Allyson Felix ນັກແລ່ນ ສຫລ ໄດ້ຫຼຽນຄໍາ ແລ່ນ 200 ແມັດ (ສະໄລດ໌)

  • ທອງປານ ເທບວົງສາ

ນັກແລ່ນຍິງ 200 ແມັດ Allyson Felix (ກາງ) ຂອງສະຫະລັດ ທີ່ຊະນະຫຼຽນຄໍາ

ໄຊຊະນະ​ຂອງ​ນັກ​ແລ່ນ​ສະຫະລັດ Allyson Felix ​ໃນ​ການ​ແຂ່ງຂັນ​ແລ່ນ 200 ​ແມັດປະ​ເພດ​ຍິງ​ ເມື່ອ​ວັນ​ພຸ​ດ ວານ​ນີ້ ຂອງໂອ​ລິ​ມປິກ 2012 ທີ່​ກຸງ ລອນ​ດອນ ໄດ້ເນັ້ນ​ຍໍ້າ​ເຖິງ​ຄວາມ​ສາມາດ​ອັນ​ຍິ່ງ​ໃຫຍ່​ສໍາລັບ​ທີ​ມ​ແລ່ນ​ແລະ​ລານ​ຂອງ​ອາ​ເມຮິ​ກັນ.

​ໃນ​ທີ່​ສຸດ ນັກ​ແລ່ນ​ຍິງ Felex ກໍ​ຄວ້າ​ເອົາຫຼຽນຄໍາ​ມາ​ໄດ້ ຫຼັງຈາກ​ຢູ່​ອັນ​ດັບ​ສອງ​ລຽນຕິດ​ມາໃນ​ການ​ແຂ່ງຂັນ​ກິລາໂອ​ລິ​ມປິກ ປີ 2004 ​ແລະ 2008. ຄັ້ງ​ນີ້ Felix ທໍາ​ເວລາ​ແລ່ນ 21.88 ວິນາທີ ທີ່​ເອົາ​ຊະນະ Shelly-Ann Fraser-Pryce ຈາກຈາໄມ​ກາ ທີ່​ພະຍາຍາມ​ຈະ​ຄວ້າ​ເອົາຫຼຽນຄໍາຫຼຽນທີ່​ສອງ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ປີ 2012 ນີ້. Carmelita Jeter ຈາກ​ອາ​ເມຣິກາ ​ຊະນະຫຼຽນທອງ​ແດງ.

ສ່ວນນັກ​ແລ່ນ Veronica Campbell-Brown ຂອງ​ຈາ​ໄມ​ກາ ທີ່​ຊະນະ ຫຼຽນຄໍາ​ໃນ​ກິລາ​ໂອ​ລິ​ມປິກ ປີ 2004 ​ແລະ 2008 ນັ້ນ ຕົກມາ​ຢູ່​ອັນ​ດັບ​ສີ່​ໃນ​ປີນີ້.

ນັກກິ​ລາ​ປະ​ເພດ​ໂດດໄກ Brittney Reese ​ແລະ Janay Deloach ​ຊະນະຫຼຽນຄໍາ​ແລະຫຼຽນ​ເງິນຕາມ​ລຳດັບ​ໃນ​ຂະນະ​ທີ່ Lashinda Demus ​ຊະນະຫຼຽນ​ເງິນ ​ໃນ​ກິລາ​ແລ່ນ​ຂ້າມ​ສິ່ງ​ກີດຂວາງ 400 ​ແມັດ​ປະ​ເພດຍິງ ທີ່​ເສຍໄຊ​ໃຫ້​ແກ່​ຄູ່​ແຂ່ງ Natalya Antyukh ຈາກຣັດ​ເຊຍ ​ໃນ​ເວລາພຽງ​ສ້ຽວ​ວິນາທີນັ້ນ.

