີ່ເຫັນເຫດການກ່າວວ່າ ພວກປະຊາຊົນຢູ່ທີ່ນັ້ນ ກຳລັງປະທ້ວງຄັດຄ້ານ ຕໍ່ຄວາມ
ພະຍາຍາມຂອງປະທານາທິບໍດີ ນິໂຄລັສ ມາດູໂຣ ທີ່ຈະກີດກັນ ບໍ່ໃຫ້ສົ່ງການຊ່ອຍເຫຼືອ
ດ້ານມະນຸດສະທຳຂອງນານາຊາດ ເຂົ້າມາໃນປະເທດ.
ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ໄດ້ກ່າວຕໍ່ອົງການຂ່າວ ເອພີ ວ່າ ພວກສະມາຊິກ ຂອງກຸ່ມ
ຊົນເຜົ່າພື້ນເມືອງ ເປມອນ ໄດ້ເຂົ້າປະທະກັບ ກຳລັງຮັກສາດິນແດນ ແລະກອງທັບບົກ
ຂອງເວເນຊູເອລາ ໃນຂະນະທີ່ກຳລັງຮັກສາຄວາມສະຫງົບ ກໍໄດ້ເຄື່ອນຍ້າຍ ພວກລົດ
ຖັງໄປຍັງເຂດຊາຍແດນຕິດກັບບຣາຊີລ.
ລົດສົ່ງຄົນປ່ວຍ ຄັນນຶ່ງ ທີ່ບັນທຸກພວກຊົນເຜົ່າພື້ນເມືອງ ໄດ້ຮັບບາດເຈັບ ແລ່ນກາຍກຳລັງຮັກສາ ດິນແດນຂອງເວເນຊູເອລາ ໃນຂະນະກັບຄືນເຂົ້າມາ ເວເນຊູເອລາ, ຢູ່ຊາຍແດນ ລະຫວ່າງ ເວເນຊູເອລາ ແລະ ບຣາຊີລ, ໃນເມືອງ ປາຄາເຣມາ ລັດໂຣເຣມາ, ບຣາຊີລ, ວັນທີ 22 ກຸມພາ 2019.
ພວກທີ່ເຫັນເຫດການກ່າວວ່າ ກຳລັງຮັກສາຄວາມສະຫງົບ ໄດ້ໃຊ້ແກັສນ້ຳຕາ ແລະລູກ
ປືນແທ້ ໃນຂະນະທີ່ພວກປະທ້ວງພາກັນ ຕອບໂຕ້ຄືນ ດ້ວຍລູກທະນູ ແລະກ້ອນຫີນ.
ທຳນຽບຂາວ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ເມື່ອຕອນແລງວັນສຸກວານນີ້ ວ່າ
ສະຫະລັດ “ຂໍປະນາມຢ່າງແຂງຂັນ ຕໍ່ການໃຊ້ກຳລັງກັບ ປະຊາຊົນທີ່ບໍ່ມີອາວຸດ
ແລະພວກອາສາສະໝັກ ທີ່ບໍ່ມີຄວາມຜິດ ຢູ່ໃນເຂດຊາຍແດນ ຂອງເວເນຊູເອລາ
ທີ່ຕິດກັບບຣາຊີລ.” ຖະແຫລງການນີ້ຍັງໄດ້ກ່າວອີກວ່າ “ເປັນການລະ ເມີດຕໍ່ສິດທິ
ມະນຸດຢ່າງຮ້າຍແຮງ ໂດຍ ມາດູໂຣ ແລະພວກທີ່ປະຕິບັດຕາມຄຳສັ່ງຂອງຜູ້ກ່ຽວນັ້ນ
ຈະຖືກນຳມາລົງໂທດ.”
ພວກທະຫານ ເຄື່ອນຍ້າຍ ເຄື່ອງຂອງຕ່າງ ສະໜອງໂດຍ ສະຫະລັດ ທີ່ ໄດ້ຖືກເກັບມ້ຽນໄວ້ ໃນສາງ ທີ່ບຣາຊີລ ເພື່ອການແຈກຢາຍໃຫ້ແກ່ຊາວເວເນຊູເອລາ. (Photo Courtesy of Gregory Holliday)
ເຈົ້າໜ້າທີ່ນັກການທູດ ສະຫະລັດ ທ່ານນຶ່ງ ຢູ່ໃນພື້ນທີ່ ໄດ້ກ່າວວ່າ ຂ່າວຄາວ ຂອງ
ຄວາມ ຮຸນແຮງ ໄດ້ກະຈາຍອອກໄປ ເຖິງຖານທັບ ຂອງກອງທັບບຣາຊີລ ທີ່ຕັ້ງຢູ່ບໍ່ໄກ
ຈາກຊາຍແດນ ບ່ອນທີ່ການຊ່ອຍເຫຼືອ ຊຶ່ງໄດ້ຮັບການບໍລິຈາກໂດຍ ສະຫະລັດ ແລະ
ຊາວບຣາຊີລ ແມ່ນກຳລັງລໍຖ້າທີ່ຈະຂົນສົ່ງໄປ ໃນວັນເສົາມື້ນີ້.
ມີລາຍງານມາວ່າ ພວກລົດສົ່ງຄົນປ່ວຍຈາກເວເນຊູເອລາແມ່ນໄດ້ຮັບອະນຸຍາດໃຫ້
ຂ້າມເຂົ້າໄປ ໃນບຣາຊີລ ໄດ້ ເພື່ອຮັບການຮັກສາປິນປົວ ສຳລັບພວກຄົນ ທີ່ໄດ້ຮັບ
ບາດເຈັບ ໃນເມື່ອການຮັກສາປິ່ນປົວ ຢູ່ໃນຟາກເບື້ອງຊາຍແດນຂອງເວເນຊູເອລານັ້ນ
ແມ່ນບໍ່ມີເລີຍ.