ທ່ານ ໂອບາມາ ຮຽກຮ້ອງ ໃຫ້ມີການ ສິ້ນສຸດ ຄວາມທຸກຍາກ ທົ່ວໂລກ

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ໃນກອງປະຊຸມໃຫຍ່ ການພັດທະນາແບບຍືນຍົງ 2015. 27 ກັນຍາ, 2015, ສຳນັກງານໃຫຍ່ ສະຫະປະຊາຊາດ.

ປະທານາທິບໍດີ ສະຫະລັດ ບາ​ຣັກ ​ໂອບ​າ​ມາ ກ່າວ​ວ່າ ​ໂລກ​ເຮົາ​ມີ​ວຽກ​ທີ່​ຈະ​ເຮັດ​ຫຼາຍຕື່ມ​ອີກ ​ເມື່ອ​ເວົ້າເຖິງ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນ​ຮຸນ​ແຮງໃນ​ທົ່ວ​ໂລກ.

ທ່ານ ​ໂອ​ບາ​ມາ ໄດ້​ຮຽກຮ້ອງໃຫ້​ມີ​ການ​ປະຕິບັດການໃນ​ລະຫວ່າງ​ ການ​ປິດ​ຂອງ​ກອງ​ປະ​ຊຸມ​ໃຫຍ່ ກາ​ນພັດ​ທະນາ​ແບບ​ຍືນ​ຍົງ ​ໃນ​ວັນ​ອາທິດ​ວານ​ນີ້​ທີ່ນະຄອນ​ ນິວຢອກ​ ວ່າ:

“ຕອນ​ນີ້, ມີຜູ້​ຊາຍ, ​ແມ່ຍິງ ​ແລະ ​ເດັກນ້ອຍ ປະມານ 800 ລ້ານ​ຄົນລ້ຽງຊີບດ້ວຍ​ເງິ​ນຕ່ຳ​ກວ່າ 1 ​ໂດ​ລາ 25 ​ເຊັນຕໍ່​ມື້. ລອງ​ຈິນຕະນາ​ເບິ່ງ. ​ເຈັບທ້ອງ​ຫິວເຂົ້າ​ຍ້ອນ​ທ້ອງ​ທີ່​ເປົ່າ​ວ່າງ. ​ເພື່ອ​ນມະນຸດ​ຂອງ​ພວກ​ເຮົາ​ຫຼາຍ​ຕື້​ຄົນ​ແມ່ນ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຈາກ​ການ​ຕາຍ​ຍ້ອນ​ພະຍາດ​ທີ່​ພວກ​ເຮົາ​ຮູ້ຈັກ​ວິທີ​ປ້ອງ​ກັນ. ​ເດັກນ້ອຍ​ຫຼາຍ​ຄົນ​ແມ່ນ​ຖືກ​ຍຸງ​ກັດ​ພຽງ​ໂຕດ​ຽວກໍ​ຈະ​ຕາຍ. ​ແລະ ນັ້ນ​ກໍ່​ແມ່​ນຄວາມໂຫດ​ຫ້ຽມທາງ​ດ້ານ​ສິນ​ລະທຳ. ມັນ​ບໍ່​ຍຸດຕິ​ທຳ​ຢ່າງ​ເລິກ​ເຊິ່ງ.”

ບັນດາ​ຜູ້ນຳ​ໂລກ​ໄດ້​ມາ​ລວມກັນ​ເມື່ອບັນລຸ ​17 ​ເປົ້າ​ໝາຍ​ການ​ພັດ​ທະນາ​ແບບ​ຍືນ​ຍົງ, ລວມມີ ການ​ສິ້ນ​ສຸດຄວາມທຸກ​ຍາກ, ບັນລຸ​ຄວາມ​ເທົ່າ​ທຽມ​ກັນ​ທາງເພດ ​ແລະ ປົກ​ປ້ອງ​ມະຫາ​ສະໝຸດ ​ແລະ ລະບົບ​ນິ​ເວດ​ຢູ່​ເທິ​ງພື້ນ​ໂລກ​ພາຍ​ໃນ 15 ປີ.

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວວ່າ ວາລະປີ 2030 ​ສຳລັບ​ກາ​ນພັດທະນາ​ແບບ​ຍືນ​ຍົງ​ຈະ​ບໍ່ ສາມາດ​ບັນລຸ​ໄດ້​ຖ້າ​ບໍ່​ໄດ້​ປະ​ເຊີນ​ໜ້າ​ກັບ“​ໄພ​ຂົ່ມຂູ່​ທີ່​ຮ້າ​ຍກາດ” ​ ເຊັ່ນ​ວິທີ​ການ​ປົກຄອງ​ປະ​ເທດ​ທີ່​ບໍ່​ດີ.

ທ່ານ ​ໂອ​ບາ​ມາ​ ກ່າວ​ວ່າ “ການ​ພັດທະນາ ​ແລະ ການ​ເຕີບ​ໂຕ​ທາງ​ດ້ານ​ເສດຖະກິດ​ແມ່ນ​ຄວາມ​ຍືນ​ຍົງ​ ​ແລະ ການ​ລວມກັນຢູ່​ຢ່າງ​ແທ້​ຈິງ ເຊິ່ງຂຶ້ນ​ຢູ່​ກັບ​ລັດຖະບານ ​ແລະ ສະ​ຖາ​ບັນ ທີ່​ເປັນ​ຫ່ວງ​ກ່ຽວ​ກັບ​ປະຊາຊົນ​ຂອງ​ພວກ​ເຂົາ​ເຈົ້າ, ​ເຊິ່ງສາມາດ​ຮັບ​ຜິດຊອບ, ​ເຄົາລົບ​ນັບຖື​ສິດທິ​ມະ​ນຸດ ​ແລະ ​ໃຫ້​ຄວາມ​ເປັນ​ທຳ​ສຳລັບ​ທຸກໆ​ຄົນ ​ແລະ ບໍ່​ແມ່ນ​ພຽງ​ແຕ່​ບາງ​ຄົນ. ດັ່ງ​ນັ້ນ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ​ເຊິ່ງ​ໄດ້ຖອນ​ເງິນ​ຫຼາຍ​ຕື້​ອອກ​ຈາກ​ການ​ສ້າງ​ໂຮງ​ຮຽນ, ​ໂຮງໝໍ ​ແລະ ​ພື້ນຖານ​ໂຄງ​ລ່າງ​ໄປ​ໃສ່​ບັນຊີ​ຂອງທະນາຄານ​ຕ່າງປະ​ເທດ, ລັດຖະບານ ​ຕ້ອງ​ມີ​ຄວາມໂປ່​ງ​ໄສ ​ແລະ ​ເປັນ​ລັດຖະບານ​ເປີດ ​ແລະ ມີ​ລະບຽບ​ກົດໝາຍ. ​ແລະ ຕໍ່ສູ້​ກັບ​ການ​ເງິ​ນທີ່​ຜິດ​ກົດໝາຍ​ຕ້ອງ​ເປັນ​ຄວາມ ພະຍາຍາມ​ຂອງ​ທົ່ວ​ໂລກ ​ເພາະວ່າ ມັນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະຍາຍາມ​ໃນການ​ພັດທະນາ.

Your browser doesn’t support HTML5

Obama UN Development