ໃນວັນຄົບຮອບການ ຖິ້ມລະເບີດໃສ່ເມືອງ ນາກາຊາກິນັ້ນ ເກົາຫລີເໜືອ ກໍເປັນໄພຂົ່ມຂູ່ ຕໍ່ການຕ້ອງຫ້າມ ດ້ານນີວເຄລຍຂອງ ຍີ່ປຸ່ນ

Your browser doesn’t support HTML5

ໃນຂະ​ນະ​ທີ່​ເກົາຫລີ​ເໜືອ ແລະ​ສະຫະລັດ ເພີ່ມ​ທະວີ​ການ​ປະ​ທະກັນດ້ວຍຄຳເວົ້າ ກ່ຽວ​ກັບໂຄງການ​ອາວຸດ​ນິວ​ເຄລຍຂອງ​ພຽງ​ຢາງ ຊຶ່ງ​ເປັນ​ເລື່ອງ​ທີ່ຕ້ອງ​ ຫ້າມ​ມາ​ເປັນ​ເວລາ​
ນານ ຢູ່​ໃນປ​ະ​ເທດ​ຍີ່ປຸ່ນທີ່​ເປັນເພື່ອນ​ບ້ານ ຊຶ່ງ​ເປັນ​ພຽງ​ປະເທດ​ດຽວ​ໃນ​ໂລກ ທີ່​ຖືກ​ຖິ້ມ
ລະເບີດ​ນິວ​ເຄລຍ​ໃສ່ ​ໃນ​ຕອນ​ທ້າຍ ​ຂອງ​ສົງຄາມໂລກ​ຄັ້ງທີສອງນັ້ນ ບັດ​ນີ້ພວມ​ໄດ້​ຮັບ​
ການ​ທັບ​ມ້າງ. ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ອະພິປາຍ​ກ່ຽວ​ກັບ​ວ່າ ​ໂຕກຽວຄວນ​ພັດ
ທະນາ​ອາວຸດ​ນິວ​ເຄລຍຂອງ​ຕົນຫຼື​ບໍ່ນັ້ນ ກຳລັງ​ເຄື່ອນ​ຍ້າຍ​ຈາກຸ່ມຂວາຈັດ​ໄປ​ສູ່​ການ​
ເມືອງ​ຫຼັກຂອງ​ປະ​ເທດ. Henry Ridwell ມີລາຍ​ງານ​ຈາກ​ນະຄອນຫລວງ​ຍີ່ປຸ່ນຊຶ່ງ
ກິ່ງ​ສະຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ຕໍ່​ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ເລື່ອງຕ້ອງຫ້ານ ການສ້າງອາວຸດນິວເຄລຍ ຍີ່ປຸ່ນ

ເອກ​ກະສາ​ນປ້ອ​ງກັນ​ປະ​ເທດຂອງ​ຍີ່​ປຸ່ນສະບັບ​ບນຶ່ງ ​ໃນອາທິດແລ້ວນີ້​ໄດ້​ສະທ້ອນ​ໃຫ້
​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ ຂອງ​ອົງການ​ສືບ​ລັບ​ສະຫະລັດ ທີ່​ວ່າ​ພຽງ​ຢາງ​ໄດ້​ບັນລຸ​ບາດ
ກ້າວຂັ້ນ​ສຸດ​ທ້າຍທີ່​ເຮັດ​ໃຫ້​ຫົວລະ​ເບີດ​ນິວ​ເຄລຍນ້ອຍລົງ. ອະ ດີດ​ທີ່ປຶກສາກະ​ຊວງ
​ປ້ອງ​ກັນ​ປະ​ເທດທ່ານ Narushige Michishita ​ກ່າວວ່າ:

ທ່ານ Michishita ຈາກ​ສະ​ຖາ​ບັນ​ສຶຶກສາ​ນະ​ໂຍບາຍຂັ້ນສູງ​ກ່າວ​ວ່າ “ອາດ​ເປັນໄປ​ໄດ້
ທີ່​ເກົາຫລີ​ເໜືອ​ສາມາດ​ໂຈມ​ຕີ​ໂຕ​ກຽວດ້ວຍ​ອາວຸດ​ນິວ​ເຄລຍ​ໃນມື້​ນີ້ ແລະ​ຖ້າ​ຫາກມີ
​ການ​ຍິງ​ລູກ​ສອນ​ໄຟ​ ມັນ​ຈະ​ມາ​ເຖິງ​ຍີ່ປຸ່ນພາຍ​ໃນ 10 ນາທີ.”