ສຳ​ຫຼັບກິລາ​ແລ່ນ​ຂ້າມ​ສິ່ງ​ກີດຂວາງ 110 ​ແມັດປະ​ເພດ​ຊາຍ ນາຍ Aries Merritt ຊະນະຫຼຽນຄໍາ ​ແລະ​ເພື່ອນ​ຮ່ວມ​ທີ​ມ Richardson ຊະນະຫຼຽນ​ເງິນ ຊຶ່ງ​ນັບ​ວ່າ​ເປັນ​ຄູ່​ແຂ່ງ​ຂອງ​ອາ​ເມຣິກັນ​ຄູ່​ທໍາ​ອິດ​ທີ່​ຊະນະຫຼຽນຄໍາແລະ ຫຼຽນ​ເງິນ ນັບ​ຕັ້ງ​ແຕ່​ການ​ແຂ່ງຂັນ​ ປີ 1996 ​ເປັນ​ຕົ້ນ​ມາ​ນັ້ນ. ສ່ວນ Dayron Robels ຂອງ​ຄິວ​ບາ ທີ່ເຄີຍ​ຊະນະຫຼຽນຄໍາ​ໃນ​ການ​ແຂ່ງຂັນປີ 2008 ນັ້ນ ເຈັບຂາ ຈົນ​ບໍ່​ສາມາດ​ແລ່ນ​ເຖິງຫຼັກ​ໄຊ.

ຂະນະ​ດຽວ​ກັນ ຊາຍ​ທີ່​ແລ່ນ​ໄວ​ທີ່​ສຸດ​ຂອງ​ໂລກ Usain Bolt ຊາວ​ຈາ​ໄມ​ກາ ​ໄດ້​ເຂົ້າຮອບ​ສຸດ​ທ້າຍແລ່ນ 200 ​ແມັດປະ​ເພດ​ຊາຍພ້ອມ​ດ້ວຍ​ເພື່ອນ ​ຮ່ວມ​ທີ​ມ ທີ່​ເປັນຄູ່​ແຂ່ງ​ສໍາຄັນ Yohan Blake.

​ໃນ​ກິລາ​ປະ​ເພ​ດອື່ນໆຂອງ​ການ​ແຂ່ງຂັນໂອ​ລິ​ມປິກນັ້ນ ປະກົດ​ວ່າ Misty May-Treanor ​ແລະ Kerri Walsh Jennings ຊະນະຫຼຽນຄໍາຫຼຽນ​ໂອ​ລິ​ມປິກສາມ​ສະ​ໄໝ​ລຽນຕິດ ​ໃນກິລາ​ບານ​ສົ່ງຫາດ​ຊາຍ ​ຮອບ​ສຸດທ້າຍ ທີ່​ເອົາ​ຊະນະ​ຄູ່​ແຂ່ງ​ອາ​ເມຣິກັນ​ເຊັ່ນດຽວ​ກັນ ຄື April Ross ​ແລະ Jennifer Kessy.

ກິລາ​ປະ​ເພດ​ປິງປ່ອງ ຈີນ​ຄວ້າ​ເອົາ​ສີ່ຫຼຽນຄໍາ​ ​ໂດຍຊະນະ​ທີມຊາຍ ​ເກົາຫຼີ​ໃຕ້. ​ແລະ​ຮັງ​ກາ​ຣີ ຊະນະຫຼຽນຄໍາ ​ໃນ​ກິລາ​ພາຍ​ເຮືອ kayak ​ຄູ່ປະ​ເພດຊາຍ 1,000 ​ແມັດ ​ແລະ​ພາຍ​ເຮືອ kayak ຍິງ​ສີ່​ຄົນ 500 ​ແມັດ.

ສະຖິຕິ​ປະ​ເທດ​ທີ່ໄດ້ຫຼຽນຫຼາຍທີ່​ສຸດມາ​ຮອດວັນ​ພຸດ​ວານ​ນີ້ ສະຫະລັດ​ນໍາ​ໜ້າ​ໝູ່ ຄື​ໄດ້ຫຼຽນທັງ​ໝົດ 81 ຫຼຽນ ສົມທຽບກັບ​ຈີນ ທີ່​ໄດ້ 77 ຫຼຽນ ​ແລະ​ອັງກິດ​ໄດ້ 48 ຫຼຽນທັງ​ໝົດ​ນັ້ນ.

ສະຖິຕິຫລຽນຫ້າສຸດ. ໂຕເລກນີ້ຈະອັບເດດມັນເອງ ເວລາມີການປ່ຽນແປງ
ໃນຈໍານວນຫລຽນ:

Loading...

See complete list at olympic.org