ໃນວັນແຮງງານ ປ. ໂອບາມາ ສັ່ງໃຫ້ຈ່າຍເງິນ ແກ່ຄົນງານ ທີ່ລາພັກ ຍ້ອນເຈັບປ່ວຍ

ປະທານາທິບໍດີ Barack Obama ໂບກມືຈາກເຮືອບິນ ປະຈຳຕຳແໜ່ງປະທານາທິບໍດີ Air Force One ກ່ອນອອກເດີນທາງໄປ ຍັງນະຄອນ Boston.

ປະທານາທິບໍດີ Barack Obama ​ໄດ້​ສະຫລອງ​ວັນແຮງ​ງານ
ຊຶ່ງເປັນວັນພັກຢູ່​ໃນສະຫະລັດ ໃນວັນ​ຈັນ​ວານ​ນີ້ ​ໂດຍ​ສັ່ງ​ໃຫ້
ບັນ​ດາ​ບໍລິສັດສັນຍາຈ້າງຂອງລັດຖະບານ​ກາງ ສະໜອງການ
ຈ່າຍເງິນໃນເວລາເຈັບປ່ວຍໃຫ້ແກ່ພວກພະນັກງານ ຈຳນວນ
300,000 ຄົນ.

ປະທານ​າທິບໍດີ Obama ກ່າວ​ຕໍ່ການ​ໂຮ​ມ​ຊຸມນຸມຂອງພວກ
ຄົນງານກຳມະບານໃນ​ນະຄອນ Boston ວ່າ ທີ່​ທ່ານ​ໄດ້​ເຊັນ​
ດຳລັດ ຂອງຝ່າຍບໍລິຫານສະບັບນຶ່ງ ​ເພາະວ່າ ພັກຣີພັບ​ບລິ
​ກັນ​ໄດ້​ທຳການໂຈມຕີຢູ່ຕະຫລອດເວລາຕໍ່ພວກ​ແຮງ​ງານອາ
​ເມຣິກັນ.

ປະ​ທາ​ນາ​ທິບໍດີ Obama ກ່າວ​ວ່າ​ ສະຫະລັດ​ ເປັນ​ປະ​ເທດ​ດຽວ​ ທີ່​ກ້າວໜ້າ​ທາງດ້ານ​ເສດຖະກິດ ບໍ່​ໃຫ້ການ​ຄໍ້າປະກັນໃນຈ່າຍເງິນເວລາ​ລາ​ພັກຍ້ອນ​ເຈັບ​ປ່ວຍ ຫລື​ຈ່າຍເງິນໃຫ້​
ໃນ​ເວລາ​ພັກ​ອອກລູກ. ບັນດາ​ພະນັກງານສະຫະລັດ ຫລາຍ​ໆ​ຄົນ​ໄດ້​ຮັບ​ຜົນປະໂຫຍດ​
ດັ່ງກ່າວ. ​ແຕ່​ວ່າປະມານ 44 ລ້ານ​ຄົນ ​ທີ່​ເປັນ​ພະນັກ ງານບໍລິສັດເອກ​ກະ​ຊົນ ຊຶ່ງຫລາຍໆ​
ຄົນ​ເປັນ​ພະນັກງານທີ່ມີ​ລາຍ​ໄດ້​ຕໍ່າ ບໍ່​ໄດ້​ຮັບ​ຜົນປະໂຫຍດດັ່ງກ່າວ.

ການ​ຈ່າຍເງິນໃນເວລາລາ​ພັກ​ເຈັບ​ປ່ວຍ ຈະ​ເຮັດ​ໃຫ້​ເຂົາ​ເຈົ້າສາມາດ​ປິ່ນປົວເຂົາ​ເຈົ້າເອງ
ຫລື​ບັນດາ​ສະມາຊິກໃນ​ຄອບຄົວ​ທີ່ເຈັບ​ປ່ວຍໄດ້. ດຳລັດ​ ປະ​ທານາ​ທິບໍດີ ​ໄດ້​ອະນຸຍາດ​
ໃຫ້ບັນດາບໍລິສັດສັນຍາ​ຈ້າງ ​ຂອງ​ລັດຖະບານ​ກາງ ອະນຸຍາດ​ໃຫ້​ບັນດາ​ພະນັກງານ​ເຂົາ​
ເຈົ້າ ​ສາມາດລາພັກ​ຍ້ອນ​ການເຈັບປ່ວຍ ແບບໄດ້ຮັບເງິນເຖິງ 7 ມື້ຕໍ່​ປີ ເລີ້ມແຕ່ປີ 2017 ເປັນຕົ້ນໄປ.

ປະ​ທາ​ນາ​ທິບໍດີ Obama ​ໄດ້​ທຳການຮຽກຮ້ອງອີກຄັ້ງນຶ່ງ ໃຫ້ລັດຖະສະພາຮັບຜ່ານ​ກົດ
ໝາຍທີ່ບັງຄັບ​ໃຫ້​ບັນດາ​ນາຍ​ຈ້າງ ​ທີ່​ມີຄົນງານ​ 15 ຄົນຫລື​ຫລາຍ​ກວ່າ ນັ້ນ ​ຈ່າຍ​ເງິນຄ່າ​
ລາພັກ​ຍ້ອນການ​ເຈັບ​ປ່ວຍ ​ເຈັດມື້​ຕໍ່​ປີ.

​ແຕ່​ເຈົ້າ​ຂອງທຸລະ​ກິດ​ຂະໜາດ​ນ້ອຍ​ຈຳນວນ​ນຶ່ງ​ ກ່າວ​ວ່າ ​ໃນ​ຂະນະ​ທີ່​ຄວາມຕັ້ງໃຈ​ຂອງ
ປະທານາທິບໍດີ ມີ​ຄວາມ​ຖືກຕ້ອງ ​ແຕ່ເຂົາ​ເຈົ້າບໍ່​ສາມາດ​ຈ່າ​ຍ​ເງິນໃຫ້​ແກ່​ບັນດາ​ຄົນທີ່​ບໍ່
​ສາມາດ​ເຮັດ​ວຽກ​ໄດ້.

ນອກນັ້ນ ໃນ​ວັນ​ພັກແຮງ​ງານໃນວັນ​ຈັນ​ວານ​ນີ້ ຮອ​ງ​ປະທາ​ນາ​ມິ​ບໍດີ ທ່ານ Joe Biden ​
ໄດ້​ກ່າວ​ຕໍ່​ການໂຮມຊຸມນຸມຂອງສະຫະພັນກຳມະບານ​ຫລໍ່​ເຫລັກທີ່​ເມືອງ Pittsburgh
ວ່າ ລັດຖະສະພາຕ້ອງ​ຫລຸດຜ່ອນ ການມີ​ລາຍ​ໄດ້​ທີ່​ບໍ່​ເທົ່າ​ທ່ຽມກັນ ​ໂດຍ​ປ່ຽນ​ແປງ ກົດ​
ລະ​ບຽບເສຍ​ພາສີ​ຂອງສະຫະລັດ ທີ່​ທ່ານ​ກ່າວ​ວ່າ ເປັນຜົນດີ​ສຳລັບ​ຜູ້​ຮັ່ງມີ.

Your browser doesn’t support HTML5

US Labor Day