ການດຳເນີນຄວາມພະຍາຍາມ ເພື່ອປາບປາມພວກກໍ່ການຮ້າຍທີ່ຕັ້ງຢູ່ໃນທະວີບອາ
ຟຣິກາ ກຳລັງປະເຊີນໜ້າກັບບັນຫາຕ່າງໆຈຳນວນນຶ່ງ ບາງທີອາດຈະບໍ່ມີບັນຫາໃດ
ເປັນທີ່ລົບກວນ ຫຼື ເປັນອັນຕະລາຍຮ້າຍແຮງ ໄປກວ່າການປ່ຽນພັນ ທະມິດຢູ່ສະເໝີ
ແລະເປັນພວກນັກລົບກໍ່ການຮ້າຍໂດຍເຂົາເຈົ້າເອງ.
ພວກປະຕິບັດງານກໍ່ການຮ້າຍເຫຼົ່ານີ້ ບໍ່ໄດ້ເປັນໜີ້ບຸນຄຸນຕໍ່ກຸ່ມໃດກຸ່ມນຶ່ງ ຫລືຕໍ່ແນວຄິດໃດແນວຄິດນຶ່ງ ຫຼືແມ່ນແຕ່ຜູ້ທີ່ຈ່າຍເງິນ ຫຼາຍທີ່ສຸດໃຫ້ແກ່ພວກເຂົາເຈົ້າ ມັນຈຶ່ງ
ເຮັດໃຫ້ເສັ້ນ ທີ່ແບ່ງແຍກກຸ່ມນຶ່ງໄປຫາອີກກຸ່ມນຶ່ງນັ້ນ ບໍ່ຕາຍໂຕ.
ຜົນກໍຄື ອີງຕາມເຈົ້າໜ້າທີ່ ປ້ອງກັນປະເທດ ແລະເຈົ້າໜ້າທີ່ສືບລັບ ຂອງປະເທດຕາ
ເວັນຕົກແລະອາຟຣິກາແລ້ວ ເປັນການປະຕິບັດງານກໍ່ການຮ້າຍແບບໃໝ່ທີ່ມີລະດັບ
ສູງກວ່າ ເຕັມໃຈທີ່ຈະປະຕິບັດງານເພື່ອແຂ່ງຂັນໃຫ້ແກ່ກຸ່ມກໍ່ການຮ້າຍທີ່ມີຊື່ສຽງເຊັ່ນ
ອາລກາອີດາ ແລະລັດອິສລາມ ບາງເທື່ອກໍພ້ອມໆກັນ.
ສະຖານທູດເຊີເບຍ ໃນນະຄອນທຣິບໂປລີ ປະເທດລີເບຍ ທີ 21 ກຸມພາ 2016.
ທ່ານຄຣິສໂຕເຟີ ເມເອີ ຜູ້ອຳນວຍການ ໜ່ວຍປະຕິບັດງານເພື່ອເອົາຊະນະ ກຸ່ມລັດອິສ
ລາມ ກ່າວຕໍ່ ວີໂອເອ ວ່າ “ທ່ານຕ້ອງການທີ່ຈະຖອດລະຫັດແລະທ່ານຕ້ອງສືບຕໍ່ດຳ
ເນີນການໃຫ້ທັນເພື່ອຈະຮູ້ວ່າ ກຸ່ມພວກນັກລົບນີ້ ປັດຈຸບັນ“ເປັນພັນທະມິດກັບກຸ່ມໃດ.”
ພວກຖະຫານຝຣັ່ງກຳລັງອອກຈາກ ບ່ອນພັກເຊົາ ທີ່ຖານທັບອາກາດທະຫານມາລຽນ ທີ່ເມືອງບາມາໂກ ວັນທີ 14 ມັງກອນ 2013.
ທ່ານກ່າວວ່າ “ເຂົາເຈົ້າຮວມເຂົ້າກັນ ແລະທ້ອນໂຮມກັນຕາມພື້ນຖານປົກກະຕິ. ສ່ວນ
ໃຫຍ່ຂອງຄວາມສາມາດໃນກໍລະນີການເຄື່ອນໄຫວຂອງພວກນັກລົບແລະ ພວກຜູ້ນຳ
ໃນຂະນະທີ່ຮັບໃຊ້ຜົນປະໂຫຍດໃນທ້ອງຖິ່ນຂອງເຂົາເຈົ້າ.
ກອງກຽດຕິຍົດ ກຳລັງຫາມຫີບສົບທະຫານສະຫະລັດ ສິບເອກ ລາ ເດວິດ ຈອນສັນ ທີ່ຢູ່ໃນຈຳນວນ ທະຫານສະຫະລັດສີ່ຄົນຖືກສັງຫານຢູ່ໃນ ໄນເຈີ ທີ 21 ຕຸລາ 2017.
ຜົນຮັບກໍຄື ການໂຈມຕີກໍ່ການຮ້າຍອາດຈະຍາກກວ່າເກົ່າ ທີ່ຈະໄດ້ຮັບຄວາມສຳເລັດ
ໃນເວລາທີ່ເປັນໄປໄດ້ ຕໍ່ຜົນຂອງການຊ່ວຍເຫຼືອ ຫຼືວາງແຜນຫຼາຍກວ່າ ນຶ່ງກຸ່່ມ ແມ່ນ
ກະທັງຈາກກຸ່ມອາລກາອີດາ ແລະກຸ່ມລັດອິສລາມ.
ສາເຫດດັ່ງກ່າວແມ່ນແຕ່ໄດ້ກາຍມາເປັນແຫຼ່ງຂອງການບໍ່ເຫັນພ້ອມລະຫວ່າງ ບັນດາອົງການຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດ ແລະພວກເຈົ້າໜ້າທີ່.