ທ້າວ Bolt ຊະນະຫລຽນຄຳ ອັນທີສາມ ທີ່ ນະຄອນ Rio

ທ້າວ Usain Bolt ຈາກ Jamaica ສະຫລອງໄຊຊະນະຫລຽນ ຄຳ ຫັລງຈາກການແລ່ນປ່ຽນໄມ້ 400 ແມັດຕໍ່ກັນສີ່ຄົນ.

ເປັນ​ເທື່ອ​ທີສາມຊ້ອນ​ ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ ດາລາ​ນັກ​ແລ່ນ​ໄວທີ່​ສຸດຈາ​ໄມ​ກາ ທ້າວ Usain Bolt ​ໄດ້​ຊະນະ​ສາມ​ຫລຽນ​ຄຳ ຫລັງ​ຈາກ​ແລ່ນ​ຕໍ່​ກັນ​ສີ່​ຄົນ ຜູ້​ລະ 100 ​ແມັດກັບ​ທິມຂອງ​ລາວ ​ໄດ້​ຄວ້າ​ເອົາໄຊຊະນະ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ທີ່​ນະຄອນ Rio de Janeiro.

ທິມຂອງ​ຈາ​ໄມ​ກາ ບໍ່​ໄດ້​ທຳລາຍ​ສະຖິຕິໂລກ​ຂອງ​ຕົນ​ໃນ​ການ​ແຂ່ງຂັນດັ່ງກ່າວ ​ແຕ່​ໄດ້​ເສັດ​ສິ້ນ​ນຶ່ງສ່ວນ​ສາມວິນາ​ທີ ໜ້ອຍ​ກວ່າ​ທີ​ມຍີ່ປຸ່ນ​ ທີ່​ໄດ້​ຮັບ​ຫລຽນ​ເງິນ. ກາ​ນາ​ດາ​ໄດ້​ຮັບ​ຫລຽນ​ທອງ​ແດງ ຫລັງ​ຈາກ​ທີມສະຫະລັດ ​ໝົດ​ສິດ ຍ້ອນ​ປ່ຽນ​ໄມ້​ ​ຢູ່​ນອກ​ເຂດ​ທີ່ກຳນົດ​ໄວ້.

ນອກ​ນັ້ນ ທ້າວ Bolt ​ຍັງ​ຄອງ​ສະຖິຕິໂລກ ​ໃນ​ການ​ແລ່ນ​ໄວ​ທີ່ສຸດ 100 ​ແລະ 200 ​ແມັດ ໃນການ​ແຂ່ງຂັນ​ທີ່ນະຄອນ Rio ດັ່ງ​ທີ່​ລາວ​ໄດ້​ເຮັດ​ມາສອງ​ຄັ້ງໃນ​ກິລາໂອ​ລິ​ມປິກລະດູ​ຮ້ອນ ​ເທື່ອ​ກ່ອນ ພ້ອມ​ດ້ວຍ​ທີ​ມຈາ​ໄມ​ກາ ​ໃນ​ການ​ແລ່ນຕໍ່​ກັນ​ສີ່​ຄົນ ຜູ້​ລະ 100 ​ແມັດ.

ທ້າວ Bolt ທີ່​ໄດ້​ຮັບ​ເກົ້າ​ຫລຽນ​ຄຳ​ໃນ​ກິລາ​ແລ່ນ​ແລະ​ລານ ​ແມ່ນສະ​ເໝີ​ກັນ​ກັບ​ນັກ​ແລ່ນ​ອາ​ເມຣິກັນ ທ້າວ Carl Lewis ​ແລະ​ທ້າວ Finn Paavo Nurmi ນັກ​ແລ່ນ​ໄລຍະໄກ​ໃນ​ຕົ້ນ​ຊຸມ​ປີ 1900​. ສ່ວນ​ທ້າວ Lewis ​ແມ່ນໄດ້ແຂ່ງຂັນ​ໃນ​ຊຸມ​ປີ 1980 ​ແລະ 1990.

ຫລັງ​ຈາກ​ການ​ແຂ່ງຂັນ​ໃນ​ວັນ​ສຸກ​ວານ​ນີ້​ແລ້ວ ທ້າວ Bolt ຜູ້​ຈະ​ມີ​ອາຍຸ 30 ປີ​ໃນ​ວັນ​ອາທິດ​ມື້​ອຶ່ນນີ້ກ່າວ​ວ່າ "ຂ້າພະ​ເຈົ້າ​ຫວັງ​ວ່າ ຂ້າພ​ະ​ເຈົ້າ​ໄດ້​ຕັ້ງ​ຂີດໝາຍ​ໄວ້​ສູງ​ພຽງພໍ ທີ່​ບໍ່ມີ​ຜູ້​ໃດ​ສາມາດ​ເຮັດ​ໄດ້​ອີກ.”