ເປັນ​ທີ່​ເຊື່ອກັນ​ວ່າ ​ເກົາຫລີ​ເໜືອມີ​ລູກ​ສອນ​ໄຟ ທີ່​ສາມ​າດຍິງໂຈມ​ຕີ​ຍີ່ປຸ່ນໄດ້ ຫລາຍ​ກວ່າ
200 ລູກ.

ທ່ານ Henry Ridwell ລາຍ​ງານ​ຈາກ​ໂຕກຽວ ກ່າວ​ວ່າ “ການ​ໂຈມ​ຕີ​ ໃສ່ນະຄອນ​ທີ່​ຜູ້​
ຄົນ​ອາ​ໄສ​ຢູ່ໜາ​ແໜ້ນ​ ​ດັ່ງ​ໂຕ​ກຽວ ຈະ​ເຮັດ​ໃຫ້​ຊີວິດຫລາຍ​ຮ້ອຍ​ພັນ​ຄົນຕົກຢູ່ໃນ
​ຄວາມ​ສ່ຽງ.“

ລັດຖະທໍາ​ມະນູນ​ຍີ່ປຸ່ນ ອະນຸຍາດ​ໃຫ້ເອົາ​ມາດ​ຕະການທາງ​ທະຫານ​ໄດ້ ກໍ​ເພື່ອ​ປ້ອງ​
ກັນໂຕ​ເທົ່າ​ນັ້ນ. ບັນດາສະມາຊິກ​ພັກ​ນິຍົມ​ແນວທາງ​ເດີມ​ທີ່ສະໜັບສະໜູນໃຫ້​ຍີ່ປຸ່ນ​ມີ​ຄວາມເຂັ້ມ​ແຂງ​ທາງ​ທະຫານ ​ແມ່ນ​ຮວມທັງ​ລັດຖະມົນຕີ​ການ​ເງິນ ທ່ານ Taro Oso
​ໂຕ້​ຖຽງວ່າ ​ຍີ່ປຸ່ນ​ຄວນເປີດຊ່ອງ​ທາງ​ໄວ້ ​ໃນການ​ພັດທະນາ​ອາວຸດ​ນິວ​ເຄລຍ. ​ເລື່ອງ​
ດັ່ງກ່າວ​ໄດ້ມີ​ການ​ອະພິປາຍກັນຢ່າງ​ເປີ​ດ​ເຜີຍ​ຢູ່​ໃນ​ເກົາ ຫລີ​ໃຕ້. ​ແຕ່​ວ່າການ​ຢັ່ງ​ສຽງ​
ສະ​ແດງ​ໃຫ້​ເຫັນ​ວ່າ ມີພຽງ​ແຕ່ 5 ​ເປີ​ເຊັນ​ຂອງ​ຊາວ​ຍີ່ປຸ່ນ​ເທົ່າ​ນັ້ນ ​ຕ້ອງການ​ຢາກເປັນ​
ປະ​ເທດດັ່ງກ່າວ​ເປັນມະຫາ​ອຳນາດ​ນິວເຄລຍ.

ທ່ານ Kuni Miyake ຈາກ​ສະ​ຖາ​ບັນ Canon ທີ່ສຶກສາ​ກ່ຽວ​ກັບ​ໂລກ ກ່າວ​ວ່າ “ຂ້າພະ
​ເຈົ້າ​ບໍ່ຄິດ​ວ່າ ພວກ​ເຮົາ​ຈະເຄື່ອນ​ໄຫວ​ເພື່ອ​ພັດທະນາ​ອາວຸດນິວ​ເຄລຍໃນ ​ອະນາ​ຄົ​ດ
ທີ່ໃກ້ໆ​ນີ້ ​ແຕ່​ຢາງ​ໃດ​. ​ເຖິງ​ແມ່ນ​ວ່າ ​ເກົາຫລີ​ໃຕ້​ອາດຈະ​ເຮັດ​ເຊັ່ນ​ນັ້ນ ​ແຕ່ພວກ​ເຮົາ​
ຈະ​ເປັນ​ຜູ້​ສຸດ​ທ້າຍ.”

ຄຳ​ຖາມອື່ນໆ​ກໍ​ຄືວ່າ ອາວຸດ​ນິວເຄລຍຈະ​ອຳນວຍ​ໃຫ້​ມີ​ການ​ຕໍ່​ລອງ​ທາງດ້ານ​ການ​ທູດ
ຫລື​ບໍ່.

ທ່ານ Narushige Michishita ກ່າວ​ວ່າ “ຖ້າ​ຫາກ​ເຮົາ​ມີອາວຸດ​ນິວ​ເຄລຍ ຢູ່ໃນ
​ຄວາມ​ຄອບຄອງ ​ແລະ​ກ່າວວ່າ ພວກ​ເຮົາ​ຈະ​ຕອບ​ໂຕ້ຖ້າ​ຫາກ​ເກົາຫລີ​ເໜືອ ​ໃຊ້​ອາ

ວຸດ​ນິວ​ເຄລຍຕໍ່​ພວກ​ເຮົາ ມັນ​ເປັນ​ທີ່​ເຊື່ອ​ໄດ້​ບໍ? ຂ້າພະ​ເຈົ້າ​ບໍ່​ຄຶດດັ່ງ​ນັ້ນ.”

ໃນອາທິດ​ແລ້ວ​ນີ້ ຊຶ່ງ​ເປັນ​ຂີດ​ໝາຍ​ວັນຄົບຮອບ ​ໃນ​ການຖິ້ມລະ​ເບີດ​ນິວ​ເຄລຍ ລົງ​ໃສ່​
ເມືອງ Hiroshima ​ແລະ Nagasaki ​ໃນປີ 1945 ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ຮ້ອຍ​
ພັນ​ຄົນ. ການ​ລະ​ນຶກ​ເຖິງ​ວັນ​ດັ່ງ​ກ່າວ​ ມີ​ຂຶ້ນທ່າມກາງ​ການຖົກຖຽງກັນ​ຄືນ​ໃໝ່ກ່ຽວ​ກັບ​
ສົງຄາມ.

ທ່ານ Tomihisa Taue ​ເຈົ້າ​ເມືອງ Nagasaki ກ່າວ​ວ່າ “ຄວາມ​ຢ້ານ​ກົວ​ຢ່າງແຮງ ​
ກຳ​ລັງ​ແຜ່​ຂະຫຍາຍໄປວ່າ ອາດ​ຈະ​ມີ​ການໃຊ້​ອາວຸດ​ນິວ​ເຄລຍ ໃນ​ອະນາ​ຄົດ​ອັນ
​ບໍ່​ໄກ​ນີ້.”

ນາຍົກລັດຖະມົນຕີຍີ່ປຸ່ນ​ ​ໄດ້ກ່າວ​ຢໍ້າ​ເຖິງທ່າ​ທີ ທີ່​ປະ​ເທດ​ໄດ້​ມີມາ​ເປັນ​ເວລາ​ດົນ​ນານ.

ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່່ນ ກ່າວ​ວ່າ “ຢູ່​ທີ່​ Nagasaki ນີ້ ​ເປັນ​
ເມືອງທີ່​ຍັງ​ມີ​ການ​ສວດ​ມົນ​ພາວະນາ ໃຫ້​ມີສັນຕິພາບຢ່າງ​ບໍ່​ສິ້ນ​ສຸດ ຂ້າພະ​ເຈົ້າ​ຂໍ​
ຢືນຢັນ​ອີກ​ເທື່ອ​ນຶ່ງ ​ເຖິງຄວາມ​ໝັ້ນ​ໝາຍ​ຂອງ​ຂ້າພະ​ເຈົ້າ ທີ່​ຢາກ​ໃຫ້​ໂລກ​ມີ​ສັນ

ຕິພາບ​ໂລກ ​ໂດຍປາດ​ສະ​ຈາກ​ອາວຸດ​ນິວ​ເຄລຍ.”

ບັນ​ດາ​ນັກວິ​ເຄາະຖາ​ມວ່າ ຄວາມ​ໝັ້ນ​ໝາຍນີ້​ຈະໄດ້​ຮັບ​ການ​ທົດ​ສອບຫຼືບໍ່ ຖ້າ​ຫາກ​
ຍີ່ປຸ່ນຖືກ​ໂຈມ​ຕີ.