ອັງກິດເພີ່ມ ທະຫານຂຶ້ນອີກ 1,200 ຄົນ ເພື່ອຮັກສາ ຄວາມປອດໄພ ໃຫ້ກິລາໂອລິມປິກ (ວີດີໂອ)

  • ທອງປານ ເທບວົງສາ

ທ່ານ Philip Hammond (ເສື້ອສີດໍາຢູ່ເຄິ່ງກາງ) ລັດຖະມົນຕີກະຊວງປ້ອງກັນປະເທດອັງກິດ ໄປຢ້ຽມຢາມ ຄ້າຍທະຫານຊົ່ວຄາວຢູ່ທາງພາກຕາເວັນອອກຂອງນະຄອນລອນດອນ ໃນວັນທີ 20 ກໍລະກົດ, 2012.

ລັດຖະບານ​ອັງກິດ​ໄດ້​ຕັດສິນ​ໃຈ​ເພີ່ມ​ທະຫານ​ອີກ 1,200 ຄົນ ອອກ​ໄປ​ຮັກສາ​ຄວາມ
​ປອດ​ໄພ​ ໃນສະຖານທີ່​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ແຫ່ງ​ຕ່າງໆ ​ໃນ​ລອນ​ດອນ ຫຼັງຈາກ​ບໍ
ລິສັດ​ຮັກສາ​ຄວາມ​ປອດໄພ​ຂອງ​ເອກ​ກະ​ຊົນ​ ບໍ່​ສາມາດວ່າ​ຈ້າງ​ພະນັກງານ​ຮັກສາ​ຄວາມ
ປອດ​ໄພ ​ໄດ້​ຄົບ​ຕາມ​ຈໍານວນ​ທີ່​ໄດ້​ສັນຍາ​ໄວ້.

ທ່ານ Jeremy Hunt ​ເລຂາ​ຄະນະ​ກໍາມະການ​ຈັດງານ​ແຂ່ງ​ຂັນ​ໂອ​ລິ​ມປິກ ​ເວົ້າ​ເມື່ອ​ວັນ
​ອັງຄານ​ວານ​ນີ້​ວ່າ ຄະນະ​ລັດຖະບານອັງກິດ​ເຊື່ອ​ວ່າ ບໍ່​ຄວນ​ປ່ອຍ​ໃຫ້​ມີ​ການ​ສ່ຽງ​ໃດໆ
ໃນ​ໄລຍະ​ສາມ​ມື້ກ່ອນວັນ​ເລິ່ມຕົ້ນຂອງ​ງານ​ທີ່​ໃຫຍ່ທີ່​ສຸດ​ໃນຍຸກທີ່​ສະຫ​ງົບ​ສຸກ ໃນ​ອັງກິດ.

​ຈໍານວນ​ທະຫານ​ທີ່​ສົ່ງ​ອອກ​ປະຕິບັດ​ງານເພີ່ມ​ຕື່ມນີ້ ໄດ້ເພີ່ມ​ກໍາລັງ​ທະຫານ​ປະ​ຈໍາ​ການ
ຂອງ​ອັງກິດ​ສໍາລັບ​ກິລາ​ໂອ​ລິ​ມປິກ ​ເປັນທັງ​ໝົດ 18,200 ຄົນ.

ບໍລິສັດ​ຮັບ​ເໝົາ​ຮັກສາ​ຄວາມ​ປອດ​ໄພ​ເອກ​ກະ​ຊົນ G4S ທີ່​ໄດ້​ເຊັນ​ສັນ​ຍາວ່າ​ ຈະ​ຈ້າງ​ພະ
ນັກງານ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ໄດ້​ປະມານ 10,000 ຄົນນັ້ນ ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ກໍາ
ມະການ​ໂອ​ລິ​ມປິກ​ທີ່​ບໍ່​ສາມາດ​ວ່າ​ຈ້າງ​ພະນັກງານ​ໄດ້ ​ຕາມ​ຈໍານວນ​ທີ່ໄດ້​ສັນຍາ​ໄວ້​.

ສະພາອັງກິດຕິຕຽນການກະກຽມ ດ້ານການຮັກສາຄວມປອດໄພ ໃຫ້ກິລາໂອລິມປິກ:

http://www.youtube.com/embed/LKyYF4PlYsU?feature=player_detailpage