ສ່ວນການ​ແລ່ນ​ປ່ຽນ​ໄມ້ຕໍ່​ກັນ​ສີ່​ຄົນຜູ້​ລະ 100 ​ແມັດ ຂອ​ງແມ່ຍິງ​ສະຫະລັດ ​ໄດ້​ຄວ້າ​ເອົາ​ຫລຽນ​ຄຳ​ໃນ​ຄືນ​ວັນສຸກ​ວານ​ນີ້ ​ໂດຍເອົາ​ຊະນະ​ທີ​ມ​ຈາ​ໄມ​ກາ. ສະມາຊິກ​ທິມອາ​ເມຣິກັນ ນາງ Allyson Felix ​ໄດ້​ກາຍ​ມາ​ເປັນ​ແມ່ຍິງ​ຄົນ​ທຳ​ອິດ ທີ່​ເປັນນັກ​ກິລາຊະນະ​ຫ້າ​ຫລຽນ​ຄຳ.

ບັນດານັກຂີ່ລົດຖີບຈາກແຖວຫລຸ່ມຂວາ ທ້າວ Anthony Dean ຈາກ Australia, Twan van Gendt ຈາກ Netherlands, Niek Kimmann ຈາກ Netherlands ແລະ Trent Jones ຈາກ New Zealand

ນອກ​ນັ້ນ ​ໃນການ​ແຂ່ງຂັນເມື່ອ​ວັນ​ສຸກ​ວານ​ນີ້​ທີ່ນະຄອນ Rio ທີ​ມ​ໂປ​ໂລ​ແມ່ຍິງອາ​ເມຣິກັນ ກໍ​ໄດ້​ຊະນະ​ຫລຽນ​ຄຳ, ນັກ​ຂີ່​ລົດຖີບ BMX ອາ​ເມຣິກັນທ້າວ Connor Fields ​ແລະ​ນັກ​ຂີ່​ລົດຖີບ BMX ​ໂຄ​ລົມ​ເບຍ ນາງ Mariana Pajon ກໍ​ໄດ້​ຮັບ​ຫລຽນ​ຄຳ​ເຊັ່ນ​ກັນ.

ການແຂ່ງຂັນກິລາແບັດມິນຕັນແມ່ຍິງ ນາງ Carolina Marin ຈາກສະເປນ ສະຫລອງຫລັງຈາກຊະນະ ນາງ V. Sindhu Pusarla ຈາກອິນເດຍ.

ທີ​ມ polo ແມ່ຍິງ​ສະຫະລັດ ​ໄດ້​ຊະ​ນະ​ອີ​ຕາ​ລີ ​ໃນ​ວັນ​ສຸກ​ວານ​ນີ້​ດ້ວຍ​ຄະ​ແນນ 12-5 ​ໃນ​ການ​ແຂ່ງຂັນ​ໂອ​ລິ​ມປິກ​ຮອບ​ສຸດ​ທ້າຍ ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ໄຊຊະນະຕິດ​ຕໍ່​ກັນເຖິງ 22 ​ເກ​ມ​ຊ້ອນ. ທີ​ມ​ແມ່ຍິງ​ສະຫະລັດ ຍັງ​ໄດ່້​ຮັບ​ຫລຽນ​ຄຳ​ໃນ​ປີ 2012 ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ
ທີ​ມທີ່​ໄດ້ຊະນະ​ຫຼຽນຄຳສອງ​ຄັ້ງ ພຽງ​ທີ​ມດຽວ​ເທົ່າ​ນັ້ນ ​ນັບ​ແຕ່​ໄດ້ເລີ້ມ​ແຂ່ງຂັນກິລາ​ດັ່ງກ່າວ ​ໃນ​ປີ 2000.

ທ້າວ Usain Bolt ຈາກ Jamaica ສະຫລອງໄຊຊະນະການແລ່ນປ່ຽນໄມ້ 400 ແມັດແລ່ນຕໍ່ກັນສີ່ຄົນ

ທ້າວ Connor Fields ​ໄດ້​ກາຍ​ມາ​ເປັນຜູ້​ຊະນະຫລຽນ​ຄຳ ​ສະຫະລັດ​ຄົນ​ທຳ​ອິດ ​ໃນການແຂ່ງຂັນຂີ່​ລົດຖີບ BMX ຊຶ່ງ​ໄດ້​ໂຍນ​ລົດຖີບຂອງ​ລາວ​ລົງ ​ແລ້ວ​ເຕັ້ນ​ຢູ່​ໃນ​ອ້ອມກອດ ທີ​ມ ຂອງລາວຫລັງ​ຈາກ​ໄດ້​ຜ່ານ​ເສັ້ນໄຊ. ​ເວລາ​ຖາມ​ເຖິງ​ຄວາມ​ຮູ້ສຶຶກຂອງ​ລາວ ທ້າວ Fields ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ບໍ່​ຮູ້​ຈະ​ອະທິບາຍ​ຢ່າງ​ໃດ. ມັນ​ເປັນ​ເວລາ​ແຫ່ງຄວາ​ມຝັນ ທີ່​ຂ້າພ​ະ​ເຈົ້າ​ໄດ້​ຝັນໄວ ຕັ້ງ​ແຕ່ຂ້າພ​ະ​ເຈົ້າ​ມີອາຍຸ​ 15 ປີ​.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