ເລື້ອງປືນ: ທ່ານນາງ ແຮຣິສ ໝັ້ນໃຈໃນກົດໝາຍທີ່ເຂັ້ມງວດຂຶ້ນ ສ່ວນ ທ. ທຣຳ ປະຕິຍານຈະຫລຸດຜ່ອນຂໍ້ຈຳກັດທັງຫຼາຍ

Your browser doesn’t support HTML5

ກ່ຽວກັບປື: ທ່ານນາງແຮຣຣິສ ເດີມພັນໃສ່ກົດໝາຍທີ່ເຂັ້ມງວດຂຶ້ນ ສ່ວນທ່ານທຣຳ ປະຕິຍານຈະຫລຸດຜ່ອນຂໍ້ຈຳກັດທັງຫຼາຍ

ການຍິງສັງຫານຢູ່ທີ່ໂຮງຮຽນມັດທະຍົກປາຍໃນລັດຈໍເຈຍ ເມື່ອວັນ ພຸດທີ່ຜ່ານມາ ໄດ້ເປັນສິ່ງເຕື່ອນໃຈວ່າ ອາວຸດປືນທັງຫຼາຍໄດ້ຂ້າປະ​ຊາ​ຊົນ ອາເມຣິກັນ ຕໍ່ຫົວຄົນຫຼາຍກວ່າປະເທດອື່ນໆ, ຫຼາຍກວ່າຢູ່ໃນປະເທດທີ່ມີລາຍໄດ້ສູງ, ອີງຕາມຂໍ້ມູນຂອງບັນດານັກຊ່ຽວຊານດ້ານສຸຂະພາບ. ຮອງປະທານາທິບໍດີ ຄາມາຣາ ແຮຣຣີສ ຕ້ອງການໃຫ້ມີກົດລະບຽບກ່ຽວກັບປືນທີ່ເຂັ້ມງວດຂຶ້ນ. ສ່ວນຄູ່ແຂ່ງຂອງທ່ານນາງ ຄືອະດີດປະທານາທິບໍດີ ດໍໂນລ ທຣຳ ປະຕິຍານທີ່ຈະຕັດຂໍ້ຈຳກັດທັງຫຼາຍກ່ຽວກັບປືນລົງ.

Your browser doesn’t support HTML5

ເລື້ອງປືນ: ທນ. ແຮຣຣິສ ເດີມພັນໃສ່ກົດໝາຍທີ່ເຂັ້ມງວດຂຶ້ນ ສ່ວນ ທ. ທຣຳ ປະຕິຍານຈະຫລຸດຜ່ອນຂໍ້ຈຳກັດທັງຫຼາຍ

ການຍິງສັງຫານຢູ່ ໂຮງຮຽນມັດທະຍົມປາຍ ອາປາລາຊີ (Apalachee)......

ໃນເມືອງ ວິນເດີ ຂອງລັດຈໍເຈຍ ເມື່ອວັນພຸດຜ່ານມານີ້ ໄດ້ເຮັດໃຫ້ຄົນຈຳນວນ ນຶ່ງເສຍຊີວິດ ແລະອີກຫຼາຍຄົນໄດ້ຮັບບາດເຈັບ. ຮອງປະທານາທິບໍດີ ແລະເປັນຜູ້ຖືກສະເໜີຊື່ລົງແຂ່ງຂັນເປັນປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ ຄາມາຣາ ແຮຣຣິສ ໄດ້ສະທ້ອນໃຫ້ເຫັນເຖິງເຫດການໃນລະຫວ່າງ ການຢຸດແວ່ໂຄສະນາຫາສຽງຢູ່ໃນລັດ ນິວ ແຮມເຊີຣ.

ທ່ານນາງຄາມາຣາ ແຮຣຣິສ ກ່າວວ່າ “ພວກເຮົາຕ້ອງຍຸຕິການລະບາດຂອງ ຄວາມຮຸນແຮງຍ້ອນປືນ ໃນປະເທດຂອງພວກເຮົາໃຫ້ໝົດໄປຢ່າງຖາວອນ, ເຈົ້າກໍຮູ້, ມັນບໍ່ຄວນຈະເປັນແບບນີ້.”

ເລື້ອງຂອງຄວາມຮຸນແຮງຍ້ອນປືນໃນສະຫະລັດ ເປັນຫົວຂໍ້ປະເດັນສຳຄັນຢູ່ທີ່ ກອງປະຊຸມແຫ່ງຊາດຂອງພັກເດໂມແຄຣັດ ໃນປີນີ້.

ທ່ານນາງແຮຣຣິສ ໄດ້ວາງບູລິມະສິດຕ່າງໆຂອງເພິ່ນກ່ຽວກັບເລື້ອງດັ່ງກ່າວ ໃນຕອນຕົ້ນໆຂອງການໂຄສະນາຫາສຽງ.

ທ່ານນາງແຮຣິສ ກ່າວວ່າ “ເມື່ອພວກເຮົາຊະນະໃນເດືອນພະຈິກ, ໃນທີ່ສຸດ ແລ້ວ ພວກເຮົາກໍຈະຮັບຜ່ານກົດໝາຍວ່າດ້ວຍ ການກວດປະຫວັດທົ່ວໄປ, ກົດໝາຍແຈ້ງເຕືອນ (red flag law) ແລະການຫ້າມອາວຸດສົງຄາມ.”

ທ່ານນາງແຮຣິສ ກ່າວວ່າ ເພິ່ນຊອກຫາມາດຕະການຕ່າງໆດ້ານຄວາມປອດໄພ ທີ່ສົມເຫດສົມຜົນ ແລະ “ບໍ່ເປັນຄວາມພະຍາຍາມທີ່ຈະເອົາປືນຂອງໝົດທຸກ ຄົນໄປ.”

ປະທານຂອງສູນກາງ ເບຣດີ (Brady center) ເພື່ອປ້ອງກັນບໍ່ໃຫ້ເກີດຄວາມ ຮຸນແຮງຍ້ອນປືນ, ທ່ານນາງ ຄຣິສ ບຣາວນ໌ ເຊື່ອໝັ້ນທ່ານນາງ ແຮຣິສ ທີ່ຈະເຮັດເຊັ່ນນັ້ນໄດ້.

ທ່ານນາງ ຄຣິສ ບຣາວນ໌ ຈາກໂຄງການລົນນະລົງ ຮ່ວມກັນຕໍ່ຕ້ານຄວາມຮຸນ ແຮງຍ້ອນປືນ ຂອງສູນ​ກາງ ເບຣເດີ ກ່າວຜ່ານທາງສະໄກປ໌ ວ່າ “ຜູ້ສະໝັກລົງ ແຂ່ງຂັນ ທ່ານນາງແຮຣິສ ໄດ້ມີຈຸດຢືນທີ່ຈະແຈ້ງຫຼາຍແທ້ໆ ທີ່ວ່າ ຄວາມຮຸນ ແຮງຍ້ອນປືນ, ເປັນຄາຕະກອນອັນດັບນຶ່ງຂອງເດັກນ້ອຍອາເມຣິກັນທັງຫຼາຍ, ເປັນບັນຫາທີ່ຕ້ອງມີແນວທາງເພື່ອແກ້ໄຂມັນຫຼາຍລະດັບ. ພວກເຮົາຕ້ອງມີ ນະໂຍບາຍທີ່ດີກວ່າເກົ່າ.”

ສ່ວນອະດີດປະທານາທິບໍດີ ດໍໂນລ ທຣຳ ກໍໄດ້ມີປະຕິກິລິຍາຕໍ່ການຍິງສັງຫານ ດ້ວຍການຂຽນລົງໃນສື່ສັງຄົມ Truth Social ຂອງທ່ານ. ທ່ານໄດ້ສະແດງ ການສະໜັບສະໜູນຂອງທ່ານ ແກ່ພວກຜູ້ເຄາະຮ້າຍ ແລະໄດ້ເອີ້ນມືປືນຜູ້ນັ້ນ ດ້ວຍຄຳເວົ້າຂອງທ່ານວ່າ “ຄົນປ່ວຍ ແລະເປັນມານທີ່ເສຍຈິດ.”

ພວກຫົວອານຸລັກນິຍົມ ສວນຫຼາຍ ໄດ້ທຳ​ການ​ປຸກ​ລະ​ດົມເພື່ອສິດໃນການຄອບຄອງປືນ, ແຕ່ກອງປະຊຸມແຫ່ງຊາດຂອງພັກຣີພັບບລີກັນ ໃນປີນີ້ ບໍ່ໄດ້ເອົາຫົວຂໍ້ດັ່ງກ່າວມາເປັນບູລິມະສິດ. ງານກອງປະຊຸມນັ້ນ ໄດ້ເກີດຂຶ້ນໃນເດືອນກໍ ລະກົດ ພຽງສອງມື້ຫຼັງຈາກທີ່ທ່ານທຣຳ ຜູ້ທີ່ຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນ ປະທານາທິບໍດີ ຂອງພວກເຂົານັ້ນ, ໄດ້ຕົກເປັນເປົ້າໝາຍຂອງການລອບ ສັງຫານ. ປະສົບການອັນນັ້ນ ກໍບໍ່ໄດ້ປ່ຽນແປງຈຸດຢືນຂອງທ່ານ ກ່ຽວກັບ ການເຂົ້າເຖິງປືນທັງຫຼາຍຂອງຊາວອາເມຣິກັນ.

ທ່ານດໍໂນລ ທຣຳ ກ່າວວ່າ “ຖ້າເຈົ້າຈະເອົາປືນທັງຫຼາຍໄປ ເຈົ້າບໍ່ສາມາດເຮັດ ໄດ້ດອກ. ເພາະວ່າ ປະຊາຊົນຕ້ອງການປືນສຳລັບການປ້ອງກັນຕົ​ວ.”

ທ່ານທຣຳ ໄດ້ຢືນຢູ່ກັບພວກເຈົ້າຂອງປືນ ເມື່ອທ່ານໄດ້ເປັນປະທານາທິບໍດີ ແລະໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຫລຸດຜ່ອນຂໍ້ຈຳກັດທັງຫຼາຍ ທີ່ໄດ້ຖືກຮັບຜ່ານເປັນກົດໝາຍໂດຍລັດຖະບານທ່ານ ໄບເດັນ.

ບັນດາກຸ່ມທີ່ສະໜັບສະໜູນສິດໃນການຄອບຄອງປືນ ກ່າວວ່າ ຖ້າພວກເຈົ້າຂອງປືນ ພາກັນອອກມາປ່ອນບັດເລືອກຕັ້ງ ໃນເດືອນພະຈິກ, ພວກເຂົາອາດເຮັດໃຫ້ຕາຊັ່ງອ່ຽງໄປໃນທາງຂອງພວກເຂົາຢູ່ໃນພື້ນທີ່ການເຂ່ງຂັນຂອງລັດຕ່າງໆ.

ທ່ານອາລານ ໂກດລີບ ຮອງປະທານບໍລິຫານຂອງ ມູນນິທິ ບົດ​ແກ້​ໄຂລັດຖະທຳມະນູນຂໍ້​ທີສອງ (Second Amendment Foundation) ກ່າວຜ່ານທາງ ສະໄກປ໌ ວ່າ “ຈະເອົາທຳນຽບຂາວຄືນມາ ເພື່ອວ່າ ພວກເຮົາຈະມີຂະແໜງ ບໍລິຫານຂອງລັດຖະບານ ທີ່ບໍ່ເຂົ້າມາແຊກແຊງກ່ຽວກັບສິດໃນການຄອບຄອງປືນ ແລະຢູ່ໃນເຂດເມືອງຕ່າງໆຂອງລັດຖະສະພາ, ເສີມສ້າງກຳລັງສິດໃນການຄອບຄອງປືນ ຢູ່ໃນສະພາຕ່ຳ ແລະໃຫ້ໄດ້ການຄວບຄຸມສະພາສູງ ນຳດ້ວຍ.”

ທ່ານໂກດລີບ, ເຖິງຢ່າງໃດກໍຕາມ, ໄດ້​ກ່າວ​ຢໍ້​າ​ວ່າ ສິດໃນການຄອບຄອງປືນ ນັ້ນ ຕາມປະຫວັດສາດແລ້ວ ກໍບໍ່ແມ່ນເລື້ອງທີ່ຢູ່​ສູງກວ່າ​ບັນ​ຫາເສດຖະກິດ ຫຼື ເລື້ອງຄົນເຂົ້າເມືອງ ໃນບັນຊີ​ລາຍ​ການຄວາມກັງວົນສຳລັບພວກຜູ້ມີສິດປ່ອນບັດເລືອກຕັ້ງ.

A shooting at a Georgia high school on Wednesday was a stark reminder that firearms kill more Americans per capita than in any other large, high-income country, according to health experts. Vice President Kamala Harris wants stricter gun regulation. Her opponent, former President Donald Trump, pledges to roll back gun restrictions.

A shooting at the Apalachee...

High School in Winder, Georgia on Wednesday left several people killed and others injured. Vice President and Democratic Presidential Nominee Kamala Harris reflected on the incident during a campaign stop in New Hampshire.

(Kamala Harris, Democratic Presidential Nominee)

“We have to end this epidemic of gun violence in our country once and for all, you know, it doesn’t have to be this way.”

The topic of gun violence in the United States featured prominently in this year’s Democratic National Convention.

Harris laid out her priorities on the issue early on in her campaign.

(Kamala Harris, Democratic Presidential Nominee)

“When we win in November, we are finally going to pass universal background checks, red flag laws, and an assault weapons ban.”

Harris says she seeks reasonable gun safety measures and is “not trying to take everybody’s guns away.”

The president of the Brady center to prevent gun violence, Kris Brown, trusts Harris will deliver.

(Kris Brown, Brady: United Against Gun Violence)

“Candidate Harris has been very, very clear that gun violence, the Number One killer of American kids, is a problem that needs a multi-level approach to solve it. We need better policy."

Former President Donald Trump reacted to the Georgia shooting with a post on his Truth Social media platform. He expressed his support for the victims and called the shooter a quote “sick and deranged monster.”

Conservatives often advocate for gun rights, but this year’s Republican National Convention didn’t prioritize the narrative. The event took place in July just two days after Trump, their presidential nominee, was targeted in an assassination attempt. The experience did not change his stance on Americans’ access to guns.

(Donald Trump, Republican Presidential Nominee)

“If you take away the guns, you can’t do it. Because people need the guns for protection.”

Trump stood with gun owners when he was president and has promised to roll back restrictions enacted by the Biden administration.

Pro-gun-rights groups say if gun owners turn out to vote in November, they could tilt the scale to their favor in battleground states.

(Alan Gottlieb, Second Amendment Foundation)

“To take back the White House so we have an executive branch of government that isn’t infringing on gun rights, and in congressional districts, strengthening gun rights in the House of Representatives and getting control of the United States Senate.”

Gottlieb notes, however, that gun rights haven’t historically topped the economy or immigration on the list of voters’ concerns.